ໄພໃກ້ຕົວຈາກອາຫານ

ເຊັ່ນ​ດຽວ​ກັບ​ບາງ​ບົດ​ທີ່​ໄດ້​ຂຽນ​ໃນ​ຄໍ​ລຳ​ນີ້​ມາ​ແລ້ວ ມື້­ນີ້​ຜູ້​ຂຽນ​ຂໍ​ສືບ­ຕໍ່​ເລື່ອງ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ ຍັງ​ຈຳ​ໄດ້​ວ່າ​ຫຼາຍ​ປີ​ມາ​ແລ້ວ ຜູ້​ຂຽນ​ໄດ້​ຊື້​ເຂົ້າ­ຫຼາມ​ໃນ​ງານ​ບຸນ​ພະ​ທາດ­ຫຼວງ ພໍ​ກິນ​ໄປ​ບໍ່​ຮອດ​ເຄິ່ງ​ກໍ​ພົບ​ນ້ຳ​ສີ ຂີ້​ເລື່ອຍ ແລະ ເຫຼັກ​ຕະ­ປູ ຈາກ​ນັ້ນ ກໍ​ເລີຍ​ຫຼາບ​ບໍ່​ກ້າ​ຊື້​ເຂົ້າ­ຫຼາມ​ໄປ​ກິນ​ເປັນ​ເວ­ລາ​ຫຼາຍ​ປີ ຄິດ​ວ່າ​ເຈົ້າ​ຂອງ​ເຂົ້າ­ຫຼາມ​ບັ້ງ​ນັ້ນ​ຄົງ​ບໍ່​ມີ​ເຈດ​ຕະ​ນາ​ຮ້າຍ ພຽງ​ແຕ່​ວ່າ​ຂາດ​ຄວາມ​ເອົາ­ໃຈ­ໃສ່ ເລື່ອງ​ແບບ​ນີ້​ກໍ​ເຄີຍ​ເກີດ​ຢູ່​ຕ່າງ­ປະ­ເທດ ຈົນ​ກາຍ­ເປັນ​ຄະ­ດີ​ຟ້ອງ​ຂຶ້ນ​ສານ ເຊັ່ນ:

ທີ່​ສະ­ຫະ­ລັດ​ອາ​ເມ​ຣິ​ກາ: ເຫດ​ຮ້າຍ​ໄດ້​ເກີດ​ຂຶ້ນ​ຢູ່​ຮ້ານ​ອາ­ຫານ ບິດ​ສະ​ໂຕຼ​ໂມ​ແດກ (Bistro Moderne) ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ​ໃນ​ຍ່ານ​ທຸ­ລະ​ກິດ ແມນ​ແຮດ​ຕັນ ນະ­ຄອນ​ນິວ​ຢອກ ເປັນ​ຮ້ານ​ອາ­ຫານ​ຝຣັ່ງ ບັນ­ຊາ​ໂດຍ​ພໍ່­ຄົວ​ໃຫຍ່ ຊື່ ດາ​ນຽນ ບູ​ລຸດ (Daniel Boulud) ໃນ​ມື້​ເຄາະ​ຮ້າຍ​ນັ້ນ ລູກ​ຄ້າ​ຊື່​ທ້າວ ແບ​ຣີ ແບຼດ (Barry Brett) ກັບ​ເມຍ ໄດ້​ເຂົ້າ​ໄປ​ຮັບ​ປະ­ທານ​ອາ­ຫານ​ຢູ່​ຮ້ານ​ຊື່​ດັງ​ແຫ່ງ​ນີ້ ແຕ່​ກິນ​ບໍ່​ໄດ້​ພໍ­ຄາວ ທ້າວ ແບ​ຣີ ກໍ​ຮູ້­ສຶກ​ວ່າ​ຕົນ​ໄດ້​ກືນ​ວັດ­ຖຸ​ສິ່ງ​ໃດ​ສິ່ງ​ໜຶ່ງ​ເຂົ້າ​ໄປ​ຄ້າງ​ອະ​ຍະ​ຢູ່​ຮູ​ຄໍ ເຂົາ ແລະ ເມຍ​ຮີບ​ອອກ​ໄປ​ຈາກ​ຮ້ານ 4 ວັນ​ຜ່ານ​ມາ ທ້າວ ແບ​ຣີ ຍິ່ງ​ເຈັບ​ໜັກ ເລີຍ​ຈຳ­ເປັນ​ໄດ້​ໄປ​ພົບ​ແພດ ຈຶ່ງ​ຮູ້​ວ່າ ສິ່ງ​ທີ່​ຄ້າງ​ຢູ່​ຮູ​ຄໍ​ນັ້ນ​ແມ່ນ​ເສັ້ນ​ໂລ­ຫະ ເຊິ່ງ​ຕົກ​ຫຼົ່ນ​ຈາກ​ເຄື່ອງ­ມື​ຄົວ­ກິນ ໃນ​ທີ່​ສຸດ​ສານ​ນະ­ຄອນ​ນິວ​ຢອກ ກໍ​ໄດ້​ຕັດ­ສິນ​ຄວາມ​ຜິດ​ຂອງ​ຮ້ານ​ອາ­ຫານ​ໃນ​ຖານ​ປະ­ໝາດ​ເລີ່ນ​ເລີ້ ເຮັດ​ໃຫ້​ຄົນ​ອື່ນ​ສ່ຽງ​ຕໍ່​ຄວາມ​ອັນ­ຕະ­ລາຍ ສານ​ຕັດ­ສິນ​ໃຫ້​ທາງ​ຮ້ານ​ອາ­ຫານ​ຈ່າຍ​ເງິນ​ໃຫ້​ທ້າວ ແບ​ຣີ 3 ແສນ​ໂດ​ລາ ຈ່າຍ 11 ພັນ​ໂດ​ລາ ໃຫ້​ເມຍ​ທ້າວ ແບ​ຣີ ແລະ ອີກ 1 ລ້ານ​ໂດ​ລາ ແມ່ນ​ການ​ປັບ​ໃໝ ໂດຍ​ທາງ​ການ​ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ອາ­ຫານ​ທີ່​ສອງ­ຜົວ­ເມຍ​ກິນ​ວັນ​ນັ້ນ​ແມ່ນ​ໄກ່​ອົບ​ປະ­ສົມ​ເຫຼົ້າ​ວາຍ (Cogauvin) ອາ­ຫານ​ຈານ​ເດັດ​ຂອງ​ຝຣັ່ງ ສ່ວນ​ເສັ້ນ​ລວດ ເຮັງ-ຊວຍ ທີ່​ໄປ​ຄ້າງ​ຄໍ​ທ້າວ ແບ​ຣີ ນັ້ນ ມີ​ຄວາມ​ຍາວ 2,5 ຊັງ​ຕີ​ແມັດ ເຊິ່ງ​ຫຼົ່ນ​ອອກ​ຈາກ​ເຄື່ອງ­ມື​ລາ­ຄາ​ຖືກໆ​ທີ່​ໃຊ້​ຄົວ­ກິນ.

ທີ່ ສ ເກົາ­ຫຼີ: ແຫຼ່ງ​ຂ່າວ ກໍ​ເຣຍ ເຮຣັນ (Korea Henald ) ໄດ້​ໃຫ້​ຮູ້​ໃນ​ເດືອນ​ກໍ­ລະ­ກົດ 2019 ວ່າ: ທາງ​ກະ­ຊວງ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ ສ ເກົາ ຫຼີ ໄດ້​ກວດ­ກາ ແລະ ລົງ­ໂທດ​ຮ້ານ​ອາ­ຫານ​ແຄມ ທາງ​ຈຳ­ນວນ 37 ຫົວ­ໜ່ວຍ ຍ້ອນ​ລະ­ເມີດ​ກົດ ໝາຍ ວ່າ​ດ້ວຍ​ຫຼັກ​ອະ­ນາ­ໄມ​ຂອງ​ອາ­ຫານ ທາງ​ການ ສ ເກົາ­ຫຼີ ໄດ້​ລົງ​ຕິດ­ຕາມ​ກວດ­ກາ​ຮ້ານ​ອາ­ຫານ​ແຕ່​ວັນ​ທີ 3 ມິ­ຖຸ­ນາ-ວັນ​ທີ 5 ກໍ­ລະ­ກົດ 2019 ເຊິ່ງ​ກວມ​ເອົາ​ຮ້ານ​ອາ­ຫານ ຈຳ­ນວນ 63 ຫົວ­ໜ່ວຍ ໃນ​ນັ້ນ ເຫັນ​ວ່າ 37 ແຫ່ງ​ໄດ້​ລະ­ເມີດ​ຫຼັກ​ອະ­ນາ­ໄມ ທີ່​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ຄື:  6 ຮ້ານ​ບໍ່​ໄດ້​ຈົດ​ທະ­ບຽນ​ດຳ­ເນີນ​ທຸ­ລະ​ກິດ 13 ຮ້ານ ນຳ​ໃຊ້​ເຄື່ອງ­ປຸງ​ແຕ່ງ​ທີ່​ບໍ່​ຮູ້​ບ່ອນ​ຜະ­ລິດ 10 ຮ້ານ ປຸງ​ແຕ່ງ­ອາ­ຫານ​ບໍ່​ໄດ້​ມາດ­ຕະ­ຖານ​ຄວາມ​ສະ­ອາດ.

ທີ່ ສປ ຈີນ: ໃນ​ຊຸມ​ປີ​ຫຼັງ​ມາ​ນີ້ ທາງ​ການ ສປ ຈີນ ໄດ້​ເອົາ​ມາດ​ຕະ­ການ​ຈິງ​ຈັງ​ຕັ້ງ­ໜ້າ ເພື່ອ​ກຳ­ຈັດ​ອາ­ຫານ-ຢາ​ປອມ ພ້ອມ​ທັງ​ປັບ­ປຸງ​ມາດ­ຕະ­ຖານ​ຄວາມ​ປອດ​ໄພ​ຂອງ​ອາ­ຫານ… ສະ­ແດງ​ອອກ​ໃນ​ການ­ເຄື່ອນ­ໄຫວ​ຕົວ​ຈິງ ເຊັ່ນ: ໃນ​ຕົ້ນ​ປີ 2017 ອົງ­ການ​ອາ­ຫານ ແລະ ຢາ​ຂອງ​ຈີນ ໄດ້​ເປີດ­ເຜີຍ​ກ່ຽວ​ກັບ​ຜົນ­ສຳ­ເລັດ​ໃນ​ການ​ກວາດ​ລ້າງ​ໂຮງ­ງານ​ຜະ­ລິດ​ເຄື່ອງ­ປຸງ​ແຕ່ງ­ອາ­ຫານ​ປອມ ຈຳ­ນວນ 50 ແຫ່ງ ໃນ​ເທ­ສະ​ບານ​ນະ­ຄອນ​ທຽນ​ສິນ ເຊິ່ງ​ມີ​ລາຍ​ຮັບ​ສູງ​ເຖິງ 100 ລ້ານ​ຢວນ​ຕໍ່​ປີ ຜະ­ລິດ​ຕະ​ພັນ​ທີ່​ປອມ​ນັ້ນ ລວມ​ມີ ນ້ຳ​ຖົ່ວ­ເຫຼືອງ ນ້ຳ​ສົ້ມ ໄກ່​ກ້ອນ ຜະ­ລິດ​ຕະ​ພັນ​ເຫຼົ່າ​ນີ້​ໄດ້​ບັນ­ຈຸ​ໃສ່​ແກ້ວ​ຕິດ​ກາ​ໝາຍ​ສິນ­ຄ້າ​ຊື່​ດັງ​ລະ­ດັບ​ໂລກ ເຊັ່ນ: ແມັກ​ກີ ເນັສ​ເລ ຄະ​ນໍ ແລະ ອື່ນໆ ລວມ​ທັງ​ເຄື່ອງ­ປຸງ​ແຕ່ງ­ອາ­ຫານ​ຊື່​ດັງ ພາຍ​ໃນ​ປະ­ເທດ ວັດ­ຖຸ​ທີ່​ນຳ​ໃຊ້​ໃນ​ການ​ຜະ­ລິດ​ສິນ­ຄ້າ​ປອມ​ເຫຼົ່າ​ນີ້ ລ້ວນ​ແຕ່​ເປັນ​ອັນ­ຕະ­ລາຍ​ຕໍ່​ສຸ­ຂະ­ພາບ ເພາະ​ມີ​ສ່ວນ​ປະ­ກອບ​ຂອງ​ໂລ­ຫະ​ໜັກ​ທີ່​ສາ­ມາດ​ກໍ່­ໃຫ້­ເກີດ​ພະ­ຍາດ​ມະ​ເຮັງ​ໄດ້.

error: Content is protected !!