ໄຟປ່າ ບັນຫາຊຳເຮື້ອທີ່ແກ້ຍາກ

ໃນ​ບັນ­ຍາ­ກາດ​ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ​ປີ​ນີ້ ຜູ້​ຂຽນ​ຂໍ​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ບັນ­ຫາ​ໄຟ​ປ່າ​ທີ່​ເກີດ​ຂຶ້ນ ຍ້ອນ​ສະ­ພາບ​ດິນ​ຟ້າ​ອາ­ກາດ​ມີ​ການ​ປ່ຽນ­ແປງ ແຕ່​ຈະ​ຂໍ​ເນັ້ນ​ເລື່ອງ​ການ​ຈູດ​ປ່າ ຊຶ່ງ​ເປັນ​ການ​ກະ­ທຳ​ຂອງ​ຄົນ​ເຮົາ​ເອງ ຢູ່​ບາງ​ປະ­ເທດ ຊຶ່ງ​ນອກ­ຈາກ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ມະ­ຫາ­ສານ​ທາງ​ດ້ານ​ເສດ­ຖະ­ກິດ ຊີ­ວິດ​ຄົນ​ແລ້ວ ຍັງ​ໄດ້​ກໍ່­ໃຫ້­ເກີດ​ຄວັນ​ພິດ​ປິວ​ຂ້າມ​ຊາດ ກາຍ­ເປັນ​ມົນ​ລະ​ພິດ​ສາ­ກົນ​ໄປ​ໃນ​ຕົວ.

ຂ່າວ​ໄຟ​ປ່າ​ທີ່​ເປັນ​ຂ່າວ​ໃຫຍ່​ດັງ​ໄກ​ໄປ​ທົ່ວ​ໂລກ​ຢູ່​ເລື້ອຍໆ​ນັ້ນ ມັກ​ເກີດ​ຂຶ້ນ​ຢູ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ໂດຍ​ສະ­ເພາະ​ແມ່ນ​ຢູ່​ລັດ​ກາ­ລີ​ຟໍ​ເນຍ ສ່ວນ​ໄຟ​ປ່າ​ຢູ່​ປະ­ເທດ​ອົດ​ສະ​ຕຣາ​ລີ​ນັ້ນ ກໍ​ໄດ້​ກາຍ­ເປັນ​ເຫດ­ການ​ລຶ້ງ​ຜຽກ​ຄື​ເກີດ​ຂຶ້ນ​ທຸກໆ​ປີ.

ຢູ່​ອາ​ຊຽນ​ພວກ​ເຮົາ​ນີ້ ອິນ​ໂດ​ເນ​ເຊຍ ໄດ້​ຮັບ​ຜົນ​ເສຍ​ຫາຍ​ຢ່າງ​ໜັກ­ໜ່ວງ​ຈາກ​ໄຟ​ປ່າ​ທີ່​ເກີດ​ຂຶ້ນ ຍ້ອນ​ການ​ຈູດ​ປ່າ​ເພື່ອ​ສັບ​ສ່າວ​ເນື້ອ­ທີ່​ດິນ​ອຸດ­ສາ­ຫະ­ກຳ ສຳ­ລັບ​ປູກ​ຕົ້ນ​ປາມ ເພື່ອ​ສະ­ກັດ​ເອົາ​ນ້ຳ­ມັນ ແລະ ການ​ປູກ​ຕົ້ນ­ໄມ້ ສຳ­ລັບ​ຜະ­ລິດ​ເຈ້ຍ​ອຸດ­ສາ­ຫະ­ກຳ ຜະ­ລິດ​ນ້ຳ­ມັນ​ປາມ ແລະ ໄຍ​ເຈ້ຍ​ນີ້ ສ່ວນ​ໃຫຍ່​ແມ່ນ​ການ​ລົງ­ທຶນ​ຂອງ​ນັກ­ທຸ­ລະ­ກິດ​ຕ່າງ­ປະ­ເທດ ວ່າ​ກັນ​ວ່າ ນັກ​ລົງ­ທຶນ​ຕ່າງ­ປະ­ເທດ​ຈຳ­ນວນ​ບໍ່​ໜ້ອຍ ທີ່​ຫົວ​ໃສ​ໃຈ​ຄົດ ໃຊ້​ເລ່​ລ່ຽມ​ຊື້​ຈ້າງ​ຄົນ​ທ້ອງ­ຖິ່ນ ໃຫ້​ຕັດ​ຕົ້ນ­ໄມ້​ແລ້ວ​ໃຊ້​ໄຟ​ຈູດ ຊຶ່ງ​ເປັນ​ວິ­ທີ​ງ່າຍໆ ບໍ່​ໄດ້​ໃຊ້​ຈ່າຍ​ແພງ ສ່ວນ​ກົດ­ໝາຍ​ສິ່ງ­ແວ­ດລ້ອມ ສະ­ບັບ​ເກົ່າ​ຂອງ​ອິນ​ໂດ​ເນ​ເຊຍ ເອງ ກໍ​ມີ​ຊ່ອງ​ຫວ່າງ ຄື​ໄດ້​ອະ­ນຸ­ຍາດ​ໃຫ້​ຊາວ​ກະ­ສິ­ກອນ​ທ້ອງ­ຖິ່ນ ທີ່​ມີ​ເນື້ອ­ທີ່​ດິນ​ຂອງ​ຕົນ​ບໍ່​ເກີນ 2 ເຮັກ­ຕາ ສາ­ມາດ​ໃຊ້​ໄຟ​ຈູດ​ເວ­ລາ​ສັບ​ສ່າວ​ທີ່​ດິນ ເພື່ອ​ປູກ­ຝັງ ແຕ່​ຕ້ອງ​ມີ​ວິ­ທີ​ປ້ອງ​ກັນ​ບໍ່​ໃຫ້​ໄຟ​ລາມ​ໄປ​ນອກ​ເຂດ​ດິນ​ຂອງ​ຕົນ ຕາມ​ຂ່າວ​ຫຼັງໆ​ມາ​ນີ້​ໃຫ້​ຮູ້​ວ່າ ການ​ອະ­ນຸ­ຍາດ​ດັ່ງ­ກ່າວ​ໄດ້​ຖືກ​ຍົກ­ເລີກ​ແລ້ວ ສ່ວນ​ສິງ­ກະ­ໂປ ແລະ ມາ​ເລ​ເຊຍ ຊຶ່ງ​ໄດ້​ຮັບ​ຜົນ​ຮ້າຍ​ຈາກ​ຄວັນ​ໄຟ​ປ່າ ທີ່​ປິວ​ໄປ​ຈາກ​ອິນ​ໂດ​ເນ​ເຊຍ​ນັ້ນ ກໍ​ໄດ້​ເອົາ​ມາດ​ຕະ­ການ​ເດັດ­ຂາດ​ຕໍ່​ບັນ­ດາ​ບໍ­ລິ­ສັດ​ຂອງ​ພວກ​ຕົນ ທີ່​ໄປ​ລົງ­ທຶນ​ປູກ​ຕົ້ນ​ປາມ ແລະ ຕົ້ນ​ໄຍ​ເຈ້ຍ ຢູ່​ອິນ​ໂດ​ເນ​ເຊຍ ເພື່ອ​ບໍ່​ໃຫ້​ມີ​ສ່ວນ​ໃນ​ການ​ຈູດ​ປ່າ ພ້ອມ​ດຽວ​ກັນ​ໄດ້​ປຸກ­ລະ­ດົມ​ທົ່ວ​ປວງ​ຊົນ ບໍ່​ໃຫ້​ຊື້​ຜະ­ລິດ​ຕະ​ພັນ​ຂອງ​ບັນ­ດາ​ບໍ­ລິ­ສັດ​ທີ່​ມີ​ສ່ວນ​ໃນ​ການ​ຈູດ​ປ່າ ສຳ­ລັບ ຢູ່​ອິນ​ໂດ​ເນ​ເຊຍ ເອງ ທາງ​ການ​ກໍ​ໄດ້​ເລີ່ມ​ໃຊ້​ໄມ້​ຕາຍ​ກັບ​ບໍ­ລິ­ສັດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່​ໃຊ້​ໄຟ​ຈູດ​ປ່າ ເພື່ອ​ສັບ​ສ່າວ​ເນື້ອ­ທີ່​ດິນ ດັ່ງ​ຂ່າວ​ໜັງ­ສື­ພິມ​ວຽງ​ຈັນ​ທາມ ສະ­ບັບ​ວັນ​ທີ 24 ທັນ­ວາ 2015 ໄດ້​ໃຫ້​ຮູ້​ວ່າ ທາງ​ການ​ອິນ​ໂດ​ເນ​ເຊຍ ໄດ້​ເລີ່ມ​ລົງ­ໂທດ 23 ບໍ­ລິ­ສັດ ທີ່​ເປັນ​ຫົວ​ໂປ່​ໂຕ​ການ​ຈູດ​ປ່າ​ໃນ​ເກາະ​ຊູ​ມາ​ຕຼາ ແລະ ບອກ​ນຽວ ທີ່​ກໍ່­ໃຫ້­ເກີດ​ຄວັນ​ພິດ​ປິວ​ໄປ​ປົກ​ຄຸມ​ຫຼາຍ​ປະ­ເທດ​ຢູ່​ອ້ອມ­ແອ້ມ ການ​ລົງ­ໂທດ​ປະ­ກອບ​ດ້ວຍ​ຮູບ​ການ​ປັບ​ໃໝ ແລະ ອື່ນໆ ໃນ​ນັ້ນ 3 ບໍ­ລິ­ສັດ​ຖືກ​ຫ້າມ​ດຳ­ເນີນ​ທຸ­ລະ​ກິດ​ຕະ­ຫຼອດ​ໄປ 16 ບໍ­ລິ­ສັດ ຖືກ​ຖອນ​ໃບ​ອະ­ນຸ­ຍາດ ອີກ 4 ບໍ­ລິ­ສັດ ຖືກ​ຕິດ­ຕາມ​ການ­ເຄື່ອນ­ໄຫວ​ຢ່າງ​ໃກ້­ຊິດ.

ບົດ­ຮຽນ​ຈູດ​ປ່າ​ໃນ​ອິນ​ໂດ​ເນ​ເຊຍ ຄວນ​ເປັນ​ຕົວ­ຢ່າງ​ທີ່​ດີ ເພື່ອ​ຄຸ້ມ​ຄອງ​ນັກ​ລົງ­ທຶນ ບໍ່​ໃຫ້​ແຕກ​ປອກ​ອອກ​ທາງ.

error: Content is protected !!