ກິນເຂົ້າຮ່ວມພາ ຢ່າແຍກກຸ່ມລົມກັນ

ເວ­ລາ​ກິນ​ເຂົ້າ​ຮ່ວມ​ພາ ຫຼື ຮ່ວມ​ໂຕະ​ກັບ​ຄົນ​ອື່ນໆ​ນັ້ນ ເຮົາ​ຕ້ອງ​ປະ­ຕິ­ບັດ​ຕົນ​ຢ່າງ​ເໝາະ​ສົມ ຄື​ໂອ້​ລົມ​ທັກ​ທາຍ​ກັບ​ໝົດ​ທຸກ​ຄົນ​ຊ່ຳໆກັນ ແຕ່​ຄວນ​ເອົາ­ໃຈ­ໃສ່​ພິ­ເສດ​ກັບ​ຜູ້​ນັ່ງ​ຢູ່​ຂ້າງ​ເຮົາ ໂດຍ​ສະ­ເພາະ​ແມ່ນ​ຜູ້​ຢູ່​ກ້ຳ​ຂວາ ການ​ຕັກ​ອາ­ຫານ​ກໍ​ບໍ່​ຄວນ​ໂກ້ຍ​ແຕ່​ໃສ່​ຕ່ອນ​ແຊບໆ ຫ້າມ​ຕັກ​ອາ­ຫານ​ໃສ່​ຈານ​ຄັ້ງ​ດຽວ​ໃຫ້​ຄົບ ໃຫ້​ຕັກ​ເອົາ​ເທື່ອ​ລະ​ເຍື່ອງ​ລະ​ສອງ ສິ່ງ​ທີ່​ຄວນ​ລະ­ວັງ​ທີ່​ສຸດ ກໍ​ຄື​ຢ່າ​ລົມ ຫຼື ທັກ​ທາຍ​ແບບ​ແຍກ​ກຸ່ມ​ຈາກ​ຄົນ​ອື່ນ ເພາະ​ເປັນ​ການ​ເສຍ​ມາ­ລະ­ຍາດ​ໂຕະ​ອາ­ຫານ​ໃນ​ເວ­ລາ​ນີ້ ແມ່ນ​ເວ­ທີ​ລວມ​ຊິງ ເຊິ່ງ​ບໍ່​ອະ­ນຸ­ຍາດ​ໃຫ້​ມີ​ເລື່ອງ​ສ່ວນ​ຕົວ ຫຼື ເລື່ອງ​ກຸ່ມ​ກ້ອນ.

error: Content is protected !!