ຢ້ານວ່າງວຽກ

ສາວ​ເຕີ່ງ ເປັນ​ແພດ​ປະ­ຈຳ​ບ້ານ ທີ່​ເຮັດ​ໜ້າ­ທີ່​ໂຄ­ສະ­ນາ​ປຸກ­ລະ­ດົມ​ກ່ຽວ​ກັບ​ໂຄງ­ການ​ລູກ​ຫ່າງ ນາງ​ເປັນ​ພະ­ນັກ­ງານ​ຫ້າວ­ຫັນ ເລາະ​ຂຶ້ນ​ເຮືອນ​ໃຕ້ ລົງ​ເຮືອນ​ເໜືອ​ໃຫ້​ຄຳ​ປຶກ­ສາ​ຫາ­ລື ສຳ­ລັບ​ຜູ້​ຕ້ອງ­ການ​ມີ​ລູກ​ຫ່າງໆ ກໍ​ຄື ຜູ້​ທີ່​ຍັງ​ບໍ່​ທັນ​ເຂົ້າ­ໃຈ​ກ່ຽວ​ກັບ​ຄວາມ​ສຳ­ຄັນ​ຂອງ​ໂຄງ­ການ ແຕ່​ໃນ​ສາມ-ສີ່​ເດືອນ​ຜ່ານ​ມາ​ນີ້ ສາວ​ເຕີ່ງ ຜັດ​ຢູ່​ແຕ່​ເຮືອນ​ບໍ່​ໄປ​ໃສ​ມາ​ໃສ​ຄື­ເກົ່າ ເມື່ອ​ມີ​ຜູ້​ຖາມ​ຫາ​ສາ­ເຫດ​ນາງ​ກໍ​ເວົ້າ​ສີ​ໜ້າ​ເສົ້າໆ​ວ່າ:

“ເຮົາ​ອາດ​ຕົກ​ງານ ເພາະ​ພະ­ຍາດ​ໂຄ​ວິດ-19 ເຮັດ​ໃຫ້​ພວກ​ຜົວ-ເມຍ ທັງ­ຫຼາຍ​ນອນ​ຫ່າງ​ກັນ 2 ແມັດ ພໍ­ແຮງ​ແລ້ວ… ພວກ​ເຂົາ​ບໍ່​ຕ້ອງ­ການ​ເຮົາ​ແນະ­ນຳ​ເລື່ອງ​ເອົາ​ລູກ​ຫ່າງ​ອີກ​ຕໍ່​ໄປ​ແລ້ວ !.

ໂດຍ: ບ່າວ​ກະ­ບື

error: Content is protected !!