ຢ່າໃຫ້ອອນລາຍ ກາຍເປັນ “ອ່ອນຫຼາຍ”

ໃນ​ຍຸກ​ສື່​ອອນ​ລາຍ​ນີ້ ຄົນ​ເຮົາ​ໄດ້​ຮັບ​ຄວາມ​ສະ­ດວກ​ສະ­ບາຍ​ຫຼາຍ​ຢ່າງ ຕົວ­ຢ່າງ​ທີ່​ໂດດ​ເດັ່ນ​ເຫັນ​ກັນ​ຢ່າງ​ຈະ­ແຈ້ງ ກໍ​ຄື ໃນ​ໄລ­ຍະ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ໄລ­ຍະ​ທີ່​ຄົນ​ເຮົາ​ບໍ່​ສາ­ມາດ​ໄປ​ຫາ​ມາ­ສູ່​ກັນ ບໍ່​ວ່າ​ຢູ່​ພາຍ​ໃນ ກໍ​ຄື ຕ່າງ­ປະ­ເທດ​ນັ້ນ ສື່​ດີ​ຈີ​ຕອນ-ອອນ​ລາຍ ກໍ​ຊ່ວຍ​ໃຫ້​ຄົນ​ເຮົາ​ໄດ້​ພົບ​ກັນ​ໜ້າ​ຈໍ… ອາ­ຫານ ກໍ​ສັ່ງ​ທາງ​ອອນ​ລາຍ ກອງ​ປະ­ຊຸມ​ພາກ​ພື້ນ ແລະ ສາ­ກົນ ກໍ​ຜ່ານ​ອອນ​ລາຍ ເອີ້ນ​ວ່າ Video Conference ແຕ່​ພ້ອມ​ດຽວ​ກັນ ຄວາມ​ວຸ້ນ­ວາຍ​ສັບ­ສົນ​ຈາກ​ການ​ໃຊ້​ອອນ​ລາຍ ເພື່ອ​ບິດ​ເບືອນ​ຄວາມ​ຈິງ​ກໍ​ແຜ່​ລະ­ບາດ​ເປັນ​ເງົາ​ຕາມ​ຕົວ ຜ່ານ​ມາ​ເຄີຍ​ມີ​ກໍ­ລະ­ນີ​ເດັ່ນ​ດັງ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກ​ການ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ ເຊັ່ນ:

ທີ່​ມຽນ​ມາ ໃນ​ລະ­ຫວ່າງ​ປີ 2015-2016 ນັ້ນ ຂ່າວ​ໃຫຍ່​ດັງ​ໄກ​ຈາກ​ມຽນ​ມາ ມີ​ຫຼາກ​ຫຼາຍ ໃນ​ນັ້ນ ລວມ​ທັງ​ຄວາມ​ຂັດ​ແຍ່ງ​ລະ­ຫວ່າງ​ເຊື້ອ​ຊາດ ເຜົ່າ​ພັນ ແລະ ຄວາມ​ເຊື່ອ​ຖື ໂດຍ​ສະ­ເພາະ ແມ່ນ​ລະ­ຫວ່າງ​ຊາວ​ພຸດ​ທີ່​ເປັນ​ຄົນ​ສ່ວນ​ໃຫຍ່​ຂອງ​ປະ­ເທດ ແລະ ຊາວ​ມຸດ​ສະ​ລິມ ທີ່​ນັບ­ຖື​ສາ­ສະ­ໜາ​ອິດ​ສະ​ລາມ ໃນ​ຕົວ​ຈິງ​ແລ້ວ ມັນ​ບໍ່​ແມ່ນ​ບັນ­ຫາ​ເກີນ​ກວ່າ​ຄວາມ​ສາ­ມາດ​ຂອງ​ມຽນ​ມາ​ຈະ​ແກ້​ໄຂ​ໃຫ້​ຕົກ​ໄປ​ໄດ້ ແຕ່​ທີ່​ມັນ​ກາຍ­ເປັນ​ບັນ­ຫາ​ແຜ່​ລາມ​ຢ່າງ​ກວ້າງ­ຂວາງ​ນັ້ນ ແມ່ນ​ຍ້ອນ​ພິດ​ໄພ​ຂອງ​ການ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ​ຍຸ­ຍົງ ສົ່ງ­ເສີມ​ໃຫ້​ເກີດ​ມີ​ອະ­ຄະ­ຕິ ມີ​ຄວາມ​ກຽດ​ຊັງ​ລະ­ຫວ່າງ​ຊາວ​ພຸດ ແລະ ຊາວ​ມຸດ​ສະ​ລິມ ຫົວ​ໂປ່​ໂຕ​ການ​ທີ່​ເຮັດ​ໜ້າ­ທີ່​ໂຄ­ສະ­ນາ​ປູກ­ຝັງ​ຄວາມ​ຄຽດ​ແຄ້ນ ລະ­ຫວ່າງ​ຊາວ​ພຸດ​ກັບ​ຊາວ​ມຸດ​ສະ​ລິມ​ນັ້ນ ກໍ​ແມ່ນ​ພະ­ສົງ​ອົງ​ໜຶ່ງ​ຊື່­ວ່າ ວິ­ລະ​ທຸ ເຊິ່ງ​ໄດ້​ຮັບ​ສົມ​ຍາ​ນາມ​ວ່າ “ນັກ​ກໍ່​ການ​ຮ້າຍ​ຊາວ​ພຸດ” ພະ​ອົງ​ນີ້​ໄດ້​ສ້າງ​ວາ­ທະ​ກຳ​ບິດ​ເບືອນ ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຊາວ​ມຸດ​ສະ​ລິມ ທັງ​ຮຽກ­ຮ້ອງ​ໃຫ້​ຈຳ­ກັດ​ການ​ເກີດ​ໃນ​ຊຸມ​ຊົນ​ມຸດ​ສະ​ລິມ ໂດຍ​ສ້າງ​ຄວາມ​ຢ້ານ​ກົວ​ວ່າ ຊາວ​ມຸດ​ສະ​ລິມ​ຈະ​ຢຶດ​ຄອງ​ປະ­ເທດ​ມຽນ​ມາ​ທັງ​ໝົດ ໃນ​ອະ­ນາ­ຄົດ ການ​ປຸກ­ລະ­ດົມ​ຜ່ານ​ສື່​ສັງ­ຄົມ​ອອນ​ລາຍ​ຂອງ​ພະ​ຫົວ​ຂວາ​ຈັດ​ອົງ​ນີ້ ສາ­ມາດ​ດຶງ​ດູດ​ເອົາ​ຜູ້​ສະ­ໜັບ­ສະ­ໜູນ​ໄດ້​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ແຕ່​ສຸດ​ທ້າຍ ພະ​ອົງ​ນີ້​ກໍ​ຖືກ​ບາບ​ໄລ່​ນຳ­ທັນ ຄະ­ນະ​ການ​ນຳ​ສົງ​ຂອງ​ມຽນ​ມາ ກໍ​ໄດ້​ສັ່ງ​ບໍ່​ໃຫ້​ພະ​ວິ­ລະ​ທຸ ເທ­ສະ­ໜາ ກໍ​ຄື ເຄື່ອນ​ໄຫວ​ກິດ­ຈະ­ກຳ​ທາງ​ສາ­ສະ­ໜາ​ໃນ​ຊຸມ​ຊົນ​ເປັນ​ເວ­ລາ 1 ປີ ຄື​ແຕ່​ວັນ​ທີ 10 ມີ­ນາ 2017 ຮອດ​ວັນ​ທີ 9 ມີ­ນາ 2018 ພ້ອມ​ທັງ​ໄດ້​ກຳ­ນົດ​ວ່າ ຖ້າ​ພະ​ອົງ​ນີ້​ລະ­ເມີດ​ຄຳ​ສັ່ງ ເຂົາ​ກໍ​ຈະ​ຖືກ​ລົງ­ໂທດ​ຕາມ​ກົດ­ໝາຍ.

ທີ່​ປະ­ເທດ​ອີ​ຣັກ ການ​ຫຼິ້ນ​ເກມ​ອອນ​ລາຍ​ຢູ່​ປະ­ເທດ​ອີ​ຣັກ​ໃນ​ໄລ­ຍະ​ຫຼັງໆ​ມາ​ນີ້ ໄດ້​ເຮັດ​ໃຫ້­ການ​ຄ້າ​ຂອງ​ປະ­ເທດ​ນີ້​ປວດ​ຫົວ ເພາະ​ມັນ​ເປັນ​ຊະ​ນວນ​ກໍ່­ໃຫ້­ເກີດ​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ທຳ­ລາຍ​ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ສ້າງ​ມົນ­ທິນ​ແປດ​ເປື້ອນ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ ປ່ຽນ​ນິດ​ໃສ​ຊາວ​ໜຸ່ມ ເຍົາ­ວະ​ຊົນ​ໃຫ້​ກາຍ­ເປັນ​ຄົນ​ແຂງ​ກະ­ດ້າງ ຫຼິ້ນ​ກິນ​ຟຸມ​ເຟືອຍ ແລະ ຂາດ​ໂຮງ­ຮຽນ ປະ­ເພດ​ເກມ​ທີ່​ທາງ​ການ​ອີ​ຣັກ​ຖື​ວ່າ​ເປັນ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ທີ່​ສຸດ​ໄດ້­ແກ່ ເກມ “ຟອດ​ໄນ​ບຼູ​ແວວ” (Fortnite Blue Whale) ແລະ “PUBG” (Player’s Unknown Battle Grounds) ເປັນ ເກມ​ສົງ­ຄາມ​ທີ່​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ເພື່ອ​ກຳ­ຈັດ​ຜົນ​ຮ້າຍ​ຈາກ​ເກມ​ອອນ​ລາຍ​ທີ່​ເປັນ​ອັນ­ຕະ­ລາຍ​ນີ້ ໃນ​ວັນ​ທີ 17 ເມ­ສາ 2019 ທາງ​ສະ­ພາ​ແຫ່ງ​ຊາດ​ອີ​ຣັກ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ເກືອດ​ຫ້າມ​ທຸກ​ເກມ​ອອນ​ລາຍ​ທີ່​ກະ​ຕຸ້ນ​ໃຫ້​ມີ​ການ​ໃຊ້​ຄວາມ​ຮຸນ​ແຮງ ຈຸດ​ເດັ່ນ​ຂອງ​ກົດ­ໝາຍ​ນັ້ນ ກໍ​ຄື ການ​ຫ້າມ​ມີ​ການ​ພົວ­ພັນ​ດ້ານ​ການ​ເງິນ​ທັງ​ໝົດ​ກັບ​ເຄືອ​ຄ່າຍ​ເກມ​ອອນ​ລາຍ​ທີ່​ມີ​ບັນ­ຫາ ເຊິ່ງ​ເປັນ​ການ​ຕັດ​ແຫຼ່ງ​ລາຍ​ຮັບ​ທັງ​ໝົດ​ຂອງ​ບັນ­ດາ​ເຄືອ​ຄ່າຍ​ດັ່ງ­ກ່າວ.

ທີ່​ເນ​ປານ ໃນ​ເດືອນ​ກໍ­ລະ­ກົດ 2018 ໄດ້​ມີ​ເຫດ​ສະ­ເທືອນ​ຂວັນ​ທົ່ວ​ສັງ­ຄົມ​ເນ​ປານ​ເກີດ​ຂຶ້ນ​ນັ້ນ ຄື​ຄະ­ດີ​ຂົ່ມ­ຂືນ​ເດັກ​ນັກ­ຮຽນ​ຍິງ ອາ­ຍຸ 13 ປີ ແລ້ວ​ຂ້າ​ຖິ້ມ ເຫດ­ການ​ຂົ່ມ­ຂືນ​ຄັ້ງ​ນັ້ນ ໄດ້​ເປັນ​ຊະ​ນວນ​ການ​ປະ​ທ້ວງ​ທົ່ວ​ປະ­ເທດ ເຮັດ​ໃຫ້​ມີ​ຄົນ​ຕາຍ 1 ຄົນ ແລະ ບາດ­ເຈັບ​ຫຼາຍ​ສິບ​ຄົນ ພວກ​ປະ​ທ້ວງ​ໄດ້​ກ່າວ​ປະ­ນາມ​ລັດ­ຖະ­ບານ​ວ່າ ໄຮ້​ນ້ຳ​ຢາ​ໃນ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ ໂດຍ​ສະ­ເພາະ ແມ່ນ​ຄະ­ດີ​ຂົ່ມ­ຂືນ ຕໍ່​ມາ​ໃນ​ວັນ​ທີ 4 ສິງ­ຫາ 2018 ທາງ​ການ​ເນ​ປານ ກໍ​ໄດ້​ສັ່ງ​ປິດ​ເວັບ​ໄຊ​ລາ­ມົກ ຈຳ­ນວນ 24.000 ແຫ່ງ​ລົງ ໂດຍ​ອ້າງ​ວ່າ ເວັບ​ໄຊ​ເຫຼົ່າ​ນີ້​ລະ​ເປັນ­ຕົ້ນ​ເຫດ​ເຮັດ​ໃຫ້​ຄົນ​ມີ​ຕັນ­ຫາ​ໜ້າ​ມືດ ແລ້ວ​ໃຊ້​ກຳ­ລັງ​ຄຸກ​ຄາມ​ທາງ​ເພດ.

error: Content is protected !!