ວັນທີ 31 ພຶດສະພາຂອງທຸກໆປີ ແມ່ນມື້ງົດຢາສູບໃນທົ່ວໂລກ ທີ່ເອີ້ນເປັນພາສາອັງກິດວ່າ “No Tobbacco Day” ນັ້ນເປັນໂອກາດດີປີລະເທື່ອ ເພື່ອໃຫ້ຊາວໂລກທົບທວນຫວນເຖິງໄພອັນຕະລາຍຮ້າຍແຮງ ຂອງທາດນີໂກຕິນຕໍ່ສຸຂະພາບຂອງຄົນເຮົາ ສະຖິຕິສາກົນຊີ້ອອກວ່າ ໃນແຕ່ລະປີ ຈຳນວນຜູ້ເສຍຊີວິດຈາກພະຍາດທີ່ເກີດຈາກການສູບຢານັ້ນສູງເຖິງ 8 ລ້ານຄົນ ສ່ວນຢູ່ປະເທດລາວພວກເຮົານັ້ນ ໂດຍສະເລ່ຍແລ້ວມີຄົນເສຍຊີວິດຈາກທາດເບື່ອນິໂກຕິນ ວັນລະ 17 ຄົນ ສ່ວນຜົນເສຍຫາຍທາງດ້ານເສດຖະກິດນັ້ນນັບບໍ່ຖ້ວນ ຕໍ່ໄປຜູ້ຂຽນມີເລື່ອງເລົ່າກ່ຽວກັບມາດຕະການເດັດໆຂອງອັງກິດ ແລະ ມົງໂກລີ ໃນສະໜາມຮົບຕ້ານຢາສູບ.
ທີ່ອັງກິດ: ມາດຕະການຫ້າມສູບຢາໃນອັງກິດນັ້ນ ນອກຈາກເປັນຂໍ້ບັງຄັບກວມລວມ ຄື ປະຕິບັດກັນຢູ່ປະເທດຕ່າງໆແລ້ວ ຍັງມີຂໍ້ຫ້າມສູບຢາໃນລົດທີ່ມີເດັກ ອາຍຸຕ່ຳກວ່າ 18 ຮ່ວມໂດຍສານເນື່ອງຈາກໄດ້ມີຜົນການວິໄຈທີ່ຊີ້ອອກວ່າ: ການສູບຢາຢູ່ໃນລົດນັ້ນ ເປັນອັນຕະລາຍກວ່າສູບຢູ່ເຮືອນເຖິງ 10 ເທົ່າ ເພາະວ່າພື້ນທີ່ໃນລົດນັ້ນແຄບ ເຮັດໃຫ້ຮອບວຽນຂອງຄວັນຢາກະທົບໃສ່ຄົນໃນລົດໄດ້ຫຼາຍຮອບການເປີດແວ່ນລົດ ເວລາສູບຢານັ້ນ ກໍບໍ່ສາມາດປ່ອຍສານພິດອອກໄດ້ໝົດ ຂໍ້ຫ້າມສູບຢາໃນລົດທີ່ມີເດັກຮ່ວມຢູ່ນຳ ໄດ້ກຳນົດໂທດປັບໃໝເປັນເງິນຈຳນວນ 50 ປອນ (ສະກຸນເງິນອັງກິດ ປະມານກວ່າ 6 ແສນກີບ) ສຳລັບຜູ້ລະເມີດເດັກນ້ອຍ ເປັນກຸ່ມສ່ຽງສູງຈາກຜົນຮ້າຍຂອງຢາສູບ ຍ້ອນວ່າປອດຂອງຄົນໃນໄວນີ້ມີຂະໜາດນ້ອຍ ແລະ ພູມຕ້ານທານ ກໍຍັງບໍ່ທັນໄດ້ຮັບການພັດທະນາຢ່າງເຕັມສ່ວນເທື່ອ ຂ່າວໃຫ້ຮູ້ຕື່ມວ່າ ຂໍ້ຫ້າມສູບຢາໃນລົດທີ່ມີເດັກນ້ອຍນັ້ນ ໄດ້ປະກາດໃຊ້ໃນຫຼາຍໆປະເທດແລ້ວ ແຕ່ສ່ວນຢູ່ປະເທດມໍຣິຊຽດພີ ຄວາມເປັນພິເສດກວ່າ ຄື ຫ້າມສູບຢາໃນລົດຢ່າງເດັດຂາດ ບໍ່ວ່າຜູ້ທີ່ໂດຍສານມານຳຈະເປັນເດັກນ້ອຍ ຫຼື ຜູ້ໃຫຍ່ກໍຕາມ.
ທີ່ມົງໂກລີ: ມາດຕະການຕ້ານຢາສູບຢູ່ປະເທດມົງໂກລີນີ້ ເນັ້ນການລົງໂທດປັບໃໝຢ່າງໜັກ ໂດຍມີການຈຳແນກຜູ້ກະທຳຜິດ ທີ່ເປັນປະຊາຊົນທຳມະດາສາມັນ ແລະ ເປັນພະນັກງານຂັ້ນຕ່າງໆ ເຊັ່ນ: ປະຊາຊົນທຳມະດາທີ່ລະເມີດຂໍ້ຫ້າມສູບຢາຈະຖືກປັບໃໝ ຈຳນວນ 50.000 ຕຸກຣິກ (Tugrik ສະກຸນເງິນມົງໂກລີ ຫຼື ເທົ່າກັບ 35 ໂດລາສະຫະລັດ) ຖ້າເປັນພະນັກງານລັດທົ່ວໄປ ຈະຖືກປັບໃໝເປັນເງິນລະຫວ່າງ 10 ຫາ 20 ເທື່ອຂອງເງິນເດືອນພື້ນຖານຂອງຜູ້ກ່ຽວ ແລະ ຖ້າເປັນພະນັກງານປະຕິບັດກົດໝາຍ ການປັບໃໝກໍຈະເພີ່ມຂຶ້ນເປັນ 25 ຫາ 50 ເທື່ອຂອງເງິນເດືອນພື້ນຖານຂອງຜູ້ກ່ຽວ ຍ້ອນເຫດຜົນວ່າ ຕົນເອງເປັນພະນັກງານປະຕິບັດກົດໝາຍ ແຕ່ຕົນເອງພັດລະເມີດ.
ມົງໂກລີ ມີກົດໝາຍຄວບຄຸມຢາສູບສະບັບປີ 1993 ແລະ ໄດ້ມີການປັບປຸງຄືນໃໝ່ໃນປີ 2005 ແລະ ປີ 2013 ກົດໝາຍໄດ້ກຳນົດຫ້າມໂຄສະນາຢາສູບໃນທຸກໆຮູບແບບ ຫ້າມຂາຍຢາສູບໃນວົງລັດສະໝີ ຫຼຸດ 500 ແມັດຈາກໂຮງຮຽນ ຫ້າມຂາຍຢາສູບໃຫ້ລູກຄ້າທີ່ມີອາຍຸຕ່ຳກວ່າ 21 ປີ ແລະ ອື່ນໆ.