ໄຖ່ບາບດ້ວຍການແຕ່ງດອງ

ຄຳ​ວ່າ ການ​ແຕ່ງ­ດອງ ເພື່ອ​ໄຖ່​ບາບ​ນີ້ ໄດ້­ແກ່​ແຕ່ງ­ດອງ​ເພື່ອ​ປົກ​ປິດ​ຄວາມ​ຜິດ​ຂອງ​ໃຜ​ຜູ້​ໜຶ່ງ ທີ່​ບໍ່​ຕ້ອງ­ການ​ຖືກ​ແຮ້ວ​ກົດ­ໝາຍ​ຍັກ​ຄໍ ດັ່ງ­ນັ້ນ ຫຼາຍ​ປະ­ເທດ​ຈຶ່ງ​ມີ​ມາດ​ຕະ­ການ​ຕົວ​ຈິງ ໃນ​ການ​ແກ້​ໄຂ​ການ​ແຕ່ງ­ດອງ​ລັກ­ສະ­ນະ​ນີ້.

ທີ່ ລີ​ບັງ: (ພາ­ສາ​ອັງ­ກິດ ເອີ້ນ​ວ່າ ເລ​ບາ​ນອນ) ມີ​ຂ່າວ​ອອກ​ມາ​ໃນ​ເດືອນ​ສິງ­ຫາ ປີ 2017 ທີ່​ໃຫ້​ຮູ້​ວ່າ ລັດ​ຖະ​ສະ­ພາ​ປະ­ເທດ​ລີ​ບັງ ໃນ​ເຂດ​ຕາ­ເວັນ​ອອກ​ກາງ ໄດ້​ລົງ­ມະ­ຕິ​ຍົກ­ເລີກ​ມາດ­ຕາ​ໃນ​ກົດ­ໝາຍ​ອາ­ຍາ​ທີ່​ກຳ­ນົດ​ວ່າ “ຜູ້​ຕ້ອງ​ຫາ​ໃນ​ຄະ­ດີ​ຂົ່ມ­ຂືນ​ຈະ​ໄດ້​ຮັບ​ການ​ຍົກ­ເວັ້ນ​ໂທດ ຖ້າ​ຜູ້­ກ່ຽວ​ແຕ່ງ­ດອງ​ກັບ​ຜູ້​ເສຍ​ຫາຍ ຫຼື ຜູ້​ຕົກ​ເປັນ​ເຫຍື່ອ​ຂອງ​ການ​ຂົ່ມ­ຂືນ” ຂໍ້­ຄວາມ​ທີ່​ວ່າ​ນີ້ ກຳ­ນົດ​ຢູ່​ໃນ​ມາດ­ຕາ 522 ຂອງ​ກົດ­ໝາຍ​ອາ­ຍາ​ຂອງ​ລີ​ບັງ ແລະ ໄດ້​ຖືກ​ຍົກ­ເລີກ ໃນ​ວັນ​ທີ 16 ກັນ­ຍາ 2017 ຕາມ​ການ​ຕົກ­ລົງ​ຂອງ​ກອງ​ປະ­ຊຸມ​ສະ­ພາ ວ່າ​ກັນ​ວ່າ ມາດ­ຕາ​ດັ່ງ­ກ່າວ ໄດ້​ປະ­ຕິ­ບັດ​ກັນ​ມາ​ເປັນ​ເວ­ລາ​ຫຼາຍ​ປີ ທ່າມ­ກາງ​ກະ­ແສ​ຕໍ່­ຕ້ານ​ຈາກ​ກຸ່ມ​ສິດ­ທິ​ມະ­ນຸດ ແລະ ກຸ່ມ​ປົກ​ປ້ອງ​ສິດ­ທິ​ຂອງ​ແມ່­ຍິງ ຂ່າວ​ຍັງ​ໄດ້​ບອກ​ຕື່ມ​ວ່າ ກ່ອນ​ໜ້າ​ນັ້ນ​ເລັກ​ນ້ອຍ ຄື​ໃນ​ຕົ້ນ​ເດືອນ​ສິງ­ຫາ ປີ​ດຽວ​ກັນ​ນີ້ ລັດ​ຖະ​ສະ­ພາ​ປະ­ເທດ​ຊອກ​ດາ​ນີ ຫຼື ຈໍ​ແດນ ໃນ​ເຂດ​ຕາ­ເວັນ​ອອກ​ກາງ​ເຊັ່ນ​ກັນ ກໍ​ໄດ້​ຕົກ­ລົງ​ຍົກ­ເລີກ​ມາດ­ຕາ​ຂອງ​ກົດ­ໝາຍ​ອາ­ຍາ ທີ່​ອະ­ນຸ­ຍາດ​ໃຫ້​ຜູ້​ຖືກ​ຄະ­ດີ​ຂົ່ມ­ຂືນ​ພົ້ນ​ໂທດ ຖ້າ​ຍອມ​ແຕ່ງ­ດອງ​ກັບ​ເຫຍື່ອ ມາດ­ຕາ​ທີ່​ມີ​ເນື້ອ​ໃນ​ແບບ​ດຽວ​ກັນ​ນີ້ ກໍ​ໄດ້​ຖືກ​ລຶບ​ອອກ​ຈາກ​ກົດ­ໝາຍ​ອາ­ຍາ​ຂອງ​ປະ­ເທດ​ເອ​ຢິບ ໃນ​ປີ 1999 ປະ­ເທດ​ມາ​ຣົກ ໃນ​ປີ 2014 ແລະ ປະ­ເທດ​ຕຸຍ​ນິ​ຊີ ໃນ​ເດືອນ​ກໍ­ລະ­ກົດ 2017 ແຕ່​ກໍ​ຍັງ​ມີ​ອີກ​ຫຼາຍ​ປະ­ເທດ​ໃນ​ເຂດ​ດັ່ງ­ກ່າວ ທີ່​ຮັກ­ສາ​ມາດ­ຕາ​ລັກ­ສະ­ນະ​ດຽວ​ກັນ​ນີ້​ໄວ້.

ທີ່ ມາ​ເລ​ເຊຍ: ຂ່າວ​ໃຫຍ່​ດັງ​ໄກ​ຈາກ​ມາ​ເລ​ເຊຍ ໃນ​ຕົ້ນ​ເດືອນ​ສິງ­ຫາ ປີ 2016 ຄົງ​ບໍ່​ມີ​ເລື່ອງ​ໃດ​ຟົດ​ເດືອດ​ເທົ່າ​ກັບ​ເລື່ອງ​ຄະ­ດີ​ຂອງ​ທ້າວ ອັກ​ມັດ ຊູ​ກຼີ ຢູ​ສຸບ ອາ­ຍຸ 20 ກວ່າ​ປີ ຖືກ​ສານ​ຕັດ­ສິນ​ໃນ​ຄະ­ດີ​ຂົ່ມ­ຂືນ​ເດັກ​ຍິງ ອາ­ຍຸ 14 ປີ ໃນ​ປີ 2015 ໃຫ້​ຕິດ​ຄຸກ​ສູງ​ສຸດ 30 ປີ ແລະ ໂທດ​ຖືກ​ຂ້ຽນ​ດ້ວຍ​ແສ້​ອີກ​ຕື່ມ ແຕ່​ແລ້ວ​ສານ​ຂອງ​ລັດ​ຊາ​ລາ​ວັກ ທີ່​ເກາະ​ບອກ​ນຽວ ພັດ​ຍົກ­ເລີກ​ຄະ­ດີ​ດັ່ງ­ກ່າວ​ແບບ​ໜ້າ​ຕາ​ເສີຍ ໂດຍ​ອ້າງ​ວ່າ ຜູ້​ລົງ­ມື​ຂົ່ມ­ຂືນ ໄດ້​ຕົກ­ລົງ​ແຕ່ງ­ດອງ​ກັບ​ຍິງ ຜູ້​ເຄາະ​ຮ້າຍ​ຈາກ​ການ​ຂົ່ມ­ຂືນ​ຂອງ​ຕົນ ມີ​ອາ­ຍຸ 15 ປີ ໃນ​ປີ 2016 ນັ້ນ​ເອງ ການ​ຕັດ­ສິນ​ຂອງ​ສານ​ລັດ​ຊາ​ລາ​ວັກ ໄດ້​ກໍ່­ໃຫ້­ເກີດ​ກະ­ແສ​ຄັດ­ຄ້ານ​ຂຶ້ນ​ຢ່າງ​ດຸ­ເດືອດ ທ່ານ​ນາງ ໂຣ​ຮາ​ນີ ອັບ​ດູນ ອາ​ຣິມ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກິດ­ຈະ­ການ​ແມ່­ຍິງ ຄອບ­ຄົວ ແລະ ການ​ພັດ­ທະ­ນາ​ຊຸມ​ຊົນ ໃນ​ເວ­ລາ​ນັ້ນ ໄດ້​ກ່າວ​ກ່ຽວ​ກັບ​ບັນ­ຫາ​ນີ້​ວ່າ: “ຄະ­ດີ​ຂົ່ມ­ຂືນ ກໍ​ແມ່ນ​ຄະ­ດີ​ຂົ່ມ­ຂືນ ຜູ້​ກໍ່​ເຫດ​ກໍ​ຕ້ອງ​ຖືກ​ຕັດ­ສິນ​ລົງ­ໂທດ ຖ້າ​ເຂົາ​ມີ​ຄວາມ​ຜິດ​ແທ້ ຄະ­ດີ​ຂົ່ມ­ຂືນ​ບໍ່​ສາ­ມາດ​ຕົກ​ໄປ​ດ້ວຍ​ການ​ແຕ່ງ­ດອງ” ທ່ານ​ລັດ­ຖະ­ມົນ­ຕີ ຍັງ​ໄດ້​ບອກ​ອີ​ກວ່າ ຈະ​ສະ­ເໜີ​ໃຫ້​ສານ​ສູງ ທົບ​ທວນ­ຄືນ​ບັນ­ຫາ​ນີ້ ນອກ­ຈາກ​ນັ້ນ ທາງ​ກະ­ຊວງ​ຍັງ​ຈະ​ເຂົ້າ​ແຊກ​ແຊງ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ແຕ່ງ­ດອງ​ເພື່ອ​ໄຖ່​ບາບ ແບບ​ນີ້​ອີກ​ຕໍ່​ໄປ​ໃນ​ມາ​ເລ​ເຊຍ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ໃນ​ປີ 2013 ຊາຍ​ທີ່​ມີ​ຄອບ­ຄົວ​ແລ້ວ ແລະ ມີ​ລູກ 4 ຄົນ ໄດ້​ກໍ່​ເຫດ​ຂົ່ມ­ຂືນ​ເດັກ​ຍິງ ອາ­ຍຸ 12 ປີ ແລ້ວ​ຕົກ­ລົງ​ແຕ່ງ­ດອງ​ກັບ​ເຫຍື່ອ​ຂອງ​ຕົນ ເພື່ອ​ບໍ່​ໃຫ້​ຖືກ​ໂທດ​ຈຳ​ຄຸກ ສຸດ​ທ້າຍ​ກໍ​ເກີດ​ມີ​ກະ­ແສ​ບໍ່​ພໍ­ໃຈ​ກ່ຽວ​ກັບ​ບັນ­ຫາ​ນີ້ ໃນ​ປີ​ຕໍ່​ມາ​ຊາຍ​ຜູ້​ກໍ່​ເຫດ​ຄົນ​ນີ້ ກໍ​ຖືກ​ສານ​ຕັດ­ສິນ​ຈຳ​ຄຸກ​ເປັນ​ເວ­ລາ 12 ປີ.

error: Content is protected !!