ຢ້ານນ້ຳຂາດປາ ຢ້ານປ່າຂາດສັດ

ພົບ​ກັນ​ຕາມ​ເຄີຍ​ກັບ​ຄໍ​ລຳ “ເບິ່ງ​ບ້ານ​ເຂົາ​ເອົາ​ບົດ­ຮຽນ” ຊຶ່ງ​ເຮັດ​ໜ້າ­ທີ່​ສັນ​ຫາ​ມາ​ເລົ່າ​ກ່ຽວ​ກັບ​ມາດ​ຕະ­ການ ກໍ​ຄື ນະ­ໂຍ­ບາຍ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ ສົ່ງ­ເສີມ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ອື່ນໆ​ໃນ​ປະ­ເທດ​ຕ່າງໆ ເພື່ອ​ເບິ່ງ​ວ່າ​ອັນ​ໃດ​ທີ່​ບ້ານ​ເຮົາ​ສາ­ມາດ​ຖອດ​ຖອນ​ເປັນ​ບົດ­ຮຽນ ນຳ​ໃຊ້​ໃຫ້​ເໝາະ​ສົມ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ຂອງ​ພວກ​ເຮົາ​ໄດ້ ສຳ­ລັບ​ບົດ​ນີ້ ຜູ້​ຂຽນ​ໄດ້​ຈັດ​ສັນ​ກັ່ນ​ຕອງ​ເອົາ​ບົດ­ຮຽນ​ບາງ​ຢ່າງ ຈາກ​ອິນ​ໂດ​ເນ​ເຊຍ ແລະ ກຳ­ປູ­ເຈຍ ມາ​ຕ້ອນ​ທ່ານ​ຜູ້​ອ່ານ ກ່ຽວ​ກັບ​ມາດ​ຕະ­ການ​ອະ­ນຸ​ຮັກ​ສັດ­ປ່າ.

ທີ່ ອິນ​ໂດ​ເນ​ເຊຍ: ດິນ­ແດນ​ທີ່​ມີ​ເກາະ­ດອນ​ນ້ອຍ ແລະ ໃຫຍ່​ກວ່າ 10 ພັນ​ແຫ່ງ ຊຶ່ງ​ໄດ້­ແກ່ ອິນ​ໂດ​ເນ​ເຊຍ​ນີ້ ແມ່ນ​ບ່ອນ­ຢູ່​ອູ່​ນອນ​ຂອງ​ພັນ​ສັດ​ນາໆ​ຊະ­ນິດ ລວມ​ທັງ​ສັດ​ຍຸກ​ດຶກ​ດຳ​ບັນ ເຊັ່ນ: ມັງ­ກອນ​ໂກ​ໂມ​ໂດ ລີງ​ພັນ​ອຸ​ລັງ​ອຸ​ຕັງ ແລະ ພັນ​ນົກ​ສຽງ​ຫວານ ທີ່​ຫາ​ບໍ່​ພົບ​ໃນ​ປະ­ເທດ​ອື່ນໆ ດັ່ງ­ນັ້ນ ຈິ່ງ​ບໍ່​ເປັນ​ເລື່ອງ​ແປກ​ທີ່​ປະ­ເທດ​ນີ້ ໄດ້​ກາຍ­ເປັນ​ແຫຼ່ງ​ເພາະ​ພັນ ບັນ­ຫາ​ການ​ຄ້າ​ສັດ­ປ່າ​ຢ່າງ​ຜິດ​ກົດ­ໝາຍ ເພາະ​ສັດ­ປ່າ​ຫາ​ຍາກ​ເຫຼົ່າ​ນີ້ ເປັນ​ທີ່​ຕ້ອງ­ການ​ໃນ​ຕະ­ຫຼາດ​ຕ່າງ­ປະ­ເທດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ສັດ­ປ່າ​ພັນ​ທີ່​ເປັນ​ເອ­ກະ­ລັກ​ຂອງ​ປະ­ເທດ ຖືກ​ລັກ­ລອບ​ຄ້າ­ຂາຍ ອິນ​ໂດ​ເນ​ເຊຍ ໄດ້​ປັບ­ປຸງ​ກົດ­ໝາຍ​ສິ່ງ­ແວ­ດລ້ອມ​ຄືນ­ໃໝ່ ໂດຍ​ໄດ້​ກຳ­ນົດ​ໂທດ​ໜັກ​ຂຶ້ນ​ຕໍ່​ພວກ​ລ່າ ພວກ​ຄ້າ​ສັດ­ປ່າ ດ້ວຍ​ການ​ຕັດ​ອິດ­ສະ­ຫຼະ­ພາບ​ສູງ​ສຸດ​ເຖິງ 20 ປີ ໃນ​ເມື່ອ​ກ່ອນ​ໂທດ​ຕິດ​ຄຸກ​ສຳ­ລັບ​ຄະ­ດີ​ນີ້ ສູງ​ສຸດ​ແມ່ນ 5 ປີ ທ່ານ ທາ​ຣີ ຟາ​ໂທ​ນີ ເຈົ້າ​ໜ້າ­ທີ່​ລະ­ດັບ​ສູງ​ຂອງ​ກະ­ຊວງ​ສິ່ງ­ແວ­ດລ້ອມ ທີ່​ເປັນ​ເຈົ້າ​ການ​ສ້າງ​ກົດ­ໝາຍ​ສະ­ບັບ​ປັບ­ປຸງ ໄດ້​ກ່າວ​ກ່ຽວ​ກັບ​ຈຸດ­ປະ­ສົງ​ຂອງ​ກົດ­ໝາຍ​ວ່າ: ເພື່ອ​ປົກ​ປັກ​ຮັກ­ສາ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີ­ວະ​ພາບ ທີ່​ແສນ​ອຸ­ດົມ­ສົມ­ບູນ​ຂອງ​ອິນ​ໂດ​ເນ​ເຊຍ​ເອົາ​ໄວ້ ໂດຍ​ສະ­ເພາະ​ແມ່ນ​ສັດ​ປະ­ເພດ​ຫາ​ຍາກ ແລະ ໃກ້​ຈະ​ສູນ­ພັນ ເຊັ່ນ: ລີງ​ອຸ​ລັງ​ອຸ​ຕັງ ເສືອ ແລະ ແຮັດ ເປັນ­ຕົ້ນ ສາ­ເຫດ​ທີ່​ເຮັດ​ໃຫ້​ຈຳ­ນວນ​ສັດ­ປ່າ​ບົກ​ແຫ້ງ​ລົງ​ໃນ​ອິນ​ໂດ​ເນ​ເຊຍ​ນັ້ນ ແມ່ນ​ມາ​ຈາກ​ການ​ຕັດ​ໄມ້​ທຳ­ລາຍ​ປ່າ ຊຶ່ງ​ເປັນ​ບ່ອນ­ຢູ່​ອາ­ໄສ​ຂອງ​ສັດ ແຕ່​ຮ້າຍ​ແຮງ​ໄປ​ກວ່າ​ນັ້ນ ແມ່ນ​ການ​ລັກ­ລອບ​ລ່າ ເພື່ອ​ຂາຍ​ເອົາ​ເງິນ​ເຂົ້າ­ຖົງ​ບຸກ­ຄົນ ຫຼື ເພື່ອ​ເອົາ​ຊິ້ນ​ສ່ວນ​ຂອງ​ສັດ​ໄປ​ປຸງ​ຢາ­ພື້ນ­ເມືອງ​ປະ­ເພດ​ບຳ­ລຸງ​ກຳ­ລັງ.

ທີ່ ກຳ­ປູ­ເຈຍ: ຂ່າວ​ຕ່າງ­ປະ­ເທດ ເມື່ອ​ປະ­ມານ 4 ປີ­ຜ່ານ­ມາ ໄດ້​ໃຫ້​ຮູ້​ວ່າ: ບັນ­ດາ​ນັກ​ອະ­ນຸ​ຮັກ​ສັດ​ໃກ້​ຈະ​ສູນ­ພັນ​ຢູ່​ກຳ­ປູ­ເຈຍ ໄດ້​ຍົກ­ຍ້າຍ​ເຕົ່າ​ນ້ຳ​ຈືດ (ປາ­ຝາ​ອອງ) ຈຳ­ນວນ 200 ໂຕ ໄປ​ຢູ່​ເຂດ​ສະ­ຫງວນ​ສະ­ເພາະ​ທີ່​ເກາະ​ກັງ ຍ້ອນ​ຢ້ານ​ວ່າ​ຖ້າ​ປ່ອຍ​ໄວ້​ບ່ອນ​ເກົ່າ ພວກ​ມັນ​ອາດ​ຈະ​ສູນ­ພັນ ຍ້ອນ​ການ​ຖືກ​ລັກ­ລອບ​ລ່າ ຫຼື ຍ້ອນ​ການ​ປ່ຽນ­ແປງ​ຂອງ​ສະ­ພາບ​ດິນ​ຟ້າ​ອາ­ກາດ ເຕົ່າ​ນ້ຳ​ຈືດ​ພັນ​ດັ່ງ­ກ່າວ ເປັນ 1 ໃນ 25 ສາຍ​ພັນ​ເຕົ່າ​ຂອງ​ໂລກ​ທີ່​ໃກ້​ຈະ​ສູນ­ພັນ ຢູ່​ກຳ­ປູ­ເຈຍ ເຕົ່າ​ຊະ­ນິດ​ນີ້​ມີ​ຊື່­ວ່າ: “ເຕົ່າ​ກະ­ສັດ” ຫຼື “ເຕົ່າ​ພະ​ລາ­ຊາ” (Royal Turtle) ຍ້ອນ​ວ່າ​ເມື່ອ​ກ່ອນ​ມີ​ແຕ່​ເຈົ້າ​ຊີ­ວິດ ແລະ ເຊື້ອ​ພະ​ວົງ​ເທົ່າ​ນັ້ນ ຈິ່ງ​ມີ​ສິດ​ສະ­ເຫວີຍ (ກິນ) ໄຂ່​ເຕົ່າ​ຊະ­ນິດ​ນີ້ ຢູ່​ກຳ­ປູ­ເຈຍ ມີ​ຄວາມ​ເຊື່ອ​ວ່າ ເຕົ່າ​ພະ​ລາ­ຊາ​ນີ້ ໄດ້​ສູນ­ພັນ​ໄປ​ແລ້ວ­ແຕ່​ດົນ ແຕ່​ບັງ­ເອີນ​ໃນ​ປີ 2000 ພັນ​ເຕົ່າ​ຊະ­ນິດ​ນີ້ ໄດ້​ຖືກ​ຄົ້ນ​ພົບ​ວ່າ​ຍັງ​ມີ​ຢູ່ ໂດຍ​ໄດ້​ຄົ້ນ​ພົບ​ຜົ້ງ​ທີ່​ເຕົ່າ​ເຄີຍ​ອາ­ໄສ​ຢູ່ ແລະ ສາ­ມາດ​ເກັບ​ກູ້​ໄຂ່​ຂອງ​ພວກ​ມັນ​ມາ​ໄດ້ 564 ໜ່ວຍ ເອົາ​ໄປ​ຟັກ​ເປັນ​ລູກ​ອ່ອນ​ໄດ້ 382 ໂຕ ຈາກ​ນັ້ນ​ມາ ເຕົ່າ​ພະ​ລາ­ຊາ ກໍ​ເລີຍ​ແຜ່­ພັນ ແລະ ຖືກ​ກຳ­ນົດ​ໃຫ້​ເປັນ​ເຕົ່າ​ມໍ­ລະ­ດົກ​ແຫ່ງ​ຊາດ ກຳ­ປູ­ເຈຍ ໃນ​ປີ 2005.

error: Content is protected !!