ຊ່ວຍເມຍ

ຊາຍ​ທີ່​ມີ​ຖາ­ນະ​ເປັນ​ຜົວ 2 ຄົນ ໄດ້​ມາ​ນັ່ງ​ແລກ­ປ່ຽນ​ກ່ຽວ​ກັບ​ຄວາມ​ຮູ້­ສຶກ​ຂອງ​ຕົນ ໃນ​ເວ­ລາ​ເມຍ​ພວມ​ເບັ່ງ​ລູກ​ອອກ ແລະ ວ່າ​ພວກ​ຕົນ​ໄດ້​ຊ່ວຍ​ເມຍ​ຫຍັງ​ແດ່.

ຜູ້​ທີ​ໜຶ່ງ: “ເວ­ລາ​ເມຍ​ເຮົາ​ເບັ່ງ​ລູກ​ອອກ​ນັ້ນ ເຮົາ​ຊ່ວຍ​ນາງ​ປະ​ດຸງ​ຄັນ​ຢ່າງ​ໃກ້­ຊິດ ເຮົາ​ໂຈມ​ແຂນ​ທັງ​ສອງ​ເບື້ອງ​ຂອງ​ເມຍ ທັງ​ເວົ້າ​ໃຫ້​ກຳ­ລັງ​ໃຈ… ສ່ວນ​ນາງ​ປະ​ດຸງ​ຄັນ​ນັ້ນ​ເອົາ​ທາງ​ເບື້ອງ​ລຸ່ມ !”.

ຜູ້​ທີ​ສອງ: “ເຮົາ​ຫັ້ນ​ຮູ້­ສຶກ​ຮ້ອນໆ​ຮົນໆ​ປານ​ຖືກ​ໄຟ​ລົນ ເຫື່ອ​ໄຫຼ​ອາບ​ໂຕ ຕອນ​ນາງ​ປະ​ດຸງ​ຄັນ​ບອກ​ໃຫ້​ເມຍ​ເຮົາ​ວ່າ ເບັ່ງ ເບັ່ງ ເບັ່ງ​ແຮງໆ​ຫັ້ນ ເຮົາ​ເອງ​ກໍ​ເລີຍ​ຫຼົງ​ເບັ່ງ​ໄປ​ຕາມ​ນາງ​ເມຍ ເພາະ​ອີ່​ຕົນ​ລາວ​ແຮງ ພໍ​ລູກ​ເຮົາ​ປະ​ຫຼຸດ​ອອກ ເຮົາ​ກໍ​ຮູ້­ສຶກ​ວ່າ​ເຮົາ​ມີ​ແນວ​ປະ​ຫຼຸດ​ອອກ​ຄື​ກັນ ແຕ່​ແປກ​ທີ່​ບໍ່​ມີ​ສຽງ ອະ​ແງ ອະ​ແງ ຄື​ລູກ​ທີ່​ເມຍ​ເຮົາ​ເບັ່ງ​ອອກ !”.

ໂດຍ: ບ່າວ​ກະ­ບື

error: Content is protected !!