ສິດສ່ວນຕົວຢ່າເຮັດໃຫ້ສິດລວມມົວໝອງ

ພວກເຮົາເວົ້າແລ້ວ ເວົ້າອີກ ເວົ້າຈົນປາກປຽກວ່າ ເສຍວັດທະ ນະທຳແມ່ນເສຍຊາດ ຍິ່ງເປັນຍຸກໂລກາພິວັດ ປ່ອງທາງສູ່ວັດທະ ນະທຳທີ່ແປກປອມກໍຍິ່ງເປີດກວ້າງ ແຕ່ພ້ອມດຽວກັນກໍມີວັດທະນະ ທຳດີໆຂອງຕ່າງປະເທດ ທີ່ພວກເຮົາຄວນເບິ່ງໄວ້ເປັນບົດຮຽນ… ຂໍຢໍ້າວ່າ ຢ່າເບິ່ງແຕ່ດ້ານດຽວ ແຕ່ການນຸ່ງຖືແບບແປກແນວແລ້ວຖື ວ່າຕົນເອງເດັ່ນດີ ບໍ່ຄືໃຜ ແລະ ບໍ່ມີໃຜຄືນັ້ນ ເບິ່ງແລ້ວມັນສີເຂີນໆ ແລະ ບໍ່ເຂົ້າກັບຄ່ານິຍົມອັນແທ້ຈິງຂອງສັງຄົມລາວ ແນ່ນອນ ການ ນຸ່ງຖືແມ່ນສິດຂອງສ່ວນບຸກຄົນ ແຕ່ຢ່າລືມວ່າ ສິດຂອງສ່ວນບຸກຄົນ ນັ້ນ ບໍ່ສາມາດແຍກອອກຈາກສິດສ່ວນລວມຂອງສັງຄົມ ຂອງຊາດ ເພາະໃນໂລກນີ້ບໍ່ມີໃຜສາມາດຢູ່ໂດດດ່ຽວດຽວດາຍໄດ້ດອກເນີ !.

error: Content is protected !!