ຢ່າຫຼົງເຊື່ອການໂຄສະນາເກີນເຫດ

ໃນ​ສັງ­ຄົມ​ປັດ­ຈຸ­ບັນ​ນີ້ ມີ​ການ​ແກ່ງ​ແຍ່ງ​ແຂ່ງ­ຂັນ​ກັນ​ເພື່ອ​ເຮັດ​ຢູ່​ຫາ​ກິນ​ນັ້ນ ທຸກ​ຄົນ​ຕ້ອງ​ມີ​ສະ­ຕິ​ລະ­ວັງ ຢ່າ​ໃຫ້​ຖືກ​ຕົ້ມ​ຕົວະ​ຫຼອກ​ລວງ​ຈາກ​ພວກ​ຫົວ​ໃສ​ໃຈ​ຄົດ ຕົວ­ຢ່າງ: ກໍ​ຄື ພວກ​ທີ່​ຈ່າວ​ຂາຍ​ສິນ­ຄ້າ​ເພື່ອ​ສຸ­ຂະ­ພາບ ເພື່ອ​ຄວາມ​ຈົບ​ຄວາມ​ງາມ ເຊິ່ງ​ໃຜໆ​ກໍ​ຕ້ອງ­ການ ການ​ໂຄ­ສະ­ນາ​ຂີ້​ຕົວະ​ເຫຼົ່າ​ນີ້ ມັກ​ຈະ​ເກີນ​ຄວາມ​ຈິງ ເຊັ່ນ: ເລື່ອງ​ຢາ​ຊູ​ກຳ­ລັງ​ທາງ​ເພດ ຄຼີມ​ເສີມ​ຄວາມ​ງາມ​ໃຫ້​ງາມ​ປານ​ພະ​ເອກ-ນາງ​ເອກ ທີ່­ແທ້​ແມ່ນ​ການ​ຕົວະ​ກັນ​ແບບ​ຕາ​ໃສໆທັງ​ນັ້ນ.

error: Content is protected !!