ຫຼຸດຫວານເພື່ອຕ້ານພະຍາດຕຸ້ຍ

ໃນ​ບົດ​ປະ­ຈຳ​ວັນ​ນີ້ ຜູ້​ຂຽນ​ໄດ້​ສັງ​ລວມ​ເອົາ​ເລື່ອງ​ຄວາມ​ວິ­ຕົກ​ກັງ­ວົນ​ຂອງ​ຫຼາຍ​ປະ­ເທດ ກ່ຽວ​ກັບ​ພະ­ຍາດ​ຕຸ້ຍ ຫຼື ນ້ຳ­ໜັກ​ຕົວ​ເກີນ​ກຳ­ນົດ ຈາກ​ເຄື່ອງ​ດື່ມ​ອາ­ຫານ​ທີ່​ຫວານ ມີ​ກາ​ລໍ​ຣີ​ຫຼາຍ​ເກີນ​ໄປ ການ​ມີ​ນ້ຳ­ໜັກ​ຕົວ​ກາຍ​ຂີດ​ກຳ­ນົດ​ນັ້ນ ມີ​ຄວາມ​ສ່ຽງ​ສູງ​ທີ່​ຈະ​ເກີດ​ພະ­ຍາດ​ນາໆ​ຊະ­ນິດ ພິ­ເສດ​ແມ່ນ​ພະ­ຍາດ​ເບົາ­ຫວານ ແລະ ພະ­ຍາດ­ຫົວ­ໃຈ.

ທີ່ ອິນ​ເດຍ: ເມື່ອ​ປະ­ມານ 5 ປີ­ຜ່ານ­ມາ ທາງ​ການ​ຂອງ​ປະ­ເທດ​ອິນ​ເດຍ ໄດ້​ຮຽກ­ຮ້ອງ​ໃຫ້​ບໍ­ລິ­ສັດ​ນ້ຳ­ຫວານ ເຊັ່ນ: ເປບ​ຊີ ເຊ​ເວັນ​ອັບ ມີ​ຣິນ​ດາ ຫຼຸດ​ປະ­ລິ­ມານ​ນ້ຳ­ຕານ​ໃນ​ເຄື່ອງ​ດື່ມ​ເຫຼົ່າ​ນີ້​ລົງ ພາຍ­ຫຼັງ​ໄດ້​ພົບ​ວ່າ​ພະ­ຍາດ​ເບົາ­ຫວານ ແລະ ພະ­ຍາດ​ຕຸ້ຍ ໄດ້​ເພີ່ມ​ຂຶ້ນ​ສູງ​ໃນ​ໝູ່​ປະ­ຊາ­ຊົນ​ໃນ​ປັດ­ຈຸ­ບັນ​ກຸ່ມ​ຄົນ ຊົນ​ຊັ້ນ​ກາງ​ຢູ່​ອິນ​ເດຍ ມີ​ລາຍ​ຮັບ​ສູງ​ຂຶ້ນ ແລະ ຫັນ​ໄປ​ບໍ­ລິ­ໂພກ​ນ້ຳ­ຫວານ​ສຳ­ເລັດ​ຮູບ ແລະ ອາ­ຫານ​ຈານ​ດ່ວນ​ຫຼາຍ​ຂຶ້ນ ເຊິ່ງ​ເປັນ­ຕົ້ນ​ເຫດ​ຂອງ​ພະ­ຍາດ​ເບົາ­ຫວານ ແລະ ພະ­ຍາດ​ຕຸ້ຍ ສະ­ຖິ­ຕິ​ເມື່ອ​ຫ້າ​ປີ­ຜ່ານ­ມາ ໃຫ້​ຮູ້​ວ່າ ບໍ­ລິ­ສັດ ເປບ​ຊີ​ໂກ ມີ​ໂຮງ­ງານ​ນ້ຳ­ຫວານ​ບັນ­ຈຸ​ໃສ່​ຕຸກ 38 ແຫ່ງ ແລະ ໂຮງ­ງານ​ອາ­ຫານ​ຈານ​ດ່ວນ 3 ແຫ່ງ ໃນ​ອິນ​ເດຍ.

ທີ່ ເມັກ​ຊິກ (ຫຼື ເມັກ​ຊິກ​ໂກ): ຂ່າວ​ຕ່າງ­ປະ­ເທດ​ໄດ້​ໃຫ້​ຮູ້​ວ່າ: ທາງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຂອງ​ປະ­ເທດ​ເມັກ​ຊິກ ໄດ້​ອອກ​ຂໍ້​ກຳ­ນົດ​ຫ້າມ​ໂຄ­ສະ­ນາ​ອາ­ຫານ ແລະ ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້​ນ້ຳ­ໜັກ​ຂອງ​ຄົນ​ເພີ່ມ​ຂຶ້ນ ຄຳ​ສັ່ງ​ຫ້າມ​ດັ່ງ­ກ່າວ ໄດ້​ເລີ່ມ​ມີ​ຜົນ​ສັກ­ສິດ ແຕ່​ກາງ​ປີ 2014 ເປັນ­ຕົ້ນ​ມາ ເວ­ລາ​ທີ່​ກຳ­ນົດ​ຫ້າມ ໂຄ­ສະ­ນາ​ຜ່ານ​ເຄືອ​ຄ່າຍ​ສື່​ຕ່າງໆ​ນັ້ນ ແມ່ນ​ແຕ່ 14:30-21:30 ໂມງ​ຕາມ​ວັນ​ລັດ​ຖະ​ການ ແລະ ແຕ່ 7:00-19:30 ໂມງ ສຳ­ລັບ​ວັນ​ເສົາ ແລະ ວັນ​ອາ­ທິດ ອາ­ຫານ ແລະ ເຄື່ອງ​ດື່ມ​ທີ່​ເປັນ​ເປົ້າ​ຫ້າມ​ໂຄ­ສະ­ນາ​ນັ້ນ ໄດ້­ແກ່​ອາ­ຫານ​ທີ່​ມີ​ກາ​ລໍ​ຣີ (Calorie) ສູງ ແລະ ເຄື່ອງ​ດື່ມ​ປະ­ເພດ​ນ້ຳ​ອັດ​ລົມ ມາດ​ຕະ­ການ​ຫ້າມ​ດັ່ງ­ກ່າວ ໄດ້​ເຮັດ​ໃຫ້­ການ​ໂຄ­ສະ­ນາ​ອາ­ຫານ ແລະ ນ້ຳ​ອັດ​ລົມ ຫາຍ​ຈາກ​ໜ້າ​ຈໍ​ໂທລະ­ພາບ​ເຖິງ 40% ໃນ​ໄລ­ຍະ​ກ່ອນ​ໜ້າ​ນັ້ນ ລັດ­ຖະ­ບານ​ເມັກ​ຊິກ ໄດ້​ຮຽກ­ຮ້ອງ​ໃຫ້​ເກັບ​ພາ­ສີ​ເຄື່ອງ​ດື່ມ ແລະ ອາ­ຫານ​ທີ່​ມີ​ສ່ວນ​ເພີ່ມ​ນ້ຳ­ໜັກ​ແກ່​ຜູ້​ບໍ­ລິ­ໂພກ ຢູ່​ເມັກ​ຊິກ ຄົນ​ໃນ​ໄວ​ຜູ້​ໃຫຍ່ ຈຳ­ນວນ 70% ມີ​ນ້ຳ­ໜັກ​ເກີນ​ກຳ­ນົດ ສ່ວນ​ເດັກ​ທີ່​ຕຸ້ຍ​ເກີນ​ໄປ​ນັ້ນ ກວມ​ອັດ­ຕາ 30% ໂດຍ​ສະ­ເລ່ຍ​ຄົນ​ເມັກ​ຊິກ ຜູ້​ໜຶ່ງ​ບໍ­ລິ­ໂພກ​ເຄື່ອງ​ດື່ມ​ປະ­ສົມ​ນ້ຳ­ຕານ​ຕໍ່​ປີ ເຖິງ 163 ລິດ/ຄົນ ຊຶ່ງ​ຫຼາຍ​ເປັນ​ອັນ​ດັບ​ທີ 1 ຂອງ​ໂລກ ສ່ວນ​ອາ­ຫານ​ນັ້ນ ກໍ​ນິ­ຍົມ​ກິນ​ປະ­ເພດ​ຈືນ​ເປັນ­ຕົ້ນ​ຕໍ ພະ­ຍາດ​ທີ່​ເກີດ​ຈາກ​ການ​ມີ​ນ້ຳ­ໜັກ​ເກີນ​ນັ້ນ ໄດ້​ເຮັດ​ໃຫ້​ລັດ​ຕ້ອງ​ໄດ້​ເສຍ​ຄ່າ​ປິ່ນ­ປົວ ສຳ­ລັບ​ພົນ­ລະ­ເມືອງ​ຕຸ້ຍ​ເຖິງ 11.700 ລ້ານ​ໂດ​ລາ​ສະ­ຫະ­ລັດ (ສະ­ຖິ­ຕິ​ປີ 2017).

ອາ​ຟຣິ​ກາ​ໃຕ້: ໃນ​ເດືອນ​ພະ­ຈິກ ປີ 2017 ສະ­ພາ​ແຫ່ງ​ຊາດ ອາ​ຟຣິ​ກາ​ໃຕ້ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ພາ­ສີ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ນ້ຳ­ຕານ ຊຶ່ງ​ເລີ່ມ​ມີ​ຜົນ​ສັກ­ສິດ​ໃນ​ເດືອນ​ເມ­ສາ 2018 ໃນ​ເບື້ອງ​ຕົ້ນ ກົດ­ໝາຍ​ສະ­ບັບ​ນີ້ ໄດ້​ປະ​ເຊີນ​ກັບ​ການ​ຄັດ­ຄ້ານ​ຈາກ​ພາກ­ສ່ວນ​ອຸດ­ສາ­ຫະ­ກຳ​ນ້ຳ­ຕານ ແລະ ເຄື່ອງ​ດື່ມ​ປະ­ເພດ​ນ້ຳ­ຫວານ ເພາະ​ເຫັນ​ວ່າ ມາດ​ຕະ­ການ​ເກັບ​ພາ­ສີ​ນີ້ ຈະ​ຈຳ­ກັດ​ການ​ພັດ­ທະ­ນາ​ອຸດ­ສາ­ຫະ­ກຳ​ຂະ­ແໜງ​ນີ້ ຈະ​ເຮັດ​ໃຫ້​ມີ​ບັນ­ຫາ​ວ່າງ​ງານ ແຕ່​ສຸດ​ທ້າຍ​ກໍ​ສູ້​ເຫດ­ຜົນ​ຂອງ​ເບື້ອງ​ລັດ ທີ່​ຮັບ­ຜິດ­ຊອບ​ເລື່ອງ​ສຸ­ຂະ­ພາບ​ຂອງ​ປະ­ຊາ­ຊົນ ເພາະ­ວ່າ​ກົດ­ໝາຍ​ມີ​ເປົ້າ​ໝາຍ​ແກ້​ໄຂ​ພະ­ຍາດ​ຕຸ້ຍ​ທີ່​ເປັນ​ບໍ່­ເກີດ​ຂອງ​ພະ­ຍາດ​ອື່ນໆ ເຊັ່ນ: ເບົາ­ຫວານ ແລະ ໂຣກ​ຫົວ­ໃຈ ອາ​ຟຣິ​ກາ​ໃຕ້ ມີ​ຄົນ​ນ້ຳ­ໜັກ​ເກີນ​ອັດ­ຕາ​ຄວາມ​ພໍ­ດີ​ຫຼາຍ​ລະ­ດັບ​ຫົວ​ແຖວ​ຂອງ​ໂລກ.

error: Content is protected !!