ໂດຍສານລວມໝູ່ ຢ່າສູ່ເຮັດຕາມໃຈ

ລົດ​ປະ­ຈຳ​ທາງ ຫຼື ທຸກ​ປະ­ເພດ​ລົດ​ໂດຍ­ສານ​ລວມ​ໝູ່​ນັ້ນ ມີ​ເປົ້າ​ໝາຍ​ໃຫ້​ບໍ­ລິ­ການ​ແກ່​ທຸກໆ​ຄົນ ແຕ່​ບໍ່​ແມ່ນ​ເພື່ອ​ໃຫ້​ໃຜ​ຜູ້​ໜຶ່ງ​ໃຊ້​ພາ­ຫະ­ນະ​ນີ້​ຂົນ​ເຄື່ອງ ຂົນ​ຂອງ​ເກີນ​ກວ່າ​ສິ່ງ​ຕິດ​ຕົວ ເລື່ອງ​ນີ້ ຮູ້​ທັງ​ຮູ້​ແຕ່​ກໍ​ມີ​ບາງ​ຄົນ​ພາ­ໂລ​ເຮັດ ເຊັ່ນ: ເອົາ​ສັດ­ລ້ຽງ (ໝາ-ແບ້) ລົດ­ຖີບ ເຄື່ອງ­ໃຊ້​ໄມ້​ສອຍ ອີ່​ລຸງ​ຕຸງ​ນັງ​ຂຶ້ນ​ນຳ ເຮັດ​ໃຫ້​ລົດ​ມີ​ສະ­ພາບ​ແອ​ອັດ ແທນ​ທີ່​ຊິ​ບັນ­ທຸກ​ຜູ້­ໂດຍ­ສານ​ໄດ້ 20 ຄົນ ໃສ່​ໄດ້​ແຕ່ 10-15 ຄົນ ຍ້ອນ​ບໍ່​ມີ​ບ່ອນ​ຫວ່າງ ເລື່ອງ​ຈັ່ງ​ຊີ້​ເຖິງ​ຈະ​ມີ ຫຼື ບໍ່​ມີ​ກົດ​ຫ້າມ ແຕ່​ຜູ້​ໃຊ້​ບໍ­ລິ­ການ ທຸກ​ຄົນ​ກໍ​ຕ້ອງ​ມີ​ນ້ຳ­ໃຈ​ແດ່​ຕີ ຄື​ຢ່າ​ເໝົາ​ເອົາ​ເນື້ອ­ທີ່​ຫຼາຍ​ກວ່າ​ໝູ່ ແບບ​ວ່າ ກູ​ຈ່າຍ​ແລ້ວ…ຢາກ​ເຮັດ​ຫຍັງ​ກໍ​ໄດ້ ເປັນ​ສັງ​ບໍ່​ຄິດ​ວ່າ​ໝູ່​ກໍ​ຈ່າຍ​ຄື​ກັນ ອັກ​ໂກຍ !.

error: Content is protected !!