ເຮັດແນວຈັງໄຮ ສາຍໄຟຈະເປັນໄພ

ສາຍ​ໄຟ­ຟ້າ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ກໍ​ຄື​ຢູ່​ໃນ​ຕົວ​ເມືອງ​ອື່ນໆ ຍັງ​ມະ​ຍຸ​ມະ​ຍະ​ຢັ່ງ­ຢາຍ​ບໍ່​ເປັນ​ລະ­ບຽບ ຢູ່​ເມືອງ​ໃຫຍ່ໆ​ໃນ​ຕ່າງ­ປະ­ເທດ ເຂົາ​ມີ​ລະ­ບົບ​ຝັງ​ສາຍ​ໄຟ​ຟ້າ­ລົງ​ດິນ ບໍ່​ມີ​ສາຍ​ໄຟ­ຟ້າ​ເປັນ​ປຸ້ມ ປິດ​ບັງ​ຄວາມ​ງາມ​ຂອງ​ເຮືອນ​ຊານ​ບ້ານ​ຊ່ອງ ຍ້ອນ​ແນວ​ນີ້ ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ເອົາ­ໃຈ​ຊ່ວຍ​ກັນ ຢ່າ​ໃຫ້​ມີ​ເຄືອ­ໄມ້ ຖົງ​ຢາງ ຫຼື ເຄື່ອງ​ເສດ​ເຫຼືອ ຂີ້​ເຫຍື້ອ ໄປ​ເກາະ​ຫ້ອຍ​ຢູ່​ຕາມ​ສາຍ​ໄຟ ເພາະ​ມັນ​ເປັນ​ອັນ­ຕະ­ລາຍ ຈະ​ເຮັດ​ໃຫ້​ສາຍ​ໄຟ​ຊຸດ­ໂຊມ ໂຢດ​ລົງ​ມາ​ໄດ້ ແລະ ເບິ່ງ​ບໍ່​ງາມ​ຕາ ສຳ­ຄັນ​ກວ່າ​ນັ້ນ ຢ່າ​ສຸມ​ໄຟ​ກ້ອງ​ສາຍ​ໄຟ ເພາະ​ເປັນ​ອັນ­ຕະ­ລາຍ​ເຖິງ​ແກ່​ຊີ­ວິດ ແລະ ທັງ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ສາຍ​ໄຟ ທີ່​ເປັນ­ສົມ​ບັດ​ລວມ​ຂອງ​ລັດ ອີກ​ດ້ວຍ.

error: Content is protected !!