ເພື່ອໂລກສົດໃສໄຮ້ມົນລະພິດ

ມີ​ຄຳ​ຂວັນ​ອະ­ມະ­ຕະ​ລະ­ດັບ​ໂລກ ປະ­ໂຫຍກ​ໜຶ່ງ​ທີ່​ສາ­ມາດ​ໃຊ້​ໄດ້​ກັບ​ການ­ເຄື່ອນ­ໄຫວ​ຕ່າງໆ ບໍ່​ວ່າ​ຈະ​ເປັນ​ການ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ ບັນ­ຫາ​ສິດ­ທິ​ມະ­ນຸດ ກົດ­ໝາຍ ແລະ ອື່ນໆ ຄຳ​ຂວັນ​ທີ່​ວ່າ​ນັ້ນ ແປ​ເປັນ​ພາ­ສາ​ລາວ (ຕາມ​ແບບ​ຂອງ​ຜູ້​ຂຽນ) ໄດ້​ຄວາມ​ໝາ­ຍວ່າ “ຄິດ​ກວ້າງໆ ແຕ່​ປະ­ຕິ­ບັດ​ພາຍ​ໃນ​ຂອບ​ເຂດ​ຂອງ​ຕົນ​ເອງ” (Think globally-Act locally) ຕົວ­ຢ່າງ: ເພື່ອ​ແກ້​ໄຂ​ບັນ­ຫາ​ໂລກ​ຮ້ອນ​ນັ້ນ ຄົນ​ເຮົາ​ອາດ​ຄິດ​ເຖິງ​ຜົນ​ກະ­ທົບ​ຂອງ​ມັນ​ທີ່​ມີ​ຕໍ່​ໝົດ​ໂລກ ແຕ່​ບໍ່​ຈຳ­ເປັນ​ຕ້ອງ​ທຽວ​ໄປ​ແກ້​ໄຂ​ບັນ­ຫາ​ນີ້ ໃຫ້​ທຸກໆ​ປະ­ເທດ ແຕ່​ຄວນ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ຢູ່​ປະ­ເທດ ແຂວງ ເມືອງ ບ້ານ​ຂອງ​ຕົນ​ເອງ ດ້ວຍ​ການ​ອະ­ນຸ​ຮັກ​ປ່າ ບໍ່​ຈູດ​ຂີ້​ເຫຍື້ອ​ຊະ­ຊາຍ ເຊົາ ຫຼື ຫຼຸດ­ຜ່ອນ​ການ​ໃຊ້​ຖົງ​ປຣາ​ສ​ຕິກ ແລະ ອື່ນໆ… ຄຳ​ຂວັນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ໄດ້​ແປ​ຮູບ​ເປັນ​ການ​ກະ­ທຳ​ຕົວ​ຈິງ​ຢູ່​ຫຼາຍໆ​ປະ­ເທດ ຕົວ­ຢ່າງ:

ທີ່ ອິ​ຕາ​ລີ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ຫວ່າງ​ບໍ່​ດົນ​ມາ​ນີ້​ວ່າ ອິ​ຕາ​ລີ ໄດ້​ກາຍ­ເປັນ​ປະ­ເທດ​ທຳ​ອິດ​ຂອງ​ໂລກ ທີ່​ນຳ​ເອົາ​ບັນ­ຫາ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ເຂົ້າ​ເປັນ​ສ່ວນ​ໜຶ່ງ​ຂອງ​ວິ­ຊາ​ວິ­ທະ­ຍາ­ສາດ ທີ່​ສອນ​ໃນ​ແຕ່​ໂຮງ­ຮຽນ​ຂັ້ນ​ປະ­ຖົມ ຮອດ​ສະ​ຖາ​ບັນ​ການ​ສຶກ​ສາ​ຂັ້ນ​ສູງ​ສຸດ ຫຼັກ­ສູດ​ການ​ສອນ​ດັ່ງ­ກ່າວ ຈະ​ເລີ່ມ​ປະ­ຕິ­ບັດ​ນັບ​ແຕ່​ເດືອນ​ກັນ­ຍາ 2020 (ສົກ​ສຶກ​ສາ 2020-2021) ເປັນ­ຕົ້ນ​ໄປ ວິ­ຊາ​ວິ­ທະ­ຍາ­ສາດ​ປະ­ສົມ​ປະ­ສານ​ກັບ​ຄວາມ​ຮູ້ ກ່ຽວ​ກັບ​ການ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ​ນີ້ ຈະ​ສອນ-ຮຽນ​ກັນ 1 ຊົ່ວ­ໂມງ​ຕໍ່​ອາ­ທິດ ນອກ­ຈາກ​ນັ້ນ ທາງ​ກະ­ຊວງ​ສຶກ​ສາ​ທິ​ການ ອິ​ຕາ​ລີ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ ພາກ​ວິ­ຊາ​ດັ່ງ​ເດີມ ເຊັ່ນ: ວິ­ຊາ​ພູ­ມີ­ສາດ ແລະ ວິ­ຊາ​ຟິ​ຊິກ​ນັ້ນ ກໍ​ຈະ​ເນັ້ນ​ຄວາມ​ຮູ້​ກ່ຽວ​ກັບ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ທີ່​ຕິດ​ພັນ​ກັບ​ບັນ­ຫາ​ອະ­ນຸ​ຮັກ​ສິ່ງ­ແວ­ດລ້ອມ​ອີກ​ດ້ວຍ ອິ​ຕາ​ລີ ເປັນ​ປະ­ເທດ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຢ່າງ​ຮ້າຍ​ແຮງ ຈາກ​ສະ­ພາບ​ປ່ຽນ­ແປງ​ຂອງ​ດິນ​ຟ້າ​ອາ­ກາດ ຊຶ່ງ​ເຮັດ​ໃຫ້​ເກີດ​ສະ­ພາບ​ນ້ຳ​ຖ້ວມ ດິນ​ເຊາະ​ເຈື່ອນ ແລະ ຫຼາຍ​ຕົວ​ເມືອງ ມີ​ຄວາມ​ສ່ຽງ​ຈະ​ຖືກ​ຈົມ​ຢູ່​ພື້ນ​ນ້ຳ​ໃນ­ຕໍ່­ໜ້າ ຍ້ອນ​ກ້ອນ​ນ້ຳ​ແຂງ​ຢູ່​ຂົ້ວ​ໂລກ​ເໜືອ​ເປື່ອຍ​ຢ່າງ​ໄວ­ວາ.

ທີ່ ຫວຽດ­ນາມ: ມີ​ຂ່າວ​ໜ້າ​ສົນ­ໃຈ​ທີ່​ອອກ​ມາ​ຈາກ ຫວຽດ­ນາມ ຫວ່າງ​ບໍ່​ດົນ​ມາ​ນີ້ ກ່ຽວ​ກັບ​ນະ­ໂຍ­ບາຍ​ໃໝ່​ຂອງ​ບັນ­ດາ​ທະ­ນາ­ຄານ​ຫວຽດ­ນາມ ໃນ​ການ​ປ່ອຍ​ເງິນ​ກູ້​ໃຫ້​ຂະ­ແໜງ​ອຸດ­ສາ­ຫະ­ກຳ ເລື່ອງ​ນີ້​ພົວ­ພັນ​ກັບ​ການ​ແກ້​ໄຂ​ບັນ­ຫາ​ມົນ​ລະ​ພິດ​ທີ່​ເກີດ​ຈາກ​ກອງ​ຂີ້​ເຫຍື້ອ ແລະ ຈາກ​ການ­ເຄື່ອນ­ໄຫວ​ຂອງ​ບັນ­ດາ​ອຸດ­ສາ­ຫະ­ກຳ ເລື່ອງ​ມີ​ຢູ່​ວ່າ ທາງ​ທະ­ນາ­ຄານ ຫວຽດ­ນາມ ໄດ້​ກຳ­ນົດ​ກົດ​ລະ­ບຽບ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ກູ້ ໂດຍ​ໄດ້​ເນັ້ນ​ວ່າ ກ່ອນ​ປ່ອຍ​ເງິນ​ກູ້​ໃຫ້​ໂຄງ­ການ​ໃດ​ກໍ​ຕາມ ທາງ​ທະ­ນາ­ຄານ​ຈະ​ຕ້ອງ​ສຶກ​ສາ​ຕີ​ລາ­ຄາ​ກ່ຽວ​ກັບ​ຄວາມ​ສ່ຽງ​ເລື່ອງ​ມົນ​ລະ​ພິດ ທີ່​ໂຄງ­ການ​ຮັບ​ເງິນ​ກູ້​ອາດ​ຈະ​ກໍ່​ຂຶ້ນ ເວົ້າ​ງ່າຍໆ ກໍ​ຄື ອຸດ­ສາ­ຫະ­ກຳ​ຂະ­ແໜງ­ການ​ຜະ­ລິດ ຫຼື ໂຄງ­ການ​ໃດ​ກໍ​ຕາມ ຖ້າ​ຕ້ອງ­ການ​ກູ້​ເງິນ​ຈາກ​ທະ­ນາ­ຄານ ຈະ​ຕ້ອງ​ມີ​ເອ­ກະ­ສານ​ບົດ​ວິ­ພາກ​ກ່ຽວ​ກັບ​ມາດ​ຕະ­ການ​ຂອງ​ຕົນ ໃນ​ການ​ຄວບ​ຄຸມ​ມົນ​ລະ​ພິດ ເພື່ອ​ໃຫ້​ທາງ​ທະ­ນາ­ຄານ​ສຶກ​ສາ​ເປັນ​ບ່ອນ​ອີງ ວ່າ​ຈະ​ປ່ອຍ​ເງິນ​ກູ້​ໃຫ້​ຫຼື​ບໍ່ ບັນ­ດາ​ອຸດ­ສາ­ຫະ­ກຳ​ທີ່​ເປັນ​ເປົ້າ​ໝາຍ​ຂອງ​ທາງ​ທະ­ນາ­ຄານ ໃນ​ການ​ສຶກ​ສາ​ກ່ຽວ​ກັບ​ບັນ­ຫາ​ມົນ​ລະ​ພິດ​ນັ້ນ ລວມ​ມີ​ອຸດ­ສາ­ຫະ­ກຳ ຫຼື ໂຄງ­ການ​ພັດ­ທະ­ນາ​ພະ­ລັງ­ງານ ໂຮງ­ງານ​ເຈ້ຍ ແລະ ໄຍ​ໄມ້ ໂຮງ­ງານ​ຍ້ອມ​ສີ​ແຜ່ນ­ແພ ປຸງ​ແຕ່ງ­ອາ­ຫານ​ທະ­ເລ ແລະ ອຸດ­ສາ­ຫະ­ກຳ​ຜະ­ລິດ​ຖ່ານ​ໄຟ​ສາຍ.

error: Content is protected !!