ເບິ່ງໂທດໃນຄະດີທີ່ພົວພັນກັບສື່ສັງຄົມອອນລາຍ

ທີ່ ສປ ຈີນ: ສປ ຈີນ ມີ​ກົດ­ໝາຍ​ເດັດໆ​ເພື່ອ​ລົງ­ໂທດ​ຕໍ່​ຜູ້​ໂຄ­ສະ­ນາ​ເກີນ​ຄວາມ​ເປັນ​ຈິງ ເພື່ອ​ຂາຍ​ສິນ­ຄ້າ​ຜ່ານ​ທາງ​ອອນ​ລາຍ ນອກ­ຈາກ​ນັ້ນ ຍັງ​ມີ​ການ​ກຳ­ນົດ​ໂທດ​ສະ­ເພາະ​ຜູ້​ຂາຍ​ສິນ­ຄ້າ​ທາງ​ອອນ​ລາຍ​ທີ່​ເຂົ້າ​ໄປ​ລຶບ​ຄວາມ​ຄິດ​ຄວາມ​ເຫັນ​ໃນ​ທາງ​ລົບ​ຈາກ​ສັງ­ຄົມ​ຕໍ່​ສິນ­ຄ້າ​ທີ່​ຕົນ​ໂຄ­ສະ­ນາ​ຈ່າວ​ຂາຍ​ນັ້ນ​ອີກ ກົດ­ໝາຍ​ທີ່​ວ່າ​ນີ້​ອອກ​ມາ­ສູ່​ສັງ­ຄົມ​ໃນ​ທ້າຍ​ປີ 2017 ພາຍ​ໃຕ້​ກົດ­ໝາຍ​ສະ­ບັບ​ນີ້ ຜູ້​ໃດ​ກໍ​ຕາມ​ທີ່​ໂຄ­ສະ­ນາ​ເກີນ​ຄວາມ​ຈິງ​ກ່ຽວ​ກັບ​ສິນ­ຄ້າ​ທີ່​ຕົນ​ຂາຍ​ຜ່ານ​ທາງ​ອອນ​ລາຍ ຫຼື ເຂົ້າ​ໄປ​ລຶບ​ຄວາມ​ເຫັນ ຕ້ອງ​ຕິ​ສິນ­ຄ້າ​ຂອງ​ຕົນ​ຈາກ​ສັງ­ຄົມ​ນັ້ນ ຈະ​ໄດ້​ຖືກ​ປັບ​ໃໝ​ເປັນ​ເງິນ​ຕ່ຳ​ສຸດ 30.000 ໂດ​ລາ​ສະ­ຫະ­ລັດ (ຫຼາຍ​ກວ່າ 270 ລ້ານ​ກີບ) ກົດ­ໝາຍ​ສະ­ບັບ​ນີ້​ປະ­ກາດ​ໃຊ້​ກ່ອນ​ວັນ​ຄົນ​ໂສດ​ຂອງ​ຈີນ ເຊິ່ງ​ຕົກ​ໃສ່​ວັນ​ທີ 11 ພະ­ຈິກ​ຂອງ​ທຸກໆ​ປີ ໃນ​ວັນ​ດັ່ງ­ກ່າວ ພຽງ​ວັນ​ດຽວ​ນັ້ນ ຕົວ​ເລກ​ສະ­ເລ່ຍ​ການ​ຊື້-ຂາຍ ມີ​ສູງ​ເຖິງ 18.000 ລ້ານ​ໂດ​ລາ​ສະ­ຫະ­ລັດ ທາງ​ການ​ເຊື່ອ​ໝັ້ນ​ວ່າ ກົດ­ໝາຍ​ຈະ​ສາ­ມາດ​ຄວບ​ຄຸມ​ການ​ສວຍ­ໂອ­ກາດ​ຂອງ​ບັນ­ດາ​ເວັບ​ໄຊ​ທີ່​ຈ່າວ​ຂາຍ​ສິນ­ຄ້າ​ທາງ​ອອນ​ລາຍ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ໃນ​ເດືອນ​ສິງ­ຫາ 2019 ທາງ​ການ​ຈີນ​ໄດ້​ເປີດ​ນຳ​ໃຊ້​ສານ​ດີ​ຈີ​ຕອນ ທີ່​ເຮັດ​ໜ້າ­ທີ່​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ທາງ​ການ​ຄ້າ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ ກໍ​ຄື ອາ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ ອີກ​ເລື່ອງ​ໜຶ່ງ​ກ່ຽວ​ກັບ ສປ ຈີນ ນັ້ນ​ກໍ​ຄື ການ​ເລີ່ມ​ໃຊ້​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄ້າ​ທາງ​ເອ​ເລັກ​ໂຕຣ​ນິກ​ສະ­ບັບ​ທຳ​ອິດ ນັບ​ແຕ່​ເດືອນ​ມັງ­ກອນ ປີ 2019 ເປັນ­ຕົ້ນ​ມາ ກົດ­ໝາຍ​ມີ​ຈຸດ­ປະ­ສົງ​ຄຸ້ມ​ຄອງ​ການ​ຈັດ​ລະ­ບຽບ​ການ​ຄ້າ​ເອ​ເລັກ​ໂຕຣ​ນິກ (ອີ​ຄອມ​ເມີດ) ຮັບ­ປະ­ກັນ​ສິດ­ທິ​ຂອງ​ຜູ້​ບໍ­ລິ­ໂພກ ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ລະ­ເມີດ​ລິ​ຂະ​ສິດ​ສິນ­ຄ້າ ແລະ​ອື່ນໆ ກົດ­ໝາຍ​ບັງ­ຄັບ​ໃຫ້​ຜູ້​ຄ້າ­ຂາຍ​ທາງ​ອີ​ຄອມ​ເມີດ​ທຸກ​ຄົນ ລົງ­ທະ­ບຽນ​ດຳ­ເນີນ​ທຸ­ລະ​ກິດ​ກ່ອນ​ມີ​ໃບ​ປະ­ກອບ​ການ​ຈ່າຍ​ພາ­ສີ​ຢ່າງ​ຖືກ­ຕ້ອງ ແລະ ຮັບ­ຜິດ­ຊອບ​ໃນ​ກໍ­ລະ­ນີ​ມີ​ສິນ­ຄ້າ​ປອມ ຜູ້​ລະ­ເມີດ​ກົດ­ໝາຍ​ອີ​ຄອມ​ເມີດ​ນີ້ ຈະ​ໄດ້​ຮັບ​ໂທດ​ປັບ​ໃໝ​ສູງ​ສຸດ 2 ລ້ານ​ຢວນ.

ທີ່ ກຳ­ປູ­ເຈຍ: ເລື່ອງ​ນີ້​ບໍ່​ກ່ຽວ​ກັບ​ຄະ­ດີ​ສື່​ສັງ­ຄົມ​ອອນ​ລາຍ​ໂດຍ​ກົງ ແຕ່​ມັນ​ກໍ​ຍັງ​ເປັນ​ຄະ­ດີ​ທີ່​ພົວ­ພັນ​ກັບ​ວຽກ​ສື່­ສານ​ໂຄ­ສະ­ນາ ຄື: ໃນ​ກາງ​ເດືອນ​ຕຸ­ລາ 2017 ທາງ​ການ​ກຳ­ປູ­ເຈຍ​ໄດ້​ສັ່ງ​ຫ້າມ​ສາຍ­ຮູບ­ເງົາ​ເລື່ອງ ຄິງ​ແມນ (Kingsman The Golden Circle) ໃນ​ທົ່ວ​ກຳ­ປູ­ເຈຍ ພ້ອມ​ທັງ​ໄດ້​ສົ່ງ​ໜັງ­ສື​ປະ​ທ້ວງ​ໄປ​ສຳ­ນັກ­ງານ​ບໍ­ລິ­ສັດ​ສາຍ​ຟິມ​ຮູບ­ເງົາ ຮອນ​ລີ​ວູດ ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ຍ້ອນ​ວ່າ ຮູບ­ເງົາ​ດັ່ງ­ກ່າວ​ໄດ້​ກຳ­ນົດ​ເອົາ​ສະ­ຖານ­ທີ່​ຄ້າຍ​ກັບ​ວັດ​ຕຼາ​ພົມ ທີ່​ສັກ­ສິດ​ຂອງ​ກຳ­ປູ­ເຈຍ​ເປັນ​ບ່ອນ​ຜະ­ລິດ ບ່ອນ​ຄ້າ​ຢາ​ເສບ​ຕິດ ແລະ ມີ​ສາກ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຂ້າ​ກັນ​ຢູ່​ທີ່​ນັ້ນ ທາງ​ກຳ­ປູ­ເຈຍ ບອກ​ວ່າ ຟິມ​ຮູບ­ເງົາ​ນີ້​ເປັນ​ທີ່​ຮັບ​ເອົາ​ບໍ່​ໄດ້ ເຖິງ​ວ່າ​ບໍ່​ມີ​ການ​ຖ່າຍ​ທຳ​ຕົວ​ຈິງ​ຢູ່​ກຳ­ປູ­ເຈຍ​ກໍ​ຕາມ ແຕ່​ມັນ​ໄດ້​ໃຊ້​ຊື່​ປະ­ເທດ​ກຳ­ປູ­ເຈຍ ແລະ ໃຊ້​ສາກ​ພາບ​ທີ່​ເໝືອນ​ກັບ​ວັດ​ຕຼາ​ພົມ ທີ່​ສັກ­ກະ​ລະ​ບູ­ຊາ ແລະ ເປັນ​ມໍ­ລະ­ດົກ​ໂລກ ເລື່ອງ​ນີ້​ຄ້າຍໆ​ກັບ​ຮູບ­ເງົາ​ໄທ​ເລື່ອງ​ໜຶ່ງ​ທີ່​ໃຊ້​ສາກ​ປະ­ຕູ​ໄຊ​ຂອງ​ພວກ​ເຮົາ​ເປັນ​ຈຸດ​ທີ່​ຖືກ​ໄຟ​ໄໝ້​ຈົນ​ໄດ້​ຮັບ​ສຽງ​ປະ­ນາມ​ຢ່າງ​ຟົດ​ເດືອດ​ຈາກ​ສັງ­ຄົມ​ລາວ.

error: Content is protected !!