ຮັກສາດາວໄວ້ດີໆ

ອາວ​ເລິງ ເປັນ​ນາຍ​ທະ­ຫານ​ຂັ້ນ​ຮ້ອຍ​ເອກ ອາວ​ມີ​ລູກ​ຊາຍສອງ​ຄົນ ​ທີ່​ມີ​ອາ­ຍຸ​ຫ່າງ​ກັນ​ຫຼາຍ ຜູ້​ກົກ​ຊື່ ແປ້ນ ເປັນ​ບ່າວ​ແລ້ວ ສ່ວນ​ລູກ​ຊາຍ​ຫຼ້າ​ຊື່ ໂຕ່ນ ນັ້ນ ອາ­ຍຸພຽງ 3 ປີ​ເທົ່າ​ນັ້ນ ຢູ່​ມາ​ຄ່ຳ​ວັນ​ໜຶ່ງ ລູກ​ຊາຍ​ກົກ​ອອກ​ໄປ​ຢືນ​ລົມ​ຜູ້​ສາວ​ຢູ່​ກ້ອງ​ຕົ້ນ​ຂາມ​ແຄມ​ວັດ ພໍ​ຮູ້ເລື້ອງ ຝ່າຍ​ນ້ອງ​ຊາຍ​ຫຼ້າ ອາ­ຍຸ 3 ປີ ກໍ​ຈອບໆ​ໄປ​ບັງ​ຕ້າຍ​ວັດ ເພື່ອ​ຟັງ​ຜູ້​ເປັນ​ອ້າຍ​ລົມ​ສາວ ສຽງ​ຂອງອ້າຍ​ທີ່​ລອດ​ອອກ​ຕອນ​ໜຶ່ງ​ເວົ້າ​ວ່າ: “ອ້າຍ​ຮັກ​ນ້ອງ​ສຸດ​ສະ­ຫວາດ​ຂາດ­ໃຈ…ນ້ອງ​ຕ້ອງ­ການ​ຫຍັງ ອ້າຍ​ຊິ​ຊອກ​ມາ​ໃຫ້ ຢາກ​ໄດ້​ດາວ​ອ້າຍ​ກໍ​ຊິ​ຊອກ​ມາ​ໃຫ້​ນ້ອງ​ຈົນ​ໄດ້” ພໍ­ໄດ້​ຍິນ​ແນວ​ນັ້ນ ທ້າວ​ນ້ອຍ​ກໍແລ່ນ​ລິວ​ໄປ​ຫາ​ພໍ່​ທີ່​ພວມ​ເບິ່ງ​ລາຍ­ການ​ໂທລະ­ພາບ ແລະ ເວົ້າ​ຂຶ້ນ​ວ່າ:

“ພໍ່ໆ ໃຫ້​ພໍ່​ລະ­ວັງ​ດາວ​ຂອງ​ອີ່​ພໍ່​ໃຫ້​ດີ​ເນີ ລູກ​ໄດ້​ຍິນ​ອ້າຍ​ແປ້ນວ່າ​ຊິ​ຊອກ​ດາວ​ໄປ​ໃຫ້​ຜູ້​ສາວ​ລາວ… ລະ­ວັງ​ດາວ​ອີ່​ພໍ່​ເສຍ​ເນີ”.

ໂດຍ: ບ່າວ​ກະ­ບື

error: Content is protected !!