ບັນຫາທີ່ພົວພັນກັບການແຕ່ງດອງແອບແຝງ

ທີ່ ແອັດ​ສະ​ປາຍ: ໃນ​ທ້າຍ​ເດືອນ​ກໍ­ລະ­ກົດ ປີ 2015 ລັດ­ຖະ­ບານ​ປະ­ເທດ​ແອັດ​ສະ​ປາຍ ຫຼື ສະ​ເປນ ໄດ້​ມີ​ມະ­ຕິ​ໃຫ້​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ອາ­ຍຸ​ຂັ້ນ​ຕ່ຳ ສຳ­ລັບ​ການ​ແຕ່ງ­ດອງ​ຈາກ 14 ປີ ໃນ​ເມື່ອ​ກ່ອນ ມາ​ເປັນ 16 ປີ ແຕ່​ຕ້ອງ​ໄດ້​ຮັບ​ການ​ເຫັນ​ດີ​ຈາກ​ສານ​ກ່ອນ ໂດຍ​ທົ່ວ​ໄປ​ແລ້ວ ອາ­ຍຸ​ຂັ້ນ​ຕ່ຳ​ທີ່​ສັງ­ຄົມ​ແອັດ​ສະ​ປາຍ ຍອມ­ຮັບ​ວ່າ​ເໝາະ​ສົມ​ທີ່​ສຸດ​ສຳ­ລັບ​ການ​ແຕ່ງ­ດອງ ນັ້ນ​ກໍ​ຄື 18 ປີ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ລັດ­ຖະ­ບານ​ແອັດ​ສະ​ປາຍ ຍັງ​ໄດ້​ມີ​ມະ­ຕິ​ໃຫ້​ດັດ­ແກ້​ເກນ​ອາ­ຍຸ​ຂັ້ນ​ຕ່ຳ​ສຳ­ລັບ​ການ​ຮ່ວມ​ປະ­ເວ­ນີ ຈາກ 13 ປີ ໃນ​ເມື່ອ​ກ່ອນ​ມາ​ເປັນ 14 ປີ ດ້ວຍ​ເຫດ­ຜົນ​ວ່າ ເພື່ອ​ຫຼຸດ­ຜ່ອນ​ອັດ­ຕາ​ສ່ຽງ​ໃນ​ການ​ຖືກ​ລ່ວງ​ລະ­ເມີດ​ທາງ​ເພດ ຫຼື ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ​ຕໍ່​ເດັກ​ການ​ປັບ​ຂຶ້ນ​ອາ­ຍຸ​ຂັ້ນ​ຕ່ຳ ສຳ­ລັບ​ການ​ແຕ່ງ­ດອງ​ໃນ​ແອັດ​ສະ​ປາຍ​ນີ້ ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ທົ່ວ​ສັງ­ຄົມ ໂດຍ​ສະ­ເພາະ​ແມ່ນ​ຈາກ​ສະ­ຫະ­ພັນ​ຊາວ​ໂຣ​ມາ ປະ­ຈຳ​ນະ­ຄອນ­ຫຼວງ ມາ​ດຼິດ ຕາມ​ທຳ​ມະ​ດາ​ແລ້ວ ຄົນ​ເຜົ່າ​ໂຣ​ມາ​ນີ້ ມີ​ປະ­ເພ­ນີ​ນິ­ຍົມ​ແຕ່ງ­ດອງ​ກັນ​ແຕ່​ຍາມ​ເຍົາ​ໄວ ແຕ່​ໃນ​ປັດ­ຈຸ­ບັນ​ສັງ­ຄົມ​ຊາວ​ໂຣ​ມາ ຜັດ​ໄດ້​ປັບ​ຂຶ້ນ ອາ­ຍຸ​ຂັ້ນ​ຕ່ຳ​ສຳ­ລັບ​ເພດ​ຍິງ ຈາກ 16 ປີ ມາ​ເປັນ 20 ປີ ແລະ ຈາກ 18 ປີ ມາ​ເປັນ 22 ປີ ສຳ­ລັບ​ເພດ​ຊາຍ ຢູ່​ລາວ​ພວກ​ເຮົາ​ອາ­ຍຸ​ຂັ້ນ​ຕ່ຳ​ສຳ­ລັບ​ແຕ່ງ­ດອງ​ຂອງ​ທັງ​ຍິງ ແລະ ຊາຍ​ແມ່ນ 18 ປີ ຊຶ່ງ​ເປັນ​ໄວ​ບັນ­ລຸ​ນິ­ຕິ­ພາ­ວະ​ແລ້ວ.

ທີ່ ມາ​ເລ​ເຊຍ: ຂ່າວ​ຈາກ​ມາ​ເລ​ເຊຍ ໃຫ້​ຮູ້​ໃນ​ຕົ້ນ​ປີ 2019 ວ່າ ທາງ​ເຈົ້າ​ໜ້າ­ທີ່​ຄຸ້ມ​ຄອງ​ວຽກ​ຄົນ​ເຂົ້າ​ເມືອງ ໄດ້​ຕິດ­ຕາມ​ຊອກ​ຕົວ​ຊາຍ​ຊາວ​ປາ​ກິ​ສະ­ຖານ​ຈຳ­ນວນ​ໜຶ່ງ ທີ່​ແຕ່ງ­ດອງ​ແບບ​ແອບ​ແຝງ​ກັບ​ແມ່­ຍິງ​ມາ​ເລ​ເຊຍ ເພື່ອ​ມີ​ໂອ­ກາດ​ແກ່­ຍາວ​ເວ­ລາ​ເຮັດ​ທຸ­ລະ​ກິດ​ຢູ່​ມາ​ເລ​ເຊຍ ການ​ແຕ່ງ­ດອງ​ແອບ​ແຝງ ເພື່ອ​ຄວາມ​ສະ­ດວກ​ໃນ​ການ​ເຮັດ​ທຸ­ລະ​ກິດ​ນີ້ ໄດ້​ສ້າງ​ຄວາມ​ບໍ່​ພໍ­ໃຈ​ໃຫ້​ຊາວ​ຄ້າ­ຂາຍ​ປະ­ຈຳ​ທ້ອງ­ຖິ່ນ ຍ້ອນ​ວ່າ​ທຸ­ລະ​ກິດ​ຂອງ​ພວກ​ເຂົາ­ເຈົ້າ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ຊາວ​ຕ່າງ­ປະ­ເທດ​ທີ່​ມາ​ໃນ​ຄາບ “ຜົວ​ປອມ” ຂ່າວ​ບອກ​ວ່າ ເຫດ­ການ​ແຕ່ງ­ດອງ​ແອບ​ແຝງ​ນີ້ ເກີດ​ຂຶ້ນ​ຢູ່​ລັດ​ເກ​ລັນ​ຕັນ (Kelantan) ຂອງ​ມາ​ເລ​ເຊຍ ໂດຍ​ມີ​ຜູ້​ຊາຍ​ປາ​ກິ​ສະ­ຖານ​ຈຳ­ນວນ 400 ຄົນ ລັກ­ລອບ​ແຕ່ງ­ດອງ​ກັບ​ຍິງ​ທ້ອງ­ຖິ່ນ ຕອນ​ເຫດ­ການ​ນີ້​ພວມ​ກາຍ­ເປັນ​ເລື່ອງ​ຟົດ​ເດືອດ​ຢູ່​ນັ້ນ ກໍ​ມີ​ຂ່າວ​ວ່າ ທາງ​ເຈົ້າ​ໜ້າ­ທີ່​ສາ­ມາດ​ຈັບ​ບັນ­ດາ​ຜົວ​ປອມ​ເຫຼົ່າ​ນີ້​ໄດ້ 10 ຫາ 15 ຄົນ ແລະ ໄດ້​ຖອນ​ໃບ​ອະ­ນຸ­ຍາດ​ເດີນ­ທາງ​ຂອງ​ພວກ​ເຂົາ­ເຈົ້າ​ເປັນ​ທີ່​ຮຽບ​ຮ້ອຍ ທ່ານ ອາ­ຊາ ອັບ​ດູນ​ຮາ​ມິດ ຫົວ­ໜ້າ​ຫ້ອງ­ການ​ຄຸ້ມ​ຄອງ​ຄົນ​ເຂົ້າ​ເມືອງ​ໃຫ້​ຮູ້​ກ່ຽວ​ກັບ​ເລື່ອງ​ນີ້​ວ່າ “ມັນ​ເປັນ​ເລື່ອງ​ຜິດ​ທຳ​ມະ​ດາ​ທີ່​ຜູ້​ຊາຍ​ປາ​ກິ​ສະ­ຖານ ອາ­ຍຸ​ລະ­ຫວ່າງ 20-30 ປີ ຕົກ­ລົງ​ປົງ­ໃຈ​ແຕ່ງ­ດອງ​ກັບ​ແມ່­ຍິງ​ອາ­ຍຸ​ເລີຍ 50 ປີ ຂຶ້ນ​ໄປ…” ນີ້​ຄົງ​ເປັນ​ພິ­ລຸດ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ຈັບ​ໄດ້​ວ່າ ນີ້​ຄື​ການ​ແຕ່ງ­ດອງ​ແອບ​ແຝງ​ໃນ​ປັດ­ຈຸ­ບັນ ການ​ແຕ່ງ­ດອງ​ແອບ​ແຝງ​ນີ້​ແມ່ນ​ຮູບ​ການ​ໜຶ່ງ​ຂອງ​ການ​ຄ້າ​ມະ­ນຸດ ທີ່​ໃຊ້​ລໍ້​ເຫຍື່ອ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ແມ່­ຍິງ​ໃຫ້​ຫຼົງ­ໄຫຼ ເຫັນ​ກົງ­ຈັກ​ເປັນ​ດອກ​ບົວ​ຈົນ​ໝົດ​ເນື້ອ​ໝົດ​ຕົວ.

error: Content is protected !!