ເວລາໃຊ້ລົດຈັກໄປ-ມາ ທັງຜູ້ບັນຊາເຂົາລົດ ທັງຜູ້ຊ້ອນຄວນຕັ້ງສະຕິ ຢູ່ໃນບັນຍາກາດສະຫງົບຢ່າວອກຊ້າຍແວກຂວາ ພິເສດ ຢ່າຫາແນວມາລົມກັນແບບຈິງຈັງຟົດເດືອດອອກທ່າອອກທາງ ເຊັ່ນ: ຊີ້ນັ້ນຊີ້ນີ້ໃຫ້ກັນເບິ່ງ ຜູ້ຊ້ອນທ້າຍກໍຢ່າຊວນຜູ້ຂັບລົມຫຼາຍ ສ່ວນຜູ້ຂັບກໍບໍ່ຈຳເປັນໃຊ້ມືປະກອບເວລາລົມກັບຜູ້ຊ້ອນ ບໍ່ຈຳເປັນຕ້ອງບິດຄໍມາເບິ່ງໜ້າຜູ້ຊ້ອນ ເພື່ອໃຫ້ຟັງຕົນ ຖ້າໃຜຂືນເຮັດ ແນ່ນອນຈະມີຄວາມສ່ຽງເກີດອຸບັດເຫດສູງ ມີຫຍັງເວົ້າກັນກໍຄວນລໍຖ້າໄປຮອດຈຸດໝາຍປາຍທາງກ່ອນ ມັນບໍ່ພໍລົ້ມພໍຕາຍຍ້ອນຕີບໍ ຢະເອີຍ!.
ໂດຍ: ສາວສິ້ນແຕ້ມ