ອະນາໄມໄວ້ກ່ອນຈະດີແລ

ເມື່ອ​ບໍ່​ພໍ​ເທົ່າ­ໃດ​ປີ­ຜ່ານ­ມາ ເຄີຍ​ອ່ານ​ຂ່າວ​ພົບ​ວ່າ ທາງ​ການ​ຂອງ​ອິນ​ເດຍ ໄດ້​ອອກ​ກົດ​ເຫຼັກ​ຫ້າມ​ຄົນ​ຂາຍ​ອາ­ຫານ​ສຸກ ເຄື່ອງ​ດື່ມ​ຕາມ​ແຄມ​ທາງ ແກະ​ຂີ້­ດັງ ຖົ່ມ­ນ້ຳ­ລາຍ ຄາກ​ຂີ້​ກະ​ເທີ່ ໄອ ຈາມ ເວ­ລາ ປຸງ ແລະ ບໍ­ລິ­ການ​ອາ­ຫານ​ເຄື່ອງ​ດື່ມ​ໃຫ້​ລູກ​ຄ້າ ເພາະ​ມັນ​ທັງ​ເປັນ​ການ​ເສຍ​ມາ­ລະ­ຍາດ ແລະ ຂາດ​ຫຼັກ​ອະ­ນາ­ໄມ​ຢູ່​ບ້ານ​ເຮົາ​ເດລະ ? ຄວນ​ມີ​ຫຍັງ​ຫ້າມ​ກັນ​ແດ່​ບໍ ? ເພາະ​ບາງ​ຮ້ານ​ຍັງ​ບໍ່​ໃຊ້​ສົບ​ມື​ເວ­ລາ​ຈັບ​ອາ­ຫານ​ໃຫ້​ແຂກ ເວ­ລາ​ຄົນ​ຊຸບ​ຜັກ​ຈອງ-ບ່ວງ ທີ່​ໃຊ້​ຍັງ​ປ່ອຍ​ໃຫ້​ແມ­ງວັນ​ຕອມ​ຢູ່​ໂຜ່ໆ ເລື່ອງ​ແກະ​ຂີ້­ດັງ-ຊັ່ງ​ຂີ້­ມູກ​ກໍ​ມີ​ໃຫ້​ເຫັນ​ຕໍ່­ໜ້າ​ແຂກ​ເປັນ​ບາງ​ຄັ້ງ ເວ­ລາ​ໄອ-ຈາມ​ໃກ້ໆ​ຊາມ​ອາ­ຫານ​ກໍ​ຍັງ​ມີ​ຜູ້​ບໍ່​ອັດ​ປາກ ເຮັດ​ແນວ​ນີ້​ພະ­ຍາດ ໂດຍ​ສະ­ເພາະ​ແມ່ນ​ໂຄ​ວິດ-19 ຄົງ​ຈະ​ໄດ້​ໃຈ​ບໍ່​ແມ່ນ​ຂອງ​ຢອກ​ນໍ​ຍະ​ເອີຍ !.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!