ລູກສຸດສະຫຼາດ

ເຊົ້າ​ໜຶ່ງ​ໃນ​ມື້​ບຸນ­ປີ­ໃໝ່​ລາວ ຈານ​ປື່ງ​ບັງ­ເອີນ​ແນມ​ເຫັນ​ໂຈນ ພວມ​ພະ­ຍາ­ຍາມ​ແທງ​ກຸນ­ແຈ​ຜີ ເພື່ອ​ລັກ​ເອົາ​ລົດ­ຈັກ​ຄັນ​ຈີກ​ຊອງ​ຂອງ​ລາວ​ໄປ ດ້ວຍ​ສັນ­ຊາດ​ຕະ​ຍານ​ອັດ­ຕະ­ໂນ­ມັດ ຈານ​ປື່ງ ໄດ້​ຄວ້າ​ເອົາ​ປືນ​ນ້ຳ​ສີ­ມືດໆ​ຂອງ​ລູກ​ຊາຍ​ຫຼ້າ ແລ້ວ​ຈີ້​ໃສ່​ໂຈນ ທັງ​ເປັ່ງ­ສຽງ​ອອກ​ມາ​ວ່າ:

“ຢຸດ ຖ້າ​ບໍ່​ຢາກ​ຕາຍ​ໃຫ້​ຍົກ​ມື​ຂຶ້ນ… ເຫັນ​ບໍ​ນິ​ກູ​ມີ​ປືນ​ໃດ໋ !” ຝ່າຍ​ໂຈນ​ຕົກ­ໃຈ ແລະ ຢ້ານ​ຈົນ​ຕົວ​ສັ່ນ ພ້ອມ​ທັງ​ຍົກ​ມື​ຂຶ້ນ ພໍ­ດີ​ເວ­ລາ​ນັ້ນ​ລູກ​ຊາຍ​ຫຼ້າ​ອາ­ຍຸ 3 ປີ​ຂອງ​ຈານ​ປື່ງ​ມາ​ເຫັນ​ເຫດ­ການ ຈຶ່ງ​ຮ້ອງ​ໃສ່​ຜູ້​ເປັນ​ພໍ່​ວ່າ:

“ພໍ່ໆ ປືນ​ຫັ້ນ​ບໍ່​ມີ​ນ້ຳ​ເທື່ອ​ໃດ… ພໍ່​ຕ້ອງ​ໃສ່​ນ້ຳ​ກ່ອນ​ຈິ່ງ​ຍິງ !”.

ໂດຍ: ບ່າວ​ກະ­ບື

error: Content is protected !!