ໂທລະສັບມືຖືປະເພດສະມາດໂຟນນັ້ນ ມີປະໂຫຍດອະນັນ ແຕ່ກໍມີໂທດມະຫັນ (ແປວ່າປະໂຫຍດກໍຫຼາຍ ໂທດກໍຫຼາຍ) ຖ້າໃຊ້ເປັນ ໃຊ້ຖືກກາລະເທສະ ກໍມີຜົນດີນັບບໍ່ຖ້ວນ ຖ້າໃຊ້ແບບເສບຕິດ ຂາດສະຕິ ມັນກໍຈະນຳຜົນຮ້າຍມາສູ່ຜູ້ໃຊ້ ແລະ ຄົນຢູ່ອ້ອມຂ້າງ ເຊັ່ນ: ຈ້ອງໜ້າຈໍເວລາຂ້າມທາງ ເວລາຂັບລົດ ແລະ ການຂາດສະຕິເວລາຖ່າຍເຊວຟີ ກໍອາດຖືກລົດຕຳ ຫຼື ຕົກເຫວ ເພາະມົວແຕ່ຖອຍຫຼັງເອົາທ່າເອົາທາງເຊວຟີແບບນີ້ເຂົາເອີ້ນວ່າ ເສັ້ນຜີ ແປວ່າ ເອົາຊີວິດຂອງຕົນໄປບູຊາຜີ ນັ້ນແລ !.
ໂດຍ: ສາວສິ້ນແຕ້ມ