ການຂ້າເວລາແບບເດີມໆທີ່ໜ້າເບື່ອ

ເວ­ລາ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໃນ​ລະ­ດັບ​ໃດ​ກໍ​ຕາມ… ເພື່ອ​ແກ້​ເມື່ອຍ​ໃນ​ການ​ລໍ­ຖ້າ​ເວ­ລາ​ເລີ່ມ​ພິ­ທີ (ຍ້ອນ​ຜູ້​ເຂົ້າ​ຮ່ວມ​ບໍ່​ປະ­ຕິ­ບັດ​ໂມງ​ເວ­ລາ) ກໍ​ມັກ​ຈະ​ມີ​ການ​ສະ­ເໜີ​ໃຫ້​ມີ​ການ​ຮ້ອງ­ເພງ​ໂດຍ​ບຸກ­ຄົນ ຫຼື ລວມ​ໝູ່ ເຊິ່ງ​ໂຄ­ສົກ ຫຼື ຄະ­ນະ​ຈັດ​ຕັ້ງ​ເອີ້ນ​ວ່າ ເພື່ອ​ສ້າງ​ບັນ­ຍາ­ກາດ ແຕ່​ເນື້ອ​ແທ້​ກໍ​ແມ່ນ​ເພື່ອ​ຂ້າ​ເວ­ລາ​ທີ່​ເສຍ​ໄປ ຍ້ອນ​ການ​ລໍ­ຖ້າ ຍ້ອນ​ສະ­ພາບ​ບໍ່​ຄ່ອງ​ຕົວ​ໃນ​ການ­ຈັດ­ຕັ້ງ​ການ​ປະ­ຊຸມ​ນັ້ນ​ເອງ ຫຼາຍ​ເທື່ອ​ຕໍ່​ຫຼາຍ​ທີ ການ​ສ້າງ​ບັນ­ຍາ­ກາດ​ແບບ​ນີ້​ມັນ​ກໍ​ກາຍ­ເປັນເລື່ອງ​ເບື່ອ ເປັນ​ການ​ແກ້­ໜ້າ ແລະ ບາງ​ຄັ້ງ​ກໍ​ບໍ່​ເຂົ້າ​ກັບ​ລັກ­ສະ­ນະ​ກອງ​ປະ­ຊຸມ ຫຼາຍ​ຄົນ​ວ່າ​ພວກ​ເຮົາ​ຄວນ​ເຄັ່ງ​ເວ­ລາ​ໃນ​ການ​ຈັດ​ຕາ­ຕະ­ລາງ​ກອງ​ປະ­ຊຸມ ໂມງ​ເປັນ​ໂມງ​ຈະ​ດີ​ກວ່າ ບໍ່​ແມ່ນ​ຊິ​ຊອກ​ຂ້າ​ເວ­ລາ​ດ້ວຍ​ວິ­ທີ​ເດີມໆ​ທີ່​ໜ້າ​ເບື່ອ​ເຊັ່ນ​ນີ້ !.

ໂດຍ: ສາວ​ສິ້ນ​ແຕ້ມ

error: Content is protected !!