ຍົກສູງສະຕິລະວັງຕົວ

ອາທິດແລ້ວນີ້ ທີ່ເມືອງນາຮົກ ຈ່າຍົມພິບານໄດ້ຮຽກເອົາບັນດາທະຫານຂອງຕົນ ມາປະຊຸມເປັນການດ່ວນ ທັງອອກຄຳສັ່ງວ່າ “ດຽວນີ້ຢູ່ເມືອງມະນຸດນັ້ນ ໂຄວິດ-19 ພວມລະບາດໜັກທີ່ສຸດ ດັ່ງນັ້ນ ພວກເຈົ້າຕ້ອງມີສະຕິລະວັງສູງ ຢ່າຢູ່ໃກ້ຄົນບາບຈາກເມືອງມະນຸດ ຕ້ອງໃສ່ໜ້າກາກເວລາທໍລະມານພວກເຂົາ ຖ້າອີກ 1 ເດືອນ ຖ້າໂຄວິດ-19…

ຝາກຄວາມຫວັງໄວ້ກັບໜ້າກາກ

ວານ​ນີ້ ສອງ​ສາວ​ສ່ຽວ​ຮັກ​ສ່ຽວ​ແພງ ມີ​ໂອ­ກາດ​ມາ​ແລກ­ປ່ຽນ​ຂໍ້​ມູນ​ກ່ຽວ​ກັບ​ໂຄ​ວິດ-19 ມັນ​ເປັນ​ເລື່ອງ​ເດັດໆ ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ກັບ​ຄົນ​ອື່ນ. ຜູ້​ທີ​ໜຶ່ງ: “ນັບ​ແຕ່​ໂຄ​ວິດ-19 ອາ​ລະ​ວາດ ເຮົາ​ງົດ​ລົມ​ໂທລະ­ສັບ​ມື​ຖື ເພາະ​ຢ້ານ​ໂຕ​ພະ­ຍາດ​ມັນ​ຊິ​ຕິດ​ມາ​ຕາມ​ຄື້ນ​ສັນ­ຍານ… ເຫັນ​ບໍ​ລະ​ເຮົາ​ມີ​ວິ­ທີ​ປ້ອງ​ກັນ​ເດັດໆ​ກວ່າ​ມາດ​ຕະ­ການ​ຂອງ​ຄົນ​ອື່ນ”. ຜູ້​ທີ​ສອງ: “ເຮົາ​ແຮ່ງ​ຄັກ​ກວ່າ​ນັ້ນ ເວ­ລາ​ນອນ​ເຮົາ​ບໍ່​ຍອມ​ປົດ​ໜ້າ​ກາກ​ອອກ ເພາະ​ເວ­ລາ​ເຮົາ​ຝັນ​ພົບ​ໝູ່­ຄູ່ ເຮົາ​ຢ້ານ​ຕິດ­ພະ­ຍາດ​ນຳ​ພວກ​ເຂົາ…

ຄຸນປະໂຫຍດພິເສດຂອງໜ້າກາກ

    ໜ້າ​ກາກ​ປ້ອງ​ກັນ​ເຊື້ອ​ພະ­ຍາດ​ປອດ​ອັກ­ເສບ​ສາຍ​ພັນ​ໃໝ່ ຫຼື ໂຄ​ວິດ-19 ນັ້ນ ມີ​ປະ­ໂຫຍດ​ມາກ​ມາຍ​ກ່າຍ­ກອງ ນອກ­ຈາກ​ສາ­ມາດ​ປ້ອງ​ກັນ​ພະ­ຍາດ​ທີ່​ວ່າ​ແລ້ວ ຍັງ​ມີ​ຜົນ​ປະ­ໂຫຍດ​ດ້ານ​ອື່ນໆ​ອີກ ດັ່ງ​ປາ­ກົດ​ຢູ່​ໃນ​ບົດ​ສົນ­ທະ­ນາ​ຂອງ​ຊາຍ​ໄວ​ກາງ­ຄົນ​ສອງ​ຄົນ​ດັ່ງ​ລຸ່ມ​ນີ້:     ອາວ​ແປ້ນ: “ເມຍ​ເຮົາ​ປາກ​ເໝັນ ປານ​ກິ່ນ​ຈາກ​ວິດ­ຖ່າຍ ລາວ​ເວົ້າ​ກັບ​ເຮົາ​ເທື່ອ​ໃດ ເຮົາ​ຕ້ອງ​ໄດ້​ກັ້ນ​ລົມ​ຫາຍ­ໃຈ​ໄວ້ ແຕ່​ດຽວ­ນີ້​ສະ­ບາຍ​ແລ້ວ…

ໃຜແນ່ກວ່າກັນ

    ຢູ່​ຮ້ານ​ກາ­ເຟ​ແຫ່ງ​ໜຶ່ງ ນັກ​ຂ່າວ​ສື່​ອອນ​ລາຍ​ກັບ​ນັກ​ຂ່າວ​ໜັງ­ສື­ພິມ​ລາຍ​ວັນ ຖຽງ​ກັນ​ໜ້າ​ດຳ​ຕາ­ແດງ​ກ່ຽວ​ກັບ​ອະ­ນາ­ຄົດ​ຂອງ​ສື່​ຍຸກ​ໃໝ່ (ອອນ​ລາຍ) ກັບ​ສື່​ດັ້ງ­ເດີມ (ໜັງ­ສື­ພິມ).     ນັກ​ຂ່າວ​ອອນ​ລາຍ ອີກ​ບໍ່​ດົນ​ໜັງ­ສື­ພິມ​ຂອງ​ໂຕ​ຕ້ອງ​ພົບ​ກັບ​ຈຸດ​ຈົບ​ແນ່­ນອນ ສ່ວນ​ສື່​ອອນ​ລາຍ​ຂອງ​ເຮົາ​ຍືນ​ຍົງ ແລະ ກ້າວ​ຂຶ້ນ !.     ນັກ​ຂ່າວ​ໜັງ­ສື­ພິມ…

error: Content is protected !!