ຊື່ເຍື່ອງອາຫານທີ່ຟັງແລ້ວບາດຫູ

ຄົນ​ລາວ​ເຮົາ​ຈຳ­ນວນ​ບໍ່​ໜ້ອຍ ທີ່​ສະ­ຫຼອກ­ກອກ​ຊອກ​ກິນ​ອາ­ຫານ​ແປກໆ ບໍ່​ແປກ​ແຕ່​ກະ​ໂຕ​ອາ­ຫານ ແຕ່​ຊື່​ເອີ້ນ​ກໍ​ຕ້ອງ​ແປກ​ແບບ​ກວນ ກວນ​ຊວນ​ທົດ​ລອງ ຍ້ອນ​ແນວ​ນີ້​ເອງ ບາງ​ຮ້ານ​ຈຶ່ງ​ມີ​ອາ­ຫານ​ທີ່​ໃສ່​ຊື່​ແບບ​ຟັງ​ແລ້ວ​ກະ­ດຽມ​ຫູ ເຊັ່ນ: ເຍື່ອງ​ທີ່​ເຮັດ​ດ້ວຍ​ອະ​ໄວ​ຍະ​ວະ​ເພດ​ຂອງ​ສັດ ແທນ​ທີ່​ຈະ​ຊອກ​ໃສ່​ຊື່​ແບບ​ປິດໆ​ບັງໆ​ແດ່ ແຕ່​ພັດ​ເອີ້ນ​ຊື່​ໂດຍ​ກົງ​ໂລດ​ແບບ​ບໍ່​ຫ່ວງ​ໂລກ ເຮັດ​ໃຫ້​ລູກ​ຄ້າ​ບາງ​ຄົນ​ໜ້າ​ແດງ ເລື່ອງ​ນີ້​ຄວນ​ພິ­ຈາ­ລະ­ນາ​ປ່ຽນ​ໃໝ່​ສາ ຊອກ​ໃສ່​ຊື່​ອື່ນ ແຕ່​ມີ​ຄວາມ​ໝາຍ​ດຽວ​ກັນ ພາ­ສາ​ລາວ​ເຮົາ​ອຸ­ດົມ​ຮັ່ງ­ມີ !.

error: Content is protected !!