ຂີ່ລົດໃຫຍ່ຕ້ອງຮູ້ກົດ ຂີ່ລົດຖີບກໍຕ້ອງຮູ້ລະບຽບ

ເລື່ອງ​ທັງ​ໝົດ​ທີ່​ສັນ​ຫາ​ມາ​ເລົ່າ​ໃນ​ບົດ​ນີ້ ລ້ວນ​ແຕ່​ພົວ­ພັນ​ກັບ​ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ໃຫ້​ມີ​ຄວາມ​ສະ­ດວກ​ສະ­ບາຍ ແລະ ປອດ​ໄພ ໂດຍ​ມີ​ຕົວ­ຢ່າງ​ຈາກ​ປະ­ເທດ​ຍີ່­ປຸ່ນ ອັງ­ກິດ ສິງ­ກະ­ໂປ.

ທີ່​ຍີ່­ປຸ່ນ: ເລີ່ມ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2015 ເປັນ­ຕົ້ນ​ມາ ກົດ­ໝາຍ​ວ່າ​ດ້ວຍ​ການ​ຈະ­ລາ­ຈອນ​ສະ­ບັບ​ປັບ­ປຸງ​ຂອງ​ຍີ່­ປຸ່ນ ໄດ້​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ພາກ​ບັນ­ຍັດ ກ່ຽວ​ກັບ​ການ​ຂີ່​ລົດ­ຖີບ​ນັ້ນ ກົດ­ໝາຍ​ໄດ້​ກຳ­ນົດ​ໃຫ້​ຜູ້​ຂີ່​ລົດ­ຖີບ​ທີ່​ມີ​ພຶດ­ຕິ​ກຳ​ປະ­ໝາດ​ເລີ່ນ​ເລີ້​ຈົນ​ອາດ​ກໍ່­ໃຫ້­ເກີດ​ມີ​ອຸ­ບັດ­ເຫດ​ຂັ້ນ​ຮ້າຍ​ແຮງ​ນັ້ນ ຕ້ອງ​ໄດ້​ເຂົ້າ​ເຝິກ­ອົບ­ຮົມ​ຫຼັກ­ສູດ​ດ້ານ​ຄວາມ​ປອດ​ໄພ ເມື່ອ​ສົມ​ທຽບ​ກັບ​ຜູ້​ຂັບ​ຂີ່​ຍານ­ພາ­ຫະ­ນະ​ທີ່​ຂັບ​ເຄື່ອນ​ດ້ວຍ​ແຮງ​ຈັກ​ແລ້ວ ຜູ້​ຂີ່​ລົດ­ຖີບ​ບໍ່​ຄ່ອຍ​ໄດ້​ຮຽນ​ຮູ້ ຫຼື ສົນ­ໃຈ​ກ່ຽວ​ກັບ​ກົດ​ຈະ­ລາ­ຈອນ​ພໍ​ເທົ່າ­ໃດ ດັ່ງ­ນັ້ນ ກົດ­ໝາຍ​ຈຶ່ງ​ມີ​ຂໍ້​ບັງ­ຄັບ​ໃຫ້​ມີ​ການ​ເຝິກ­ອົບ­ຮົມ​ສຳ­ລັບ​ຜູ້​ຂີ່​ລົດ­ຖີບ ນອກ­ຈາກ​ນັ້ນ ກົດ­ໝາຍ​ຍັງ​ໄດ້​ກຳ­ນົດ​ຢ່າງ​ລະ­ອຽດ ກ່ຽວ​ກັບ​ພຶດ­ຕິ​ກຳ​ທີ່​ເປັນ​ອັນ­ຕະ­ລາຍ​ສຳ­ລັບ​ຜູ້​ຂີ່​ລົດ­ຖີບ ເຊິ່ງ​ລວມ​ມີ 14 ຂໍ້ ໃນ​ນັ້ນ ມີ 3 ຂໍ້ ເປັນ­ຕົ້ນ​ຕໍ ຄື ການ​ລະ­ເມີດ​ໄຟ​ອຳ­ນາດ ການ​ຂີ່​ລົດ­ຖີບ​ໃນ​ຂະ­ນະ​ມີ​ອາ­ການ​ມຶນ­ເມົາ ການ​ຝ່າ­ຝືນ​ປ້າຍ​ສັນ­ຍານ​ບອກ​ໃຫ້​ຢຸດ ກົດ­ໝາຍ​ໄດ້​ກຳ­ນົດ​ໂທດ​ອາ­ຍາ ແລະ ໂທດ​ປັບ​ໃໝ​ສຳ­ລັບ​ຜູ້​ລະ­ເມີດ ສຳ­ລັບ​ຜູ້​ທີ່​ມີ​ອາ­ຍຸ​ແຕ່ 14 ປີ​ຂຶ້ນ​ໄປ ທີ່​ໄດ້​ມີ​ຄວາມ​ຜິດ​ດ້ວຍ​ພຶດ­ຕິ​ກຳ​ປະ­ໝາດ​ເວ­ລາ​ຂີ່​ລົດ­ຖີບ​ນັ້ນ ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ຖ້າ​ເຮັດ​ຜິດ​ຢ່າງ​ໜ້ອຍ 2 ຄັ້ງ​ໃນ 3 ປີ ຜູ້­ກ່ຽວ​ຕ້ອງ​ໄດ້​ເຂົ້າ​ເຝິກ­ອົບ­ຮົມ​ຕາມ​ຫຼັກ­ສູດ​ດ້ານ​ຄວາມ​ປອດ​ໄພ ເປັນ​ເວ­ລາ 3 ຊົ່ວ­ໂມງ ແລະ ເສຍ​ຄ່າ​ທຳ­ນຽມ​ເປັນ​ເງິນ 5.700 ເຢັນ (1 ເຢັນ ປະ­ມານ​ເກືອບ 70 ກີບ) ໃນ​ກໍ­ລະ­ນີ​ຜູ້­ກ່ຽວ​ບໍ່​ຍອມ​ເຂົ້າ​ເຝິກ­ອົບ­ຮົມ​ຕາມ​ຄຳ​ສັ່ງ​ພາຍ​ໃນ 3 ເດືອນ ມູນ​ຄ່າ​ການ​ປັບ​ໃໝ​ກໍ​ຈະ​ເພີ່ມ​ຂຶ້ນ​ເປັນ 50.000 ເຢັນ ສະ­ຖິ­ຕິ​ອຸ­ບັດ­ເຫດ​ໃນ​ປີ 2014 ຢູ່​ຍີ່­ປຸ່ນ ຊີ້​ໃຫ້​ເຫັນ​ວ່າ ຜູ້​ຂີ່​ລົດ­ຖີບ​ປະ­ສົບ​ອຸ­ບັດ­ເຫດ​ຈົນ​ໄດ້​ຮັບ​ບາດ­ເຈັບ ຫຼື ເສຍ​ຊີ­ວິດ​ນັ້ນ ມີ​ຈຳ­ນວນ​ສູງ​ເຖິງ 106.427 ຄົນ 63,77% ຂອງ​ຈຳ­ນວນ​ຜູ້​ປະ­ສົບ​ອຸ­ບັດ­ເຫດ​ນັ້ນ ແມ່ນ​ຍ້ອນ​ລະ­ເມີດ​ກົດ​ຈາ­ລະ​ຈອນ ເຊັ່ນ: ບໍ່​ປະ­ຕິ­ບັດ​ຕາມ​ສັນ­ຍານ​ໄຟ​ຈະ­ລາ­ຈອນ​ເປັນ­ຕົ້ນ.

ທີ່​ອັງ­ກິດ: ຂ່າວ​ຕ່າງ­ປະ­ເທດ ໃນ​ຕົ້ນ​ເດືອນ​ເມ­ສາ 2017 ໃຫ້​ຮູ້​ວ່າ ລັດ­ຖະ­ບານ​ອັງ­ກິດ ໄດ້​ເປີດ​ບັ້ນ​ສົ່ງ­ເສີມ​ການ​ໂດຍ­ສານ​ດ້ວຍ​ການ​ຍ່າງ ແລະ ໃຊ້​ລົດ­ຖີບ​ໄປ​ສະ­ຖານ­ທີ່ ທີ່​ບໍ່​ຢູ່​ຫ່າງ​ໄກ ຫຼື ສະ­ຖານ­ທີ່​ບ່ອນ​ທີ່​ຄຸ້ນ​ເຄີຍ ເຊັ່ນ: ໂຮງ­ຮຽນ ສຳ­ນັກ­ງານ ສະ­ຖານ­ທີ່​ໂດຍ­ສານ ເປັນ­ຕົ້ນ ບັ້ນ​ສົ່ງ­ເສີມ​ການ​ຍ່າງ ແລະ ການ​ຂີ່​ລົດ­ຖີບ​ນີ້ ແມ່ນ​ຍຸດ​ທະ​ສາດ​ການ​ລົງ­ທຶນ​ທີ່​ກະ­ຊວງ​ຄົມ­ມະ­ນາ­ຄົມ ແລະ ຂົນ­ສົ່ງ​ຂອງ​ອັງ­ກິດ​ເປັນ​ເຈົ້າ​ການ​ອອກ​ແບບ​ມາ ໂດຍ​ໄດ້​ຕັ້ງ​ຄວາມ​ຫວັງ​ເອົາ​ໄວ້​ວ່າ ເມື່ອ​ຮອດ​ປີ 2040 (ອີກ 20 ປີ​ຕໍ່­ໜ້າ) ຊາວ​ອັງ­ກິດ​ທຸກໆ​ຄົນ​ຈະ​ມີ​ຄວາມ​ຊິນ​ເຄີຍ ແລະ ຕິດ​ນິດ​ໄສ​ຍ່າງ ຫຼື ຂີ່​ລົດ­ຖີບ​ໄປ​ສະ­ຖານ­ທີ່ ທີ່​ບໍ່​ຢູ່​ຫ່າງ​ໄກ​ພໍ​ປານ­ໃດ ແທນ​ການ​ນັ່ງ​ລົດ​ໃຫຍ່​ຄື​ໃນ​ປັດ­ຈຸ­ບັນ ຂ່າວ​ບອກ​ວ່າ ອັງ­ກິດ ມີ​ແຜນ​ໃຊ້​ງົບ​ສູງ​ເຖິງ 70,7 ລ້ານ​ໂດ​ລາ​ສະ­ຫະ­ລັດ ສຳ­ລັບ​ໂຄງ­ການ​ສົ່ງ­ເສີມ​ການ​ຂີ່​ລົດ­ຖີບ​ໃຫ້​ເດັກ­ນ້ອຍ ຈຳ­ນວນ 1,3 ລ້ານ​ຄົນ ໃນ​ທົ່ວ​ປະ­ເທດ ແລະ ປະ­ມານ 280 ລ້ານ​ໂດ​ລາ​ສະ­ຫະ­ລັດ ເພື່ອ​ລົງ­ທຶນ​ເຂົ້າ​ໃນ​ການ​ຍົກ​ລະ­ດັບ ແລະ ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ສຳ­ລັບ​ການ​ໂດຍ­ສານ​ທາງ​ລົດ­ຖີບ ຈາກ​ສອງ​ເລື່ອງ​ທີ່​ເລົ່າ​ມາ​ນີ້ ກໍ​ພໍ​ສະ­ຫຼຸບ​ໄດ້​ວ່າ ລະ­ບົບ​ໂດຍ­ສານ​ທີ່​ເປັນ​ສ່ຽວ​ຮັກ​ສ່ຽວ​ແພງ​ກັບ​ສິ່ງ­ແວ­ດລ້ອມ​ແທ້ໆ​ນັ້ນ ກໍ​ຄື ການ​ຍ່າງ ແລະ ຂີ່​ລົດ­ຖີບ​ນັ້ນ​ເອງ.

error: Content is protected !!