ເຊົ້າວານນີ້ ສາວຕ້ອຍຕິ່ງ ລຸກແຕ່ເຊົ້າໆ ຈັດແຈງອາບນ້ຳ ຫວີຜົມ ແລ້ວຕຽມຕົວອອກຈາກເຮືອນ ຜູ້ເປັນແມ່ເຫັນແນວນັ້ນກໍແປກໃຈ ເພາະຕາມທຳມະດາແລ້ວ ສາວຕ້ອຍຕິ່ງ ມີນິໄສຕື່ນສວາຍ. “ເອົາແລ້ວ ລູກຟ້າວໄປໃສ ເຂົ້າເຊົ້າຍັງບໍ່ທັນກິນເທື່ອ?” ແມ່ຖາມ. “ລູກຊິໄປກວດຊອກເຊື້ອໂຄວິດ-19” ສາວຕ້ອຍຕິ່ງ…
Category: ດັບເຫງົາເຊົາຄຽດ
ສວຍໂອກາດ
ຊຽງແປ້ນ ເປັນຄົນສະລອກກອກ ຊອກສວຍໂອກາດແນວໝູ່ຄິດບໍ່ເຖິງ. ເຊົ້ານີ້ລາວເຂົ້າຫ້ອງປະຊຸມ ໂດຍມີໜ້າກາກອັດປາກອັດດັງ ຢູ່ໃນຫ້ອງປະຊຸມມີຜູ້ນັ່ງຢູ່ກ່ອນແລ້ວ 9 ຄົນ ຕ່າງກໍໃສ່ໜ້າກາກທັງນັ້ນ ພໍເຫັນແນວນັ້ນ ຊຽງແປ້ນ ກໍຮີບປົດໜ້າກາກຂອງຕົນອອກ ຜູ້ຮ່ວມປະຊຸມທັງ 9 ຄົນ ຮ້ອງຖາມວ່າ…
ຈຸດດີ ຈຸດອ່ອນ
ໃນກອງປະຊຸມວຽກວັດທະນະທຳປະຈຳເມືອງ ທ່ານປະທານກອງປະຊຸມໄດ້ອ່ານບົດສະຫຼຸບການເຄື່ອນໄຫວ ທີ່ມີຄວາມຍາວຫຼາຍວາ ພໍຮອດບ່ອນຈຸດດີ ຈຸດອ່ອນ ທ່ານເວົ້າວ່າ ຈຸດດີ: ຄົນບໍ່ຫຼິ້ນກິນຟຸມເຟືອຍຄືເກົ່າ ການຮ້ອງເພງຢູ່ຕາມຮ້ານກໍບໍ່ໃຊ້ສຽງດັງຄຶກໂຄມຄືເກົ່າ ເພາະນັກຮ້ອງມີໜ້າກາກອັດປາກອັດດັງໄວ້ ຜົວເມຍຄ່ອຍເວົ້າຄ່ອຍວ່ານຳກັນ ແມ່ນແຕ່ດ່າກໍໄດ້ຍິນສຽງຄ່ອຍໆ ບໍ່ລົບກວນຄົນເຮືອນຂ້າງ ເພາະມີໜ້າກາກອັດປາກໄວ້ ການຟ້ອນ-ລຳຂອງບ່າວໆສາວໆ ກໍບໍ່ມີຈັງຫວະສະໂລຄືເກົ່າ…
ຢ້ານວ່າງວຽກ
ສາວເຕີ່ງ ເປັນແພດປະຈຳບ້ານ ທີ່ເຮັດໜ້າທີ່ໂຄສະນາປຸກລະດົມກ່ຽວກັບໂຄງການລູກຫ່າງ ນາງເປັນພະນັກງານຫ້າວຫັນ ເລາະຂຶ້ນເຮືອນໃຕ້ ລົງເຮືອນເໜືອໃຫ້ຄຳປຶກສາຫາລື ສຳລັບຜູ້ຕ້ອງການມີລູກຫ່າງໆ ກໍຄື ຜູ້ທີ່ຍັງບໍ່ທັນເຂົ້າໃຈກ່ຽວກັບຄວາມສຳຄັນຂອງໂຄງການ ແຕ່ໃນສາມ-ສີ່ເດືອນຜ່ານມານີ້ ສາວເຕີ່ງ ຜັດຢູ່ແຕ່ເຮືອນບໍ່ໄປໃສມາໃສຄືເກົ່າ ເມື່ອມີຜູ້ຖາມຫາສາເຫດນາງກໍເວົ້າສີໜ້າເສົ້າໆວ່າ: “ເຮົາອາດຕົກງານ ເພາະພະຍາດໂຄວິດ-19 ເຮັດໃຫ້ພວກຜົວ-ເມຍ…
ຊ່ວຍເມຍ
ຊາຍທີ່ມີຖານະເປັນຜົວ 2 ຄົນ ໄດ້ມານັ່ງແລກປ່ຽນກ່ຽວກັບຄວາມຮູ້ສຶກຂອງຕົນ ໃນເວລາເມຍພວມເບັ່ງລູກອອກ ແລະ ວ່າພວກຕົນໄດ້ຊ່ວຍເມຍຫຍັງແດ່. ຜູ້ທີໜຶ່ງ: “ເວລາເມຍເຮົາເບັ່ງລູກອອກນັ້ນ ເຮົາຊ່ວຍນາງປະດຸງຄັນຢ່າງໃກ້ຊິດ ເຮົາໂຈມແຂນທັງສອງເບື້ອງຂອງເມຍ ທັງເວົ້າໃຫ້ກຳລັງໃຈ… ສ່ວນນາງປະດຸງຄັນນັ້ນເອົາທາງເບື້ອງລຸ່ມ !”. ຜູ້ທີສອງ: “ເຮົາຫັ້ນຮູ້ສຶກຮ້ອນໆຮົນໆປານຖືກໄຟລົນ…
ເລື່ອງຫຍຸ້ງໃຈ
ສາວອິດ: “ຈັ່ງແມ່ນຊາດກູອຸກໃຈ ອຸກນຳໜ້າກາກນີ້ລະ ໄດ້ເດືອນໜຶ່ງເຕັມໆແລ້ວເດທີ່ເຮົາບໍ່ໄດ້ອ້າງແຂ້ວຄຳເວລາຍິ້ມ ເພາະໜ້າກາກເວນນີ້ມັນບັງໄວ້ !”. ສາວເຕື່ອຍ: “ເຮົາແຮ່ງກຸ້ມກວ່າໂຕເປັນສິບ-ຊາວເທື່ອພຸ້ນ ຜົວເຮົາບໍ່ຍອມກິນເຂົ້າກິນນ້ຳເປັນທິດແລ້ວ ເພາະລາວບໍ່ຍອມເປີດໜ້າກາກຍ້ອນຢ້ານໂຄວິດ-19 ເຮົາຕ້ອງຖ້າໃຫ້ລາວນອນຫຼັບແຕ່ລະຄືນກ່ອນຈະລັກເປີດໜ້າກາກລາວ ເພື່ອເອົາເຂົ້າເອົານ້ຳໃສ່ປາກລາວ !”. ໂດຍ: ບ່າວກະບື
ຮັກສາດາວໄວ້ດີໆ
ອາວເລິງ ເປັນນາຍທະຫານຂັ້ນຮ້ອຍເອກ ອາວມີລູກຊາຍສອງຄົນ ທີ່ມີອາຍຸຫ່າງກັນຫຼາຍ ຜູ້ກົກຊື່ ແປ້ນ ເປັນບ່າວແລ້ວ ສ່ວນລູກຊາຍຫຼ້າຊື່ ໂຕ່ນ ນັ້ນ ອາຍຸພຽງ 3 ປີເທົ່ານັ້ນ ຢູ່ມາຄ່ຳວັນໜຶ່ງ ລູກຊາຍກົກອອກໄປຢືນລົມຜູ້ສາວຢູ່ກ້ອງຕົ້ນຂາມແຄມວັດ ພໍຮູ້ເລື້ອງ…
ຕອບຖືກ ຕອບແມ່ນ
ໂຈນປຸ້ນທະນາຄານຖືກເຈົ້າໜ້າທີ່ຕຳຫຼວດຈັບໄດ້ຄາໜັງຄາເຂົາ ໃນເວລາເຮັດການສອບສວນນັ້ນ ເຈົ້າໜ້າທີ່ຕຳຫຼວດໄດ້ເວົ້າຂຶ້ນວ່າ: “ເຈົ້າກໍໂພດລື່ນບ້ານລື່ນເມືອງ… ຂະໜາດວ່າກາງເວັນແດດທ່ຽງຟ້າ ເຈົ້າກໍຍັງເຮັດໜ້າດ້ານໄປປຸ້ນໄປລັກ… ປຸ້ນບ່ອນອື່ນກໍບໍ່ປຸ້ນ ເສືອກໄປປຸ້ນທະນາຄານ ບອກມາເບິ່ງເປັນຫຍັງຈຶ່ງເຮັດແນວນັ້ນ ?” ຝ່າຍໂຈນຕອບວ່າ: “ທີ່ເຮົາຕ້ອງປຸ້ນຕອນກາງເວັນແດດທ່ຽງຟ້າ ກໍເພາະມັນມີແສງສະຫວ່າງ ແນມເຫັນບ່ອນປຸ້ນດີ ແລະ ທີ່ປຸ້ນທະນາຄານ…
ລູກສຸດສະຫຼາດ
ເຊົ້າໜຶ່ງໃນມື້ບຸນປີໃໝ່ລາວ ຈານປື່ງບັງເອີນແນມເຫັນໂຈນ ພວມພະຍາຍາມແທງກຸນແຈຜີ ເພື່ອລັກເອົາລົດຈັກຄັນຈີກຊອງຂອງລາວໄປ ດ້ວຍສັນຊາດຕະຍານອັດຕະໂນມັດ ຈານປື່ງ ໄດ້ຄວ້າເອົາປືນນ້ຳສີມືດໆຂອງລູກຊາຍຫຼ້າ ແລ້ວຈີ້ໃສ່ໂຈນ ທັງເປັ່ງສຽງອອກມາວ່າ: “ຢຸດ ຖ້າບໍ່ຢາກຕາຍໃຫ້ຍົກມືຂຶ້ນ… ເຫັນບໍນິກູມີປືນໃດ໋ !” ຝ່າຍໂຈນຕົກໃຈ ແລະ ຢ້ານຈົນຕົວສັ່ນ…