ຊຽງແປ້ນ ເປັນຄົນສະລອກກອກ ຊອກສວຍໂອກາດແນວໝູ່ຄິດບໍ່ເຖິງ.
ເຊົ້ານີ້ລາວເຂົ້າຫ້ອງປະຊຸມ ໂດຍມີໜ້າກາກອັດປາກອັດດັງ ຢູ່ໃນຫ້ອງປະຊຸມມີຜູ້ນັ່ງຢູ່ກ່ອນແລ້ວ 9 ຄົນ ຕ່າງກໍໃສ່ໜ້າກາກທັງນັ້ນ ພໍເຫັນແນວນັ້ນ ຊຽງແປ້ນ ກໍຮີບປົດໜ້າກາກຂອງຕົນອອກ ຜູ້ຮ່ວມປະຊຸມທັງ 9 ຄົນ ຮ້ອງຖາມວ່າ ເປັນຫຍັງຊຽງແປ້ນຈຶ່ງປົດໜ້າກາກອອກ.
ຊຽງແປ້ນ ນັກສວຍໂອກາດຕອບວ່າ: ຖ້າມີຄົນ 10 ຄົນຢູ່ນຳກັນ ໃນນັ້ນ ຄົນໜຶ່ງບໍ່ຈຳເປັນໃຊ້ໜ້າກາກ ເພາະພະຍາດໂຄວິດ (ຖ້າມີ) ຈາກ 9 ຄົນ ທີ່ໃສ່ໜ້າກາກນັ້ນ ຈະບໍ່ປິວມາຫາຜູ້ທີ 10 ໄດ້ ແລະ ພະຍາດໂຄວິດ ຈາກຜູ້ທີ 10 (ຖ້າມີ) ກໍບໍ່ສາມາດຈະປິວເຂົ້າປາກເຂົ້າດັງຂອງອີກ 9 ຄົນໄດ້ ເພາະມີໜ້າກາກອັດໄວ້ພໍແຮງແລ້ວ!.
ໂດຍ: ບ່າວກະບື