ຂີ່ລົດໃຫຍ່ຕ້ອງຮູ້ກົດ ຂີ່ລົດຖີບກໍຕ້ອງຮູ້ລະບຽບ

ເລື່ອງ​ທັງ​ໝົດ​ທີ່​ສັນ​ຫາ​ມາ​ເລົ່າ​ໃນ​ບົດ​ນີ້ ລ້ວນ​ແຕ່​ພົວ­ພັນ​ກັບ​ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ໃຫ້​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ປອດ​ໄພ ໂດຍ​ມີ​ຕົວ­ຢ່າງ​ຈາກ​ປະ­ເທດ​ຍີ່­ປຸ່ນ ອັງ­ກິດ ສິງ­ກະ­ໂປ. ທີ່​ຍີ່­ປຸ່ນ: ເລີ່ມ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2015 ເປັນ­ຕົ້ນ​ມາ ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ສະ­ບັບ​ປັບ­ປຸງ​ຂອງ​ຍີ່­ປຸ່ນ ໄດ້​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ພາກ​ບັນ­ຍັດ ກ່ຽວ​ກັບ​ການ​ຂີ່​ລົດ­ຖີບ​ນັ້ນ…

ເພື່ອການປິ່ນປົວທີ່ມີຄຸນນະພາບ

ບົດ​ປະ­ຈຳ​ວັນ​ນີ້ ຂໍ​ເວົ້າ​ເລື່ອງ​ແພດ-ໝໍ ແລະ ການ​ປິ່ນ­ປົວ​ໃນ​ອາ­ຊີ-ອາ​ຊຽນ​ຂອງ​ພວກ​ເຮົາ ເບິ່ງ​ທັງ​ເບື້ອງ​ຜົນ­ສຳ­ເລັດ ກໍ​ຄື ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃນ​ວົງ​ການ​ແພດ ເຊັ່ນ: ທີ່​ຫວຽດ­ນາມ: ໃນ​ປີ 2015 ທາງ​ການ​ຂອງ​ຫວຽດ­ນາມ ໄດ້​ລິ​ເລີ່ມ​ສ້າງ​ຮ່າງ​ດຳ­ລັດ​ວ່າ​ດ້ວຍ​ການ​ສັກ​ຢາ​ກັນ​ພະ­ຍາດ ເຊິ່ງ​ຕາມ​ແຜນ​ແລ້ວ​ແມ່ນ​ຕ້ອງ​ໄດ້​ຮັບ­ຮອງ​ເອົາ ແລະ ປະ­ກາດ​ໃຊ້​ໃນ…

ຢ່າໃຫ້ອອນລາຍ ກາຍເປັນ “ອ່ອນຫຼາຍ”

ໃນ​ຍຸກ​ສື່​ອອນ​ລາຍ​ນີ້ ຄົນ​ເຮົາ​ໄດ້​ຮັບ​ຄວາມ​ສະ­ດວກ​ສະ­ບາຍ​ຫຼາຍ​ຢ່າງ ຕົວ­ຢ່າງ​ທີ່​ໂດດ​ເດັ່ນ​ເຫັນ​ກັນ​ຢ່າງ​ຈະ­ແຈ້ງ ກໍ​ຄື ໃນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄລ­ຍະ​ທີ່​ຄົນ​ເຮົາ​ບໍ່​ສາ­ມາດ​ໄປ​ຫາ​ມາ­ສູ່​ກັນ ບໍ່​ວ່າ​ຢູ່​ພາຍ​ໃນ ກໍ​ຄື ຕ່າງ­ປະ­ເທດ​ນັ້ນ ສື່​ດີ​ຈີ​ຕອນ-ອອນ​ລາຍ ກໍ​ຊ່ວຍ​ໃຫ້​ຄົນ​ເຮົາ​ໄດ້​ພົບ​ກັນ​ໜ້າ​ຈໍ… ອາ­ຫານ ກໍ​ສັ່ງ​ທາງ​ອອນ​ລາຍ ກອງ​ປະ­ຊຸມ​ພາກ​ພື້ນ ແລະ ສາ­ກົນ…

ການໃຫ້ທານທີ່ຊົງຄຸນຄ່າທີ່ສຸດ

ພົບ​ກັນ​ວັນ​ນີ້​ມີ​ເລື່ອງ​ເຊິ່ງ​ຟັງ​ແລ້ວ​ສີ​ເຄືອງ​ຫູ​ນັ້ນ​ກໍ​ຄື ການ​ຂຶ້ນ​ທະ­ບຽນ​ຂໍ​ບໍ­ລິ­ຈາກ​ຮ່າງ­ກາຍ ແລະ ອະ​ໄວ​ຍະ​ວະ ເພື່ອ​ນຳ​ໃຊ້​ທາງ​ການ​ແພດ ມີ​ຕົວ­ຢ່າງ​ຈາກ​ຍີ່­ປຸ່ນ ແລະ ປະ­ເທດ​ໂຮນ​ລັງ ຫຼື ເນ​ເທີ​ແລນ ມາ​ເລົ່າ​ສູ່​ຟັງ. ທີ່​ຍີ່­ປຸ່ນ: ຂ່າວ​ຕ່າງ­ປະ­ເທດ​ຈາກ​ຍີ່­ປຸ່ນ ໃນ​ເດືອນ​ສິງ­ຫາ​ປີ 2019 ໃຫ້​ຮູ້​ວ່າ…

ເບິ່ງໂທດໃນຄະດີທີ່ພົວພັນກັບສື່ສັງຄົມອອນລາຍ

ທີ່ ສປ ຈີນ: ສປ ຈີນ ມີ​ກົດ­ໝາຍ​ເດັດໆ​ເພື່ອ​ລົງ­ໂທດ​ຕໍ່​ຜູ້​ໂຄ­ສະ­ນາ​ເກີນ​ຄວາມ​ເປັນ​ຈິງ ເພື່ອ​ຂາຍ​ສິນ­ຄ້າ​ຜ່ານ​ທາງ​ອອນ​ລາຍ ນອກ­ຈາກ​ນັ້ນ ຍັງ​ມີ​ການ​ກຳ­ນົດ​ໂທດ​ສະ­ເພາະ​ຜູ້​ຂາຍ​ສິນ­ຄ້າ​ທາງ​ອອນ​ລາຍ​ທີ່​ເຂົ້າ​ໄປ​ລຶບ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ທາງ​ລົບ​ຈາກ​ສັງ­ຄົມ​ຕໍ່​ສິນ­ຄ້າ​ທີ່​ຕົນ​ໂຄ­ສະ­ນາ​ຈ່າວ​ຂາຍ​ນັ້ນ​ອີກ ກົດ­ໝາຍ​ທີ່​ວ່າ​ນີ້​ອອກ​ມາ­ສູ່​ສັງ­ຄົມ​ໃນ​ທ້າຍ​ປີ 2017 ພາຍ​ໃຕ້​ກົດ­ໝາຍ​ສະ­ບັບ​ນີ້ ຜູ້​ໃດ​ກໍ​ຕາມ​ທີ່​ໂຄ­ສະ­ນາ​ເກີນ​ຄວາມ​ຈິງ​ກ່ຽວ​ກັບ​ສິນ­ຄ້າ​ທີ່​ຕົນ​ຂາຍ​ຜ່ານ​ທາງ​ອອນ​ລາຍ ຫຼື ເຂົ້າ​ໄປ​ລຶບ​ຄວາມ​ເຫັນ ຕ້ອງ​ຕິ​ສິນ­ຄ້າ​ຂອງ​ຕົນ​ຈາກ​ສັງ­ຄົມ​ນັ້ນ…

ເບິ່ງບົດຮຽນການປົກປ້ອງຜູ້ບໍລິໂພກ

ໃນ​ບົດ​ນີ້ ຜູ້​ຂຽນ​ຂໍ​ນຳ​ສະ­ເໜີ​ກ່ຽວ​ກັບ​ມາດ​ຕະ­ການ​ຂອງ​ທາງ​ການ​ເກາະ​ໄຕ້​ຫວັນ ແລະ ອົດ​ສະ​ຕຣາ​ລີ ເພື່ອ​ປົກ​ປ້ອງ​ຜູ້​ບໍ­ລິ­ໂພກ​ຈາກ​ຜົນ​ກະ­ທົບ​ຂອງ​ອາ­ຫານ​ທີ່​ປົນ​ເປື້ອນ ຫຼື ອາ­ຫານ​ເສຍ​ຄຸນ​ບໍ່​ໄດ້​ມາດ­ຕະ­ຖານ. ທີ່​ເກາະ​ໄຕ້​ຫວັນ: ຜູ້​ລັກ­ລອບ​ຈຳ­ໜ່າຍ​ອາ­ຫານ​ປົນ​ເປື້ອນ ອາ­ຫານ​ທີ່​ຖືກ​ຫ້າມ​ຢູ່​ເກາະ​ໄຕ້​ຫວັນ​ນັ້ນ ຈະ​ໄດ້​ຮັບ​ໂທດ​ຢ່າງ​ໜັກ­ໜ່ວງ ຄື: ອາດ​ຕິດ​ຄຸກ​ສູງ​ສຸດ 7 ປີ ຫຼື…

ໄພໃກ້ຕົວຈາກອາຫານ

ເຊັ່ນ​ດຽວ​ກັບ​ບາງ​ບົດ​ທີ່​ໄດ້​ຂຽນ​ໃນ​ຄໍ​ລຳ​ນີ້​ມາ​ແລ້ວ ມື້­ນີ້​ຜູ້​ຂຽນ​ຂໍ​ສືບ­ຕໍ່​ເລື່ອງ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ ຍັງ​ຈຳ​ໄດ້​ວ່າ​ຫຼາຍ​ປີ​ມາ​ແລ້ວ ຜູ້​ຂຽນ​ໄດ້​ຊື້​ເຂົ້າ­ຫຼາມ​ໃນ​ງານ​ບຸນ​ພະ​ທາດ­ຫຼວງ ພໍ​ກິນ​ໄປ​ບໍ່​ຮອດ​ເຄິ່ງ​ກໍ​ພົບ​ນ້ຳ​ສີ ຂີ້​ເລື່ອຍ ແລະ ເຫຼັກ​ຕະ­ປູ ຈາກ​ນັ້ນ ກໍ​ເລີຍ​ຫຼາບ​ບໍ່​ກ້າ​ຊື້​ເຂົ້າ­ຫຼາມ​ໄປ​ກິນ​ເປັນ​ເວ­ລາ​ຫຼາຍ​ປີ ຄິດ​ວ່າ​ເຈົ້າ​ຂອງ​ເຂົ້າ­ຫຼາມ​ບັ້ງ​ນັ້ນ​ຄົງ​ບໍ່​ມີ​ເຈດ​ຕະ​ນາ​ຮ້າຍ ພຽງ​ແຕ່​ວ່າ​ຂາດ​ຄວາມ​ເອົາ­ໃຈ­ໃສ່ ເລື່ອງ​ແບບ​ນີ້​ກໍ​ເຄີຍ​ເກີດ​ຢູ່​ຕ່າງ­ປະ­ເທດ ຈົນ​ກາຍ­ເປັນ​ຄະ­ດີ​ຟ້ອງ​ຂຶ້ນ​ສານ ເຊັ່ນ: ທີ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ:…

ຖ່າຍຊະຊາຍ ອັນຕະລາຍກວ່າທີ່ຄິດ

ວັນ​ທີ 19 ພະ­ຈິກ​ຂອງ​ທຸກໆ​ປີ ໄດ້​ຖືກ​ກຳ­ນົດ​ໃຫ້​ເປັນ​ວັນ “ຫ້ອງ​ນ້ຳ​ໂລກ” (World Toilet Day) ເວົ້າ​ໃຫ້​ລະ­ອຽດ​ໄປ​ກວ່າ​ນັ້ນ ກໍ​ຄື ເປັນ​ວັນ​ສາ­ກົນ​ທີ່​ສົ່ງ­ເສີມ​ໃຫ້​ທຸກໆ​ປະ­ເທດ​ເອົາ­ໃຈ­ໃສ່​ເລື່ອງ​ສຸ​ຂະ​ອະ­ນາ­ໄມ ໂດຍ​ການ​ໃຊ້​ຫ້ອງ​ນ້ຳ ຫ້າມ​ຖ່າຍ​ຊະ­ຊາຍ ເຊິ່ງ​ຈະ​ເປັນ​ບ່ອນ​ເພາະ​ພັນ​ເຊື້ອ​ພະ­ຍາດ​ນາໆ​ຊະ­ນິດ ໂດຍ​ສະ­ເພາະ ແມ່ນ​ພະ­ຍາດ​ຖອກ­ທ້ອງ…

ເລື່ອງດີໆ ໃນຂົງເຂດການບິນ

ສຳ­ລັບ​ຜູ້​ທີ່​ມີ​ໂອ­ກາດ​ໄດ້​ເຫາະ​ເຫີນ​ເດີນ​ອາ­ກາດ​ເລື້ອຍໆ​ນັ້ນ ເລື່ອງ​ຕໍ່​ໄປ​ນີ້​ຈະ​ກາຍ​ເປັນ­ຄວາມ​ຮູ້​ແຮ​ໄວ້. ທີ່ ມາ​ເລ​ເຊຍ: ການ​ປົກ​ປ້ອງ​ຜົນ​ປະ­ໂຫຍດ​ຂອງ​ຜູ້­ໂດຍ­ສານ​ທາງ​ອາ­ກາດ ຢູ່​ມາ​ເລ​ເຊຍ​ນັ້ນ ໄດ້​ຮັບ​ການ​ຄ້ຳ­ປະ­ກັນ​ດ້ວຍ​ກົດ­ໝາຍ​ຄັກ­ແນ່ ກົດ­ໝາຍ​ທີ່​ວ່າ​ນັ້ນ​ໄດ້​ປະ­ກາດ​ໃຊ້​ມາ​ແຕ່​ເດືອນ​ກໍ­ລະ­ກົດ 2016 ໂດຍ​ໄດ້​ກຳ­ນົດ​ໃຫ້​ບໍ­ລິ­ສັດ​ການ­ບິນ​ຕ້ອງ​ແຈ້ງ​ຄ່າ​ປີ້​ຍົນ​ຢ່າງ​ລະ­ອຽດ​ວ່າ ໄດ້​ກວມ​ເອົາ​ຄ່າ​ໃຊ້​ຈ່າຍ​ຫຍັງ​ແດ່ ເຊັ່ນ: ຄ່າ​ອາ­ກອນ​ກໍ່­ສ້າງ ການ​ຄຸ້ມ​ຄອງ​ສະ­ໜາມ​ບິນ ອາ­ກອນ​ຜູ້­ໂດຍ­ສານ ຄ່າ​ປະ­ກັນ​ໄພ…

error: Content is protected !!