ຕ້ອງມີຈັນຍາບັນ ແລະ ມາລະຍາດໃນອາຊີບ

ໃນ​ສັງ­ຄົມ​ປັດ­ຈຸ­ບັນ ຄົນ​ໃນ​ທຸກໆ​ອາ­ຊີບ​ຕ້ອງ​ມີ​ຈັນ​ຍາ​ບັນ ມີ​ມາ­ລະ­ຍາດ​ສະ­ເພາະ ຈຶ່ງ​ຈະ​ມີ​ຄວາມ​ຍືນ​ຍົງ​ໃນ​ວິ­ຊາ​ຫາ​ກິນ ຕົວ­ຢ່າງ: ຖ້າ​ເປັນ​ໂຊ​ເຟີ​ລົດ​ແທັກ​ຊີ ຫຼື ລົດ​ຕຸກໆ ທີ່​ໃຫ້​ບໍ­ລິ­ການ​ຄົນ​ໂດຍ­ສານ​ນັ້ນ ກໍ​ຕ້ອງ​ປະ­ຕິ­ບັດ​ຕົນ​ໃຫ້​ເໝາະ​ສົມ ເຊັ່ນ ເວ­ລາ​ຢຸດ​ລົດ​ຮັບ​ຜູ້­ໂດຍ­ສານ ໂຊ​ເຟີ​ກໍ​ຕ້ອງ​ລົງ​ລົດ​ມາ​ຕ້ອນ­ຮັບ​ແຂກ ຫຼື ຍົກ​ເຄື່ອງ​ຂອງ​ຊ່ວຍ ກ່ອນ​ຈະ​ຂັບ​ລົດ​ອອກ​ໄປ​ກໍ​ຕ້ອງ​ແນ່​ໃຈ​ວ່າ ຜູ້­ໂດຍ­ສານ​ໄດ້​ຂຶ້ນ​ລົດ ແລະ ນັ່ງ​ຢ່າງ​ປອດ​ໄພ​ແລ້ວ ຢ່າ​ເຮັດ​ຄື​ໂຊ​ເຟີ​ລົດ​ຕຸກໆ​ຄັນ​ນີ້​ເລີຍ.

error: Content is protected !!