ສິ່ງຂວາງຕາຂວາງທາງໃນຍາມບຸນ

ລົດ­ຖີບ ລົດ­ຈັກ ລົດ​ສາມ​ລໍ້ ທີ່​ໃຊ້​ບັນ­ທຸກ​ສິນ­ຄ້າ​ຈ່າວ​ຂາຍ​ໃນ​ເວ­ລາ​ງານ​ບຸນ​ນັ້ນ ມັນ​ຈະ​ສ້າງ​ບັນ­ຫາ​ກີດ­ຂວາງ​ການ​ຈະ­ລາຈອນ ເຮັດ​ໃຫ້​ສະ­ຖານ­ທີ່​ຄັບ­ຄາ​ໜາ​ແໜ້ນ​ຢູ່​ແລ້ວ​ແຄບ​ເຂົ້າ​ຕື່ມ ລົດ​ຈ່າວ​ຂາຍ​ສິນ­ຄ້າ​ລໍ້​ໃຈ ສ່ວນ​ໃຫຍ່​ແມ່ນ​ປະ­ເພດໝາກ​ປູມ​ເປົ້າ ດອກ​ໄມ້​ທຽມ ຕຸກ­ກະ­ຕາ ເຂົ້າ­ໜົມ ປະ­ເພດ​ຂົບ​ຄ້ຽວ ຂຽບ​ໝູ ນ້ຳ­ຫວານ​ປະ­ເພດ​ກິນ​ໄວ ແລະ​ອື່ນໆ ການ​ບັນ­ທຸກ​ຫຼາຍ​ເກີນ​ເຫດ​ແບບ​ນີ້ ສ່ຽງ​ທີ່​ກໍ່­ໃຫ້­ເກີດ​ອຸ­ບັດ­ເຫດ ເພາະ​ມັນ​ປິດ​ບັງ­ຕາ​ຜູ້​ໃຊ້​ລົດ​ໃຊ້​ຖະ­ໜົນ​ທົ່ວໆ​ໄປ ແລະ ສ່ຽງ​ທີ່​ຈະ​ເກາະ​ກັນ​ລົ້ມ​ເອງ ດັ່ງ­ນັ້ນ ເຈົ້າ​ໜ້າ­ທີ່​ຄວນ​ເອົາ­ໃຈ­ໃສ່ຄວບ​ຄຸມ​ບັນ­ຫາ​ນີ້​ໃຫ້​ເຄັ່ງ​ຄັດ​ກວ່າ​ເກົ່າ.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!