ຂີ່ລົດຖີບຕາມເສັ້ນທາງ ບໍ່ແມ່ນຂີ່ສະແດງໃນໂຮງກາຍະສິນໂດຍນັກສະແດງ ດັ່ງນັ້ນ ຂໍຢ່າເຮັດແນວໂລດໂຜນ ສ່ຽງໄພ ເຊັ່ນ ການຢອກລໍ້ກັນ ການປ່ອຍມືຈາກເຂົາລົດທັງສອງເບື້ອງ ຫຼື ການຂີ່ຕັດໜ້າຕັດຫຼັງກັນ ຂີ່ເປັນແພ ຫຼື ເອົາຕີນ-ມືເກາະກາຍກັນຄືໃນຮູບກາຕຸນນີ້ ຄູ-ອາຈານ ຜູ້ປົກຄອງທຸກຄົນຄວນໃສ່ໃຈຕັກເຕືອນລູກຫຼານ ເລື່ອງການໃຊ້ລົດຖີບ-ລົດຈັກ ຖ້າບໍ່ຢາກໃຫ້ເດັກເຫຼົ່ານີ້ຖິ້ມແຂ້ວກາງທາງ.