ຕອບຖືກ ຕອບແມ່ນ

ໂຈນ​ປຸ້ນ​ທະ­ນາ­ຄານ​ຖືກ​ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈັບ​ໄດ້​ຄາ​ໜັງ​ຄາ​ເຂົາ ໃນ​ເວ­ລາ​ເຮັດ​ການ​ສອບ​ສວນ​ນັ້ນ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ໄດ້​ເວົ້າ​ຂຶ້ນ​ວ່າ: “ເຈົ້າ​ກໍ​ໂພດ​ລື່ນ​ບ້ານ​ລື່ນ​ເມືອງ… ຂະ­ໜາດ​ວ່າ​ກາງ­ເວັນ​ແດດ​ທ່ຽງ​ຟ້າ ເຈົ້າ​ກໍ​ຍັງ​ເຮັດ​ໜ້າ­ດ້ານ​ໄປ​ປຸ້ນ​ໄປ​ລັກ… ປຸ້ນ​ບ່ອນ​ອື່ນ​ກໍ​ບໍ່​ປຸ້ນ ເສືອກ​ໄປ​ປຸ້ນ​ທະ­ນາ­ຄານ ບອກ​ມາ​ເບິ່ງ​ເປັນ​ຫຍັງ​ຈຶ່ງ​ເຮັດ​ແນວ​ນັ້ນ ?” ຝ່າຍ​ໂຈນ​ຕອບ​ວ່າ: “ທີ່​ເຮົາ​ຕ້ອງ​ປຸ້ນ​ຕອນ​ກາງ­ເວັນ​ແດດ​ທ່ຽງ​ຟ້າ ກໍ​ເພາະ​ມັນ​ມີ​ແສງ​ສະ­ຫວ່າງ ແນມ​ເຫັນ​ບ່ອນ​ປຸ້ນ​ດີ ແລະ ທີ່​ປຸ້ນ​ທະ­ນາ­ຄານ ກໍ​ເພາະ­ວ່າ​ທະ­ນາ­ຄານ​ມີ​ເງິນ​ຫຼາຍ​ກວ່າ​ຢູ່​ເຮືອນ​ຄົນ​ທຳ​ມະ​ດາ”.

ໂດຍ: ບ່າວ​ກະ­ບື

error: Content is protected !!