ເພື່ອຄວາມປອດໄພຂອງການແຕ່ງດອງຂ້າມຊາດ

ທີ່ ຫວຽດ­ນາມ: ເມື່ອ​ປະ­ມານ 5 ປີຢ້ອນ​ຫຼັງ ມີ​ຂ່າວ​ໜຶ່ງທີ່​ໜ້າ​ສົນ­ໃຈ​ກ່ຽວ​ກັບ​ກອງ​ປະ­ຊຸມ​ຮ່ວມ​ລະ­ຫວ່າງ ​ກະ­ຊວງ​ຍຸ­ຕິ​ທຳ ແລະ ຫ້ອງ­ການ​ຍຸ­ຕິ​ທຳ​ທ້ອງ­ຖິ່ນ​ຂອງ​ຫວຽດນາມ ຢູ່​ບາ​ເຣຍວຸ່ງ​ເຕົ່າ ກອງ​ປະ­ຊຸມ​ນີ້ ໄດ້​ລົງ​ເລິກ​ກ່ຽວກັບ​ມາດ​ຕະ­ການ​ຄຸ້ມ​ຄອງ​ການ​ແຕ່ງ­ດອງ​ລະ­ຫວ່າງ​ຄົນ​ຫວຽດ­ນາມ ໂດຍ​ສະ­ເພາະແມ່ນ​ແມ່­ຍິງ​ຫວຽດ­ນາມ​ກັບຊາຍ​ຕ່າງ­ປະ­ເທດ ກອງ​ປະ­ຊຸມ​ໄດ້​ຍົກ​ໃຫ້​ເຫັນ​ສະ­ຖິ­ຕິ ການ​ແຕ່ງ­ດອງ​ລະ­ຫວ່າງ​ຄົນ​ຫວຽດ­ນາມ​ກັບ​ຊາວ​ຕ່າງ­ປະ­ເທດ ແຕ່​ປີ 2011-2014 ວ່າ​ມີ​ຫຼາຍ​ກວ່າ 50.000 ຄົນ ໃນ​ນັ້ນ 80% ເປັນ​ເພດ​ຍິງ​ທີ່​ແຕ່ງ­ດອງ​ກັບ​ຄົນ​ຫວຽດນາມ​ຢູ່​ຕ່າງ­ປະ­ເທດ ກໍ​ຄື ຜູ້​ຊາຍ​ຕ່າງ­ປະ­ເທດຈາກ​ເກາະໄຕ້​ຫວັນ ແລະ ສ ເກົາ­ຫຼີ ເປັນ­ຕົ້ນ​ຕໍ ກອງ​ປະ­ຊຸມ​ໄດ້​ລະ­ດົມຄວາມ​ຄິດ​ກ່ຽວ​ກັບ​ບັນ­ຫາ​ຕໍ່​ໄປ​ນີ້​ຄື: ການ​ປະ­ຕິ­ບັດ​ມາດຕະ­ການ​ທາງ​ກົດ­ໝາຍ ​ກ່ຽວ​ກັບ​ການ​ແຕ່ງ­ດອງ​ລະຫວ່າງ​ຄົນ​ຫວຽດ­ນາມ​ກັບ​ຊາວ​ຕ່າງ­ປະ­ເທດ ວິ­ທີ​ການເພື່ອ​ໃຫ້​ຄຳ​ປຶກ­ສາ​ຫາ­ລືແກ່​ບັນ­ດາ​ເຈົ້າ​ສາວ​ຄົນ​ຫວຽດ­ນາມ ​ທີ່​ຈະ​ເຂົ້າ​ສູ່​ປະ­ຕູ​ວິ​ວາ​ກັບ​ຊາຍ​ຕ່າງ­ປະ­ເທດ ບັນ­ຫາການ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ພະ­ນັກ­ງານ​ທີ່​ຮັບ​ຜິດຊອບ​ແກ້​ໄຂ​ຄະ­ດີ ​ກ່ຽວ​ກັບ​ບັນ­ຫາ​ການ​ແຕ່ງ­ດອງ​ກັບ​ຄົນ​ຕ່າງ­ປະ­ເທດ ແລະ ເລື່ອງ​ຂັ້ນ​ຕອນ​ການ​ແລ່ນ​ເອ­ກະ­ສານ ເພື່ອ​ການ​ແຕ່ງ­ດອງ​ດັ່ງ­ກ່າວ ຜູ້​ແທນ​ກອງ​ປະ­ຊຸມ​ສ່ວນໃຫຍ່​ເນັ້ນ​ເລື່ອງ​ການ​ປົກ​ປ້ອງ​ແມ່­ຍິງ ບໍ່​ໃຫ້​ຕົກ​ເປັນເຫຍື່ອ​ຂອງ​ການ​ຄ້າ​ມະ­ນຸດ ຫຼື ການ​ໃຊ້​ຄວາມ​ຮຸນ​ແຮງ ຈາກ​ການ​ແຕ່ງ­ດອງ​ກັບ​ຜູ້​ຊາຍ​ຕ່າງ­ປະ­ເທດ ເຄີຍ​ເກີດຂຶ້ນ​ໃນ​ຫຼາຍໆ​ກໍ­ລະ­ນີ ດັ່ງ­ນັ້ນ ຈິ່ງ​ມີ​ຂໍ້​ສະ­ເໜີ​ໃຫ້​ມີ​ການແກ້​ໄຂ​ດ້ວຍ​ການ​ຍົກ​ສູງ​ລະ­ດັບ​ການ​ສຶກ​ສາ​ຂອງ​ແມ່­ຍິງ ສ້າງ​ຄວາມ​ຮັບ​ຮູ້​ທີ່​ຖືກ­ຕ້ອງ​ກ່ຽວ​ກັບ​ການ​ແຕ່ງ­ດອງ​ກັບ​ຊາວ​ຕ່າງ­ປະ­ເທດ ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່​ຖາ­ວອນ​ໃຫ້ແມ່­ຍິງ​ໃນ​ເຂດ​ຊົນ­ນະ­ບົດ​ຫ່າງ​ໄກ​ສອກ­ຫຼີກ ມີ​ມາດ​ຕະການ​ຮອງ​ຮັບ​ເພື່ອ​ຊ່ວຍ­ເຫຼືອ​ບັນ­ດາ​ແມ່­ຍິງ ​ທີ່​ຕົກ​ເປັນເຫຍື່ອ​ການ​ແຕ່ງ­ດອງ​ແບບ​ຫຼອກ​ລວງ ແລະ ກ່ອນ​ອື່ນ​ໝົດ​ຕ້ອງ​ມີ​ມາດ​ຕະ­ການ​ດ້ານ​ກົດ­ໝາຍ​ສະ­ເພາະ ເພື່ອ​ປ້ອງ​ກັນ​ລ່ວງ​ໜ້າ​ບໍ່​ໃຫ້​ມີ​ເຫດ­ການ​ທີ່​ບໍ່​ເພິ່ງ​ປາ­ຖະ­ໜາ ຈາກ​ການ​ແຕ່ງ­ດອງ​ກັບ​ຄົນ​ຕ່າງ­ປະ­ເທດ.

ທີ່ ສ ເກົາ­ຫຼີ: ຂ່າວ​ໜັງ­ສື­ພິມ​ວຽງ​ຈັນ​ທາມ ສະ­ບັບ​ວັນ​ທີ 25 ພະ­ຈິກ 2019 ໃຫ້​ຮູ້​ວ່າ ທາງ​ການ​ປະ­ເທດ ສ ເກົາ­ຫຼີ ໄດ້​ລິ​ເລີ່ມ​ແຜນ​ປົກ​ປ້ອງ​ສິດ­ຜົນ­ປະ­ໂຫຍດ​ຂອງ​ແມ່­ຍິງ ຕ່າງ­ປະ­ເທດ​ທີ່​ສ້າງ​ຄອບ­ຄົວ​ກັບ​ຜູ້​ຊາຍ ສ ເກົາ­ຫຼີ ບໍ່​ໃຫ້ຕົກ​ເປັນ​ເຫຍື່ອ​ຄວາມ​ຮຸນ​ແຮງ​ພາຍ​ໃນ​ຄອບ­ຄົວ ແຜນດັ່ງ­ກ່າວ ສະ­ເໜີ​ອອກ​ໂດຍ​ກະ­ຊວງ ບົດ­ບາດ​ຍິງ​ຊາຍ ຄວາມ​ສະ­ເໝີ­ພາບ ແລະ ຄອບ­ຄົວ​ຂອງ ເກົາ­ຫຼີ ຊຶ່ງ​ກວມເອົາ​ການ​ໃຫ້​ບໍ­ລິ­ການ​ສາຍ​ດ່ວນ​ເປັນ​ຫຼາຍ​ພາ­ສາ ປະຈຳ​ໜ່ວຍ​ງານ​ຕຳ­ຫຼວດ ເພື່ອ​ຊ່ວຍ­ເຫຼືອ​ບັນ­ດາ​ແມ່­ຍິງຕ່າງ­ປະ­ເທດ ​ທີ່​ເປັນ​ເມຍ​ຂອງ​ຜູ້​ຊາຍ​ເກົາ­ຫຼີ ໃນ​ເວ­ລາ​ຕົກຢູ່​ສະ­ພາບ​ຄັບ­ຂັນ ນອກ­ຈາກ​ນັ້ນ ລັດ­ຖະ­ບານ ສ ເກົາ­ຫຼີ ຍັງ​ໄດ້​ກຳ­ນົດ​ຫ້າມ​ຜູ້​ຊາຍເກົາ­ຫຼີ ທີ່​ມີ​ປະ­ຫວັດ​ກໍ່​ອາ​ຊະຍາ​ກຳແຕ່ງ­ດອງ​ກັບ​ແມ່­ຍິງ​ຕ່າງ­ປະ­ເທດ ແລ້ວ​ນຳ​ເຂົ້າໄປ ສ ເກົາ­ຫຼີ ເດັດ­ຂາດ ລັດ­ຖະ­ບານ​ມີ​ໂຄງ­ການ​ສົ່ງ­ເສີມການ​ສຶກ​ສາ​ອົບ­ຮົມ ສຳ­ລັບ​ຄອບ­ຄົວ​ທີ່​ມີ​ຄູ່​ຄອງ​ເປັນ​ຊາວຕ່າງ­ປະ­ເທດ ເຫດ­ຜົນ​ທີ່​ທາງ​ການ​ຂອງ ສ ເກົາ­ຫຼີ ຕ້ອງໄດ້​ແກ້​ໄຂ​ບັນ­ຫາ​ນີ້​ຢ່າງ​ຮີບ​ດ່ວນ ກໍ​ເພາະ­ວ່າ ມີ​ຫຼາຍ​ກໍລະ​ນີ ທີ່​ຜູ້​ຊາຍ ເກົາ­ຫຼີ ທຳ­ຮ້າຍ​ຮ່າງ­ກາຍ​ຂອງ​ເມຍ ຊຶ່ງເປັນ​ຊາວ​ຕ່າງ­ປະ­ເທດ ເຊັ່ນ ກໍ­ລະ­ນີ​ຊາຍເກົາ­ຫຼີ ທຸບ​ຕີເມຍ​ທີ່​ເປັນ​ຄົນ​ຫວຽດ­ນາມ​ຕໍ່­ໜ້າ​ຜູ້​ເປັນ​ລູກ ໃນ​ເດືອນກໍ­ລະ­ກົດ ປີ 2019 ແລະ ກໍ­ລະ­ນີ​ຜູ້​ເປັນ​ຜົວ (ຄົນ​ເກົາ­ຫຼີ) ໃຊ້​ມີດ​ແທງ​ເມຍ​ຂອງ​ຕົນ​ທີ່​ເປັນ​ຊາວ​ຫວຽດ­ນາມຈົນເສຍ​ຊີ­ວິດ ໃນ​ວັນ​ທີ 23 ເດືອນ​ພະ­ຈິກ 2019.

error: Content is protected !!