Delta Distribution ເປີດໂຕສູນຈັດຈໍາໜ່າຍ ແລະ ການບໍລິການ Lenovo & Brother ຢ່າງເປັນທາງການ

ໃນວັນທີ 5 ກັນຍາ 2024​ ບໍລິສັດ Delta Distribution ໄດ້ເປີດໂຕສູນຈັດຈໍາໜ່າຍ ແລະ Service Center ຂອງຜະລິດຕະພັນຈາກທາງ Lenovo & Brother ທຸກປະເພດ ພ້ອມທັງມີການໃຫ້ບໍລິການຫຼັງການຂາຍແບບຄົບວົງຈອນຢ່າງເປັນທາງການ ເຊິ່ງກ່າວເປີດງານໂດຍທ່ານ ອັກຄະລິນ ພຣະຄຳໄຊ Managing Director ຂອງທາງ Delta Distribution – Authorized Distributor ພ້ອມກັບຜູ້ບໍລິຫານອີກສອງບໍລິສັດ ຄື: ທ່ານນາງ ເມຖາວີ ແຊ່ຈິວ Commercial Lead of (Myanmar Laos ແລະ Cambodia) ຈາກທາງ Lenovo ແລະ ທ່ານ ກິດຕິພົງ ກະນົກວິໄລລັດ General Manager of Sales and Marketing ຈາກທາງ Brother ໂດຍໄດ້ເຊີນ Dealers ທີ່ເປັນບໍລິສັດ ແລະ ຮ້ານຕ່າງໃນລາວ ເຂົ້າຮ່ວມ.

ພາຍໃນງານ ໄດ້ມີການວາງສະແດງສິນຄ້າຕົວຢ່າງບາງຮຸ່ນໃຫ້ແຂກທີ່ເຂົ້າຮ່ວມໄດ້ຊົມ ພ້ອມກັນນັ້ນ ຍັງໄດ້ມີການສົນທະນາແລກປ່ຽນຄວາມຄິດເຫັນ ແລະ ແນວທາງການຂະຫຍາຍຕະຫຼາດ ການກະຈາຍສູນບໍລິ ການພາຍໃນປະເທດໃຫ້ທົ່ວເຖິງ ເຊິ່ງຈະຊ່ວຍໃຫ້ຄົນລາວ ໝັ້ນໃຈໃນຜະລິດຕະພັນຂອງສອງບໍລິສັດຫຼາຍຂຶ້ນ ເຊິ່ງ Delta ຈະເປັນຕົວຊ່ວຍໃນດ້ານນີ້ ເພາະປັດຈຸບັນນີ້ພວກເຮົາໄດ້ມີຊ່ອງທາງການຂາຍແບບອ໋ອບລາຍ ກະ ຈາຍໃຫ້ dealers ແລະ ຕາມຮ້ານຕ່າງໆແລ້ວ ແຕ່ໃນອານະຄົດພວກເຮົາໄດ້ມີແຜນທີ່ຈະເຮັດການຕະຫຼາດແບບອອນລາຍໃຫ້ໄດ້ເປັນທາງເລືອກໃນການຊົມໃຊ້ສິນຄ້າ ເພາະເຊື່ອວ່າຜູ້ບໍລິໂພກພາຍໃນລາວ ຈະໄດ້ເຫັນພາບຂອງຜະລິດຕະພັນ ແລະ ຄຸນສົມບັດການໃຊ້ງານຫຼາຍຂຶ້ນ.

ບໍລິສັດ Delta Distribution ມີສິນຄ້າ ແລະ ໂຊລູເຊີນໃໝ່ຫຼ້າສຸດຂອງທາງ Lenovo ເປັນຕົ້ນ laptop ແລະ desktop ໄປຈົນເຖິງ Workstation ແລະ ຍັງມີໂຊລູເຊີນໃໝ່ຫຼ້າສຸດຂອງທາງ Brother ເຊັ່ນ: printer ທຸກຮຸ່ນ Scanner P-Touch ທີ່ລູກຄ້າຕ້ອງການ ພ້ອມທັງມີທີມງານ support ສະເພາະໃຫ້ຄຳປຶກສາ ແລະ ສູນບໍລິການຫຼັງການຂາຍຢູ່ ສປປ ລາວ

ທ່ານ ກິດຕິພົງ ກະນົກວິໄລລັດ ໃຫ້ສຳພາດວ່າ: ພວກເຮົາໄດ້ເລັງເຫັນຕະຫຼາດໃນ ສປປ ລາວ ວ່າມີທ່າແຮງພຽງພໍທີ່ຈະມີການເຕີບໃຫຍ່ຢ່າງຕໍ່ເນື່ອງ ແລະ ຂ້ອນຂ້າງໝັ້ນຄົງ ເຊິ່ງໃນດ້ານການບໍລິການຫຼັງການຂາຍ ຫຼື ສິດທິໃນການຂາຍທາງ delta distribution ເອງ ແມ່ນມີມາດຕະຖານທຽບເທົ່າກັບປະເທດໄທ ລູກຄ້າທີ່ໃຊ້ສິນຄ້າ ແລະ ບໍລິການຈາກທາງ Lenovo & Brother ຈະສາມາດນຳໃຊ້ບໍລິການສ້ອມແປງ ໂດຍບໍ່ຕ້ອງສົ່ງເຄື່ອງຂ້າມໄປໄທ ເຊິ່ງຈະເຮັດໃຫ້ປະຢັດເວລາ ແລະ ຍັງຄົງເປັນມາດຕະຖານຂອງ Lenovo ແລະ Brother ອີກດ້ວຍ.

error: Content is protected !!