ເຊົ້າວານນີ້ ສາວຕ້ອຍຕິ່ງ ລຸກແຕ່ເຊົ້າໆ ຈັດແຈງອາບນ້ຳ ຫວີຜົມ ແລ້ວຕຽມຕົວອອກຈາກເຮືອນ ຜູ້ເປັນແມ່ເຫັນແນວນັ້ນກໍແປກໃຈ ເພາະຕາມທຳມະດາແລ້ວ ສາວຕ້ອຍຕິ່ງ ມີນິໄສຕື່ນສວາຍ.
“ເອົາແລ້ວ ລູກຟ້າວໄປໃສ ເຂົ້າເຊົ້າຍັງບໍ່ທັນກິນເທື່ອ?” ແມ່ຖາມ.
“ລູກຊິໄປກວດຊອກເຊື້ອໂຄວິດ-19” ສາວຕ້ອຍຕິ່ງ ຕອບ.
“ເອົາ ! ຄືວ່າແນວນັ້ນ…ລູກໄປຕິດແຕ່ໃສມາ?” ຜູ້ເປັນແມ່ຖາມ ແລະ ກໍໄດ້ຮັບຄຳຕອບຈາກລູກສາວວ່າ:
“ຄືນນີ້ ລູກຝັນວ່າໄດ້ໄປຕະຫຼາດ…ຄົນຫຼາຍບໍ່ຫຼາຍ ແຕ່ລູກລືມໜ້າກາກອັດປາກ ອັດດັງ ລູກເຊື່ອວ່າ ລູກຄົງຕິດໂຄວິດ-19 ແລ້ວລະ…”
ໂດຍ: ບ່າວກະບື