ຢ່າຕັ້ງຄວາມຫວັງແບບລົມໆແລ້ງໆ

ການ​ຖື​ສິນ​ກິນ​ທານ​ໃນ​ສາ­ສະ­ໜາ​ພຸດ​ເຮົາ​ນັ້ນ ຖ້າ​ເຮັດ​ດ້ວຍ​ຄວາມ​ບໍ­ລິ­ສຸດ​ດ້ວຍ​ໃຈ­ໃສ​ສັດ­ທາ​ແທ້​ນັ້ນ ຄົງ​ບໍ່​ມີ​ຜົນ​ກະ­ທົບ​ຕາມ​ມາ​ແນ່­ນອນ ເພາະ​ການ​ເຊື່ອ​ຖື ຫຼື​ບໍ່​ເຊື່ອ​ຖື​ສາ­ສະ­ໜາ​ນັ້ນ ເປັນ​ສິດ​ຂອງ​ສ່ວນ​ບຸກ­ຄົນ ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ລັດ​ຖະ​ທຳ​ມະ­ນູນ ແຕ່​ຖ້າ​ການ​ເຊື່ອ​ຖື​ແບບ​ເຜີ້​ຝັນ ແບບ​ຫວັງ​ສິ່ງ​ຕອບ​ແທນ ເຊັ່ນ ຂໍ​ເລກ​ບັດ​ເລກ​ເບີ ຂໍ​ໃຫ້​ຮັ່ງ­ມີ ດີ​ໄດ້ (ໂດຍ​ບໍ່​ຕ້ອງ​ອອກ­ແຮງ) ແລ້ວ ແນ່­ນອນ​ກໍ​ຈະ​ພົບ​ກັບ​ຄວາມ​ຜິດ​ຫວັງ ເພາະ​ພະ​ເຈົ້າ ຫຼື ສິ່ງ​ສັກ­ສິດ​ນັ້ນ ຈະ​ຊ່ວຍ­ເຫຼືອ​ແຕ່​ຜູ້​ທີ່​ຮູ້​ຊ່ວຍ​ຕົນ​ເອງ​ກ່ອນ.

error: Content is protected !!