ສິ່ງຫ້າມເຮັດໃນໂຕະອາຫານ

ເວ­ລາ​ຮັບ​ປະ­ທານ​ຢູ່​ຮ້ານ​ອາ­ຫານ ຫຼື ໃນ​ງານ​ລ້ຽງ​ງານ​ເຊີນ ເຊິ່ງ​ຕ້ອງ​ໄດ້​ຮັກ­ສາ​ມາ­ລະ­ຍາດ​ນັ້ນ ມັນ​ມີ​ພິ­ທີ­ການ​ທີ່​ຕ້ອງ​ເຮັດ ແລະ ຫ້າມ​ເຮັດ ໜຶ່ງ​ໃນ​ສິ່ງ​ຫ້າມ​ເຮັດ​ເດັດ­ຂາດ ກໍ​ຄື ເມື່ອ​ເວ­ລາ​ບັງ­ເອີນ​ເຮົາ​ເຮັດ​ບ່ວງ ສ້ອມ ໄມ້​ຖູ່ ຫຼື ແພ​ເຊັດ​ມື​ຕົກ­ລົງ​ພື້ນ… ເດັດ­ຂາດ​ຢ່າ​ກົ້ມ​ລົງ​ເພື່ອ​ຈັບ​ເອົາ​ເອງ ໃນ​ງານ​ລ້ຽງ​ສ່ວນ​ຫຼາຍ​ຈະ​ມີ​ຄົນ​ເສີບ​ຄອຍ​ຕິດ­ຕາມ ດັ່ງ­ນັ້ນ ຜູ້​ເສີບ​ກໍ​ຈະ​ເຮັດ​ໜ້າ­ທີ່​ເອົາ​ມາ​ປ່ຽນ​ໃຫ້​ໃໝ່ ຖ້າ​ຄົນ​ເສີບ​ບໍ່​ເຫັນ ເຮົາ​ກໍ​ຕ້ອງ​ໄດ້​ບອກ​ໃຫ້​ເຂົາ​ເອົາ​ສ້ອມ ບ່ວງ ຫຼື ສິ່ງ​ທີ່​ເຮົາ​ເຮັດ​ຕົກ​ມາ​ປ່ຽນ​ໃຫ້​ໃໝ່.

error: Content is protected !!