ການຂີ່ລົດຈັກດ້ວຍຄວາມເລີ່ນເລີ້ ປະໝາດ ຄືເຫັນໃນຮູບກາຕູນແຜ່ນນີ້ນັ້ນ ມີຄວາມສ່ຽງແບບສຸດໆ ເພາະໜຶ່ງແມ່ນການໃຫ້ເດັກນ້ອຍນັ່ງຢູ່ຈຸດທີ່ບໍ່ມີຄວາມປອດໄພ ແລະ ສອງ ຜູ້ຊ້ອນທ້າຍ ແລະ ເດັກບໍ່ໃສ່ໝວກກັນກະທົບ ທັງໆທີ່ກົດຈະລາຈອນໄດ້ກຳນົດໃຫ້ທຸກຄົນທີ່ໃຊ້ລົດຈັກ ຕ້ອງສວມໝວກກັນກະທົບ ຄວາມປະໝາດຄືຄວາມຕາຍ… ບູຮານລາວເຄີຍວ່າໄວ້ແຕ່ດົນມາແລ້ວເນີ !.