ການໃຫ້ທານທີ່ຊົງຄຸນຄ່າທີ່ສຸດ

ພົບ​ກັນ​ວັນ​ນີ້​ມີ​ເລື່ອງ​ເຊິ່ງ​ຟັງ​ແລ້ວ​ສີ​ເຄືອງ​ຫູ​ນັ້ນ​ກໍ​ຄື ການ​ຂຶ້ນ​ທະ­ບຽນ​ຂໍ​ບໍ­ລິ­ຈາກ​ຮ່າງ­ກາຍ ແລະ ອະ​ໄວ​ຍະ​ວະ ເພື່ອ​ນຳ​ໃຊ້​ທາງ​ການ​ແພດ ມີ​ຕົວ­ຢ່າງ​ຈາກ​ຍີ່­ປຸ່ນ ແລະ ປະ­ເທດ​ໂຮນ​ລັງ ຫຼື ເນ​ເທີ​ແລນ ມາ​ເລົ່າ​ສູ່​ຟັງ.

ທີ່​ຍີ່­ປຸ່ນ: ຂ່າວ​ຕ່າງ­ປະ­ເທດ​ຈາກ​ຍີ່­ປຸ່ນ ໃນ​ເດືອນ​ສິງ­ຫາ​ປີ 2019 ໃຫ້​ຮູ້​ວ່າ ກະ­ແສ​ນິ­ຍົມ​ຈົດ​ທະ­ບຽນ​ມອບ​ຮ່າງ­ກາຍ​ຂອງ​ຄົນ​ຍີ່­ປຸ່ນ ເພື່ອ​ທົດ​ລອງ​ໃນ​ທາງ​ການ​ແພດ ຫຼັງ​ຈາກ​ຕົນ​ເສຍ​ຊີ­ວິດ​ລົງ​ນັ້ນ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເຖິງ​ຂັ້ນ​ວ່າ​ບ່ອນ​ຮົບ​ຈົດ​ທະ­ບຽນ​ຫຼາຍ​ແຫ່ງ​ໄດ້​ໂຈະ​ການ​ຮັບ​ໄວ້​ກ່ອນ ເລື່ອງ​ນີ້​ໄດ້​ມີ​ຕົວ​ເລກ​ຢັ້ງ­ຢືນ​ຢ່າງ​ຄັກ­ແນ່ ຄື ພຽງ​ແຕ່ 3 ເດືອນ​ຕົ້ນ​ປີ 2018 (ແຕ່​ເດືອນ​ມັງ­ກອນ-31 ມີ­ນາ 2018) ໄດ້​ມີ​ຜູ້​ຂໍ​ຈົດ​ທະ­ບຽນ​ບໍ­ລິ­ຈາກ​ຮ່າງ­ກາຍ​ເພື່ອ​ການ​ແພດ ພາຍ­ຫຼັງ​ຕົນ​ເສຍ​ຊີ­ວິດ​ລົງ​ນັ້ນ ມີ​ປະ­ມານ 296.000 ຄົນ ທຽບ​ກັບ​ຈຳ­ນວນ​ປະ­ມານ 68.000 ຄົນ ໃນ​ໝົດ​ປີ 1985 ໃນ​ຊຸມ​ປີ​ຫຼັງໆ​ມາ​ນີ້ ໂດຍ​ສະ­ເລ່ຍ​ແລ້ວ ຄົນ​ຍີ່­ປຸ່ນ​ທີ່​ລົງ­ທະ­ບຽນ​ຂໍ​ມອບ​ຮ່າງ­ກາຍ​ຂອງ​ຕົນ ເພື່ອ​ທາງ​ການ​ແພດ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ເຖິງ 8.000 ຄົນ​ຕໍ່​ປີ ຢູ່​ຍີ່­ປຸ່ນ ມີ​ສະ­ມາ­ຄົມ​ໜຶ່ງ​ຊື່­ວ່າ ຕາ​ກຸ​ຊິ ກາ​ອິ​ໂບະ ເຊັນ​ໂກ​ກຸ ເຣນ​ໂກ​ກາ​ອິ ສ້າງ­ຕັ້ງ​ຂຶ້ນ​ໃນ​ປີ 1985 ທີ່​ເຮັດ​ໜ້າ­ທີ່​ປຸກ­ລະ­ດົມ​ໃຫ້​ຄົນ​ລົງ­ທະ­ບຽນ ມອບ​ຮ່າງ­ກາຍ​ຂອງ​ຕົນ​ເພື່ອ​ທາງ​ການ​ແພດ ຫຼັງ​ຈາກ​ເສຍ​ຊີ­ວິດ ໃນ​ຫຼາຍ​ທົດ​ສະ​ວັດ​ກ່ອນ​ການ​ສ້າງ­ຕັ້ງ​ສະ­ມາ­ຄົມ​ນີ້ ຮ່າງ­ກາຍ ຫຼື ວ່າ​ສົບ​ຄົນ​ທີ່​ນຳ​ໃຊ້​ໃນ​ການ­ຜ່າ­ຕັດ ເພື່ອ​ສຶກ​ສາ​ທາງ​ການ​ແພດ​ນັ້ນ ແມ່ນ​ສົບ​ຄົນ​ທີ່​ໄຮ້​ຍາດ​ຂາດ​ມິດ ຫຼື ສົບ​ຄົນ​ຕາຍ​ທີ່​ບໍ່​ຮູ້​ທີ່​ມາ ໃນ​ເວ­ລາ​ນັ້ນ ພະ­ນັກ­ງານ​ມະ­ຫາ­ວິ­ທະ­ຍາ­ໄລ​ທີ່​ກ່ຽວ­ຂ້ອງ ພາ­ກັນ​ຊອກ​ຫາ​ສົບ​ຄົນ​ຕາຍ​ຕາມ​ສະ­ຖານ­ທີ່​ສົງ­ເຄາະ​ເບິ່ງ­ແຍງ​ຜູ້​ໄຮ້​ຍາດ​ຂາດ​ມິດ ມາດ​ຕະ­ການ​ຮັບ​ການ​ຈົດ​ທະ­ບຽນ​ຜູ້​ສະ­ໝັກ​ມອບ​ຮ່າງ­ກາຍ ເພື່ອ​ທາງ​ການ​ແພດ​ຢູ່​ຍີ່­ປຸ່ນ​ໃນ​ປັດ­ຈຸ­ບັນ​ນີ້ ມີ​ຂັ້ນ​ຕອນ​ງ່າຍ­ດາຍ ຄື ຜູ້​ສະ­ໝັກ​ເຂົ້າ​ໄປ​ຈົດ​ທະ­ບຽນ​ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ (ຂະ­ແໜງ­ການ​ແພດ) ຈາກ​ນັ້ນ ກໍ​ຈະ​ໄດ້​ຮັບ​ບັດ​ຢັ້ງ­ຢືນ​ການ​ມອບ​ຫຼັງ​ຈາກ​ຜູ້­ກ່ຽວ​ເສຍ​ຊີ­ວິດ​ລົງ ທາງ​ສະ­ມາ­ຊິກ​ຄອບ­ຄົວ ຫຼື ຜູ້​ຢູ່​ໃກ້​ສິດ​ກັບ​ຜູ້­ກ່ຽວ​ກໍ​ຈະ​ພົວ­ພັນ​ກັບ​ເຈົ້າ​ໜ້າ­ທີ່​ຮັບ​ລົງ­ທະ­ບຽນ ເພື່ອ​ໄປ​ຮັບ​ສົບ ສົບ​ຈະ​ຖືກ​ເຄືອບ​ນ້ຳ​ຢາ​ເຄ​ມີ ເພື່ອ​ປ້ອງ​ກັນ​ການ​ເນົ່າ​ເປື່ອຍ​ແລ້ວ​ເກັບ​ໄວ້​ຕູ້​ແຊ່​ເຢັນ​ເປັນ​ເວ­ລາ 3 ອາ­ທິດ ກ່ອນ​ຈະ​ສາ­ມາດ​ນຳ​ອອກ​ໄປ​ໃຊ້​ໃນ​ການ​ທົດ​ລອງ​ທາງ​ການ​ແພດ ການ​ບໍ­ລິ­ຈາກ​ຮ່າງ­ກາຍ​ຂອງ​ຕົນ​ເພື່ອ​ທາງ​ການ​ແພດ​ນັ້ນ ຕາມ​ກົດ­ໝາຍ​ຂອງ​ຍີ່­ປຸ່ນ​ແລ້ວ ກໍ​ຄື ຕ້ອງ​ສະ­ໝັກ​ດ້ວຍ​ຕົນ​ເອງ ຫຼື ຈາກ​ການ​ຍິນ​ຍອມ​ຂອງ​ສະ­ມາ­ຊິກ​ຄອບ­ຄົວ​ຂອງ​ຜູ້​ເສຍ​ຊີ­ວິດ​ເທົ່າ​ນັ້ນ.

ທີ່​ໂຮນ​ລັງ (ໂຮນ​ແລນ ຫຼື ເນ​ເທີ​ແລນ): ໃນ​ເດືອນ​ກັນ­ຍາ 2016 ຫຼັງ​ຈາກ​ຮ່າງ​ກົດ­ໝາຍ​ກ່ຽວ​ກັບ​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ ເພື່ອ​ຊ່ວຍ​ຊີ­ວິດ​ຄົນ​ອື່ນ ໄດ້​ຖືກ​ຮັບ­ຮອງ​ເອົາ​ໂດຍ​ສະ­ພາ​ຕ່ຳ (ສະ­ພາ​ຜູ້​ແທນ​ລາ­ຊະ​ດອນ) ດ້ວຍ​ຄະ­ແນນ​ສຽງ 75 ຕໍ່ 74 ທາງ​ອົງ­ການ​ນິ­ຕິ­ບັນ­ຍັດ​ກໍ​ໄດ້​ເລີ່ມ​ອະ­ພິ­ປາຍ ເພື່ອ​ປຸກ­ລະ­ດົມ​ໃຫ້​ຄົນ​ໂຮນ​ລັງ​ທຸກ​ຄົນ ກາຍ­ເປັນ​ຜູ້​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ຂອງ​ຕົນ ຍົກ­ເວັ້ນ​ຜູ້​ທີ່​ບໍ່​ສະ­ໝັກ​ເຂົ້າ​ຮ່ວມ​ຢູ່​ໃນ​ບັນ­ຊີ​ຜູ້​ບໍ­ລິ­ຈາກ ໃນ​ເວ­ລາ​ນັ້ນ ຮ່າງ​ກົດ­ໝາຍ​ທີ່​ສະ­ພາ​ຕ່ຳ​ຮັບ­ຮອງ​ເອົາ ຍັງ​ຈະ​ຕ້ອງ​ໄດ້​ຜ່ານ​ການ​ຮັບ­ຮອງ​ຈາກ​ສະ­ພາ​ສູງ (ວຸດ​ທິ​ສະ­ພາ) ອີກ​ຕໍ່​ໜຶ່ງ ຈຶ່ງ​ຈະ​ເປັນ​ອັນ​ສົມ­ບູນ ຮ່າງ​ກົດ­ໝາຍ​ສະ­ບັບ​ນີ້ ກຳ­ນົດ​ໃຫ້​ຊາວ​ໂຮນ​ລັງ​ທຸກ​ຄົນ​ເປັນ​ຜູ້​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ໂດຍ​ອັດ­ຕະ­ໂນ­ມັດ ແຕ່​ຖ້າ​ບໍ່​ຍິນ​ຍອມ​ກໍ​ຕ້ອງ​ໄດ້​ຂໍ​ຖອນ​ຕົວ​ຕາມ​ລະ­ບຽບ​ການ ສະ­ຖິ­ຕິ​ຊີ້​ອອກ​ວ່າ ຢູ່​ປະ­ເທດ​ໂຮນ​ລັງ​ນັ້ນ ໃນ​ແຕ່​ລະ​ປີ​ໄດ້​ມີ​ຄົນ​ເສຍ​ຊີ­ວິດ​ປະ­ມານ 150 ຄົນ ຍ້ອນ​ບໍ່​ມີ​ອະ​ໄວ​ຍະ​ວະ​ຈະ​ປ່ຽນ​ແທນ ແລະ ພວກ​ເຂົາ​ຈະ​ມີ​ຊີ­ວິດ​ຕໍ່​ໄປ​ໄດ້ ຖ້າ​ມີ​ຜູ້​ສະ­ໜອງ​ອະ​ໄວ​ຍະ​ວະ​ທີ່​ຕ້ອງ­ການ ໃນ​ບັ້ນ​ອະ­ພິ­ປາຍ​ເພື່ອ​ຂົນ­ຂວາຍ​ຜູ້​ສະ­ໝັກ ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ກ່ອນ​ຮ່າງ​ກົດ­ໝາຍ ຈະ​ໄດ້​ຖືກ​ຮັບ­ຮອງ​ຢ່າງ​ສົມ­ບູນ​ນັ້ນ ກໍ​ມີ​ຂ່າວ​ດີ​ອອກ​ມາ​ວ່າ ຊາວ​ໂຮນ​ລັງ ຈຳ­ນວນ​ເກືອບ 1/4 ຂອງ​ພົນ­ລະ­ເມືອງ​ທົ່ວ​ປະ­ເທດ ທີ່​ມີ​ອາ­ຍຸ​ແຕ່ 12 ປີ​ຂຶ້ນ​ໄປ ກຽມ­ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຜູ້​ບໍ­ລິ­ຈາກ​ອະ​ໄວ​ຍະ​ວະ​ຂອງ​ຕົນ ເພື່ອ​ຊ່ວຍ­ເຫຼືອ​ຊີ­ວິດ​ຂອງ​ຄົນ​ອື່ນ.

error: Content is protected !!