ເລື່ອງຫຍຸ້ງໃຈ

ສາວ​ອິດ: “ຈັ່ງ​ແມ່ນ​ຊາດ​ກູ​ອຸກ​ໃຈ ອຸກ​ນຳ​ໜ້າ​ກາກ​ນີ້​ລະ ໄດ້​ເດືອນ​ໜຶ່ງ​ເຕັມໆ​ແລ້ວ​ເດ​ທີ່​ເຮົາ​ບໍ່​ໄດ້​ອ້າງ​ແຂ້ວ​ຄຳ​ເວ­ລາ​ຍິ້ມ ເພາະ​ໜ້າ​ກາກ​ເວນ​ນີ້​ມັນ​ບັງ​ໄວ້ !”.

ສາວ​ເຕື່ອຍ: “ເຮົາ​ແຮ່ງ​ກຸ້ມ​ກວ່າ​ໂຕ​ເປັນ​ສິບ-ຊາວ​ເທື່ອ​ພຸ້ນ ຜົວ​ເຮົາ​ບໍ່​ຍອມ​ກິນ​ເຂົ້າ​ກິນ​ນ້ຳ​ເປັນ​ທິດ​ແລ້ວ ເພາະ​ລາວ​ບໍ່​ຍອມ​ເປີດ​ໜ້າ​ກາກ​ຍ້ອນ​ຢ້ານ​ໂຄ​ວິດ-19 ເຮົາ​ຕ້ອງ​ຖ້າ​ໃຫ້​ລາວ​ນອນ​ຫຼັບ​ແຕ່​ລະ​ຄືນ​ກ່ອນ​ຈະ​ລັກ​ເປີດ​ໜ້າ​ກາກ​ລາວ ເພື່ອ​ເອົາ​ເຂົ້າ​ເອົາ​ນ້ຳ​ໃສ່​ປາກ​ລາວ !”.

ໂດຍ: ບ່າວ​ກະ­ບື

error: Content is protected !!