ຂີ້ເຫຍື້ອບິນເປັນ

ຄວາມ​ເປື້ອນ​ເປິ​ະ​ເຮິ​ະ​ຮ້າຍ​ທີ່​ເຫັນ​ຕາມ​ນະ­ຄອນ­ຫຼວງ ກໍ​ຄື ຕົວ​ເມືອງ​ໃຫຍ່ໆ​ໃນ​ປະ­ເທດ​ພວກ​ເຮົາ​ນັ້ນ ເກີດ​ມາ​ຈາກ​ຫຼາຍ​ສາ­ເຫດ ແຕ່​ທີ່​ແກ້​ຍາກ​ນັ້ນ​ແມ່ນ​ຂີ້​ເຫຍື້ອ​ທີ່​ບິນ​ອອກ​ມາ​ຈາກ​ລົດ​ບັນ­ທຸກ​ຫີນ-ຊາຍ ກໍ​ຄື ລົດ​ແກ່​ວັດ­ຖຸ​ກໍ່­ສ້າງ​ອື່ນໆ ທີ່​ລະ­ເມີດ​ກົດ​ຈະ­ລາ­ຈອນ ຄື​ບໍ່​ມີ​ຜ້າ​ປົກ​ປ້ອງ​ກັນ​ບໍ່​ໃຫ້​ວັດ­ຖຸ​ທີ່​ບັນ­ທຸກ​ຕົກ­ເຮ່ຍ ນອກ­ຈາກ​ນັ້ນ ຍັງ​ບັນ­ທຸກ​ເກີນ​ຄວາມ​ສາ­ມາດ​ຂອງ​ລົດ ສ່ວນ​ການ​ຄວບ​ຄຸມ​ຕິດ­ຕາມ​ຂອງ​ເຈົ້າ​ໜ້າ­ທີ່​ຮັບ­ຜິດ­ຊອບ​ນັ້ນ​ກໍ​ລະ​ເຫຼີງ ເລືອກ​ເຮັດ​ເປັນ​ບາງ​ໂອ­ກາດ ເວ­ລາ​ມີ​ເຫດ­ການ​ສຳ­ຄັນ​ເທົ່າ​ນັ້ນ ດັ່ງ­ນັ້ນ ຈຶ່ງ​ບໍ່​ແປກ​ດອກ​ທີ່​ບ້ານ​ເມືອງ​ພວກ​ເຮົາ​ອຸ­ດົມ­ສົມ­ບູນ​ໄປ​ດ້ວຍ​ຂີ້​ເຫຍື້ອ.

error: Content is protected !!