ເລື່ອງດີໆ ໃນຂົງເຂດການບິນ

ສຳ­ລັບ​ຜູ້​ທີ່​ມີ​ໂອ­ກາດ​ໄດ້​ເຫາະ​ເຫີນ​ເດີນ​ອາ­ກາດ​ເລື້ອຍໆ​ນັ້ນ ເລື່ອງ​ຕໍ່​ໄປ​ນີ້​ຈະ​ກາຍ​ເປັນ­ຄວາມ​ຮູ້​ແຮ​ໄວ້.

ທີ່ ມາ​ເລ​ເຊຍ: ການ​ປົກ​ປ້ອງ​ຜົນ​ປະ­ໂຫຍດ​ຂອງ​ຜູ້­ໂດຍ­ສານ​ທາງ​ອາ­ກາດ ຢູ່​ມາ​ເລ​ເຊຍ​ນັ້ນ ໄດ້​ຮັບ​ການ​ຄ້ຳ­ປະ­ກັນ​ດ້ວຍ​ກົດ­ໝາຍ​ຄັກ­ແນ່ ກົດ­ໝາຍ​ທີ່​ວ່າ​ນັ້ນ​ໄດ້​ປະ­ກາດ​ໃຊ້​ມາ​ແຕ່​ເດືອນ​ກໍ­ລະ­ກົດ 2016 ໂດຍ​ໄດ້​ກຳ­ນົດ​ໃຫ້​ບໍ­ລິ­ສັດ​ການ­ບິນ​ຕ້ອງ​ແຈ້ງ​ຄ່າ​ປີ້​ຍົນ​ຢ່າງ​ລະ­ອຽດ​ວ່າ ໄດ້​ກວມ​ເອົາ​ຄ່າ​ໃຊ້​ຈ່າຍ​ຫຍັງ​ແດ່ ເຊັ່ນ: ຄ່າ​ອາ­ກອນ​ກໍ່­ສ້າງ ການ​ຄຸ້ມ​ຄອງ​ສະ­ໜາມ​ບິນ ອາ­ກອນ​ຜູ້­ໂດຍ­ສານ ຄ່າ​ປະ­ກັນ​ໄພ ຄ່າ​ຂົນ­ສົ່ງ​ເຄື່ອງ​ຂອງ ຄ່າ​ອາ­ຫານ​ໃນ​ຍົນ ແລະ ອື່ນໆ ເວົ້າ​ໃຫ້​ສັ້ນໆ​ກໍ​ຄື​ວ່າ ກ່ອນ​ຈະ​ມາ​ເປັນ​ຄ່າ​ປີ້​ຍົນ​ປີ້​ໜຶ່ງ​ນັ້ນ ມັນ​ກວມ​ເອົາ​ຄ່າ​ໃຊ້​ຈ່າຍ​ຫຍັງ​ແດ່ ນອກ­ຈາກ​ນັ້ນ ກົດ­ໝາຍ​ຍັງ​ກຳ­ນົດ​ໃຫ້​ທາງ​ບໍ­ລິ­ສັດ​ການ­ບິນ​ຮັບ­ຜິດ­ຊອບ​ແກ້​ໄຂ​ທຸກໆ​ຄະ­ດີ​ທີ່​ມີ​ການ​ຮ້ອງ​ຟ້ອງ​ຈາກ​ຜູ້­ໂດຍ­ສານ​ພາຍ​ໃນ 30 ວັນ ເປັນ​ຢ່າງ​ຊ້າ ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ກົດ­ໝາຍ​ຍັງ​ມີ​ຜົນ​ບັງ­ຄັບ​ໃຊ້​ກັບ​ບໍ­ລິ­ສັດ​ການ­ບິນ​ຕ່າງ­ປະ­ເທດ​ທີ່​ນຳ​ໃຊ້​ສະ­ໜາມ​ບິນ​ໃນ​ມາ​ເລ​ເຊຍ​ອີກ​ດ້ວຍ ທັງ​ນີ້​ກໍ​ເພື່ອ​ຮັບ­ປະ­ກັນ​ໃຫ້​ພົນ­ລະ­ເມືອງ​ມາ​ເລ​ເຊຍ ທີ່​ໂດຍ­ສານ​ດ້ວຍ​ເຄື່ອງ​ບິນ​ຂອງ​ບໍ­ລິ­ສັດ​ການ­ບິນ​ຕ່າງ­ປະ­ເທດ​ໄດ້​ຮັບ​ການ​ປົກ​ປ້ອງ​ເຊັ່ນ​ດຽວ​ກັນ.

ທີ່ ອິນ​ໂດ​ເນ​ເຊຍ: ໃນ​ເດືອນ​ມັງ­ກອນ 2019 ສາຍ​ການ­ບິນ​ແຫ່ງ​ຊາດ “ກາ​ຣູ​ດາ” (Garuda) ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ສະ­ເໜີ​ຫົວ­ຄິດ​ປະ­ດິດ​ສ້າງ​ໃໝ່ໆ ເພື່ອ​ດຶງ​ດູດ​ຜູ້­ໂດຍ­ສານ​ໃຫ້​ນຳ​ໃຊ້​ສາຍ​ການ­ບິນ​ນີ້​ຫຼາຍ​ຂຶ້ນ ຫົວ­ຄິດ​ປະ­ດິດ​ສ້າງ​ທີ່​ວ່າ​ນັ້ນ ກໍ​ຄື ຈັດ​ໃຫ້​ມີ​ລາຍ­ການ​ເສບ​ດົນ­ຕີ ແລະ ຮ້ອງ­ເພງ​ສົດ​ຈາກ​ເຫຼົ່າ​ສິ­ລະ​ປິນ​ຊື່​ດັງ​ໃນ​ເຄື່ອງ​ບິນ ເພື່ອ​ກ່ອມ​ອາ­ລົມ​ຂອງ​ຜູ້­ໂດຍ­ສານ​ໃນ​ທຸກໆ​ຖ້ຽວ​ບິນ ເປັນ​ອັນ­ວ່າ ທາງ​ສາຍ​ການ­ບິນ​ໄດ້​ນຳ​ເອົາ​ນັກ​ດົນ­ຕີ​ຮ່ວມ​ຖ້ຽວ​ບິນ​ໃນ​ທຸກ​ຖ້ຽວ​ຂອງ​ສາຍ​ການ­ບິນ​ພາຍ​ໃນ ການ​ເສບ ແລະ ຮ້ອງ­ເພງ​ສົດ​ນັ້ນ ໃຊ້​ເວ­ລາ​ປະ­ມານ 10-15 ນາ­ທີ ຂ່າວ​ບອກ​ວ່າ ການ​ເສບ ແລະ ຮ້ອງ​ສົດ​ນັ້ນ ເລີ່ມ​ປະ­ຕິ­ບັດ​ໃນ​ຖ້ຽວ​ບິນ​ແຮກ​ໝານ​ຄັ້ງ​ວັນ​ທີ 9 ມັງ­ກອນ 2019 ແຕ່​ນະ­ຄອນ­ຫຼວງ​ຈາ​ກາ​ຕາ ຫາ​ເມືອງ​ເດັນ​ປາ​ຊາ ແຕ່​ປາ­ກົດ​ວ່າ ຫົວ­ຄິດ​ປະ­ດິດ​ສ້າງ​ໃໝ່ໆ​ແປກໆ​ນີ້ ບໍ່​ພຽງ​ແຕ່​ບໍ່​ໄດ້​ຮັບ​ຄວາມ​ນິ­ຍົມ​ຊົມ​ຊອບ​ຈາກ​ຜູ້­ໂດຍ­ສານ ແຕ່​ຍັງ​ໄດ້​ໃບ​ສຽງ​ຄັດ­ຄ້ານ​ຕ້ານ​ຄືນ​ຢ່າງ​ຟົດ​ສະ­ໜັ່ນ​ຕາມ​ພາຍ­ຫຼັງ ເຊັ່ນ: ຜູ້­ໂດຍ­ສານ​ຊື່ ດຽນ ອອນ​ໂນ ບອກ​ວ່າ “ໃນ​ຖ້ຽວ​ບິນ​ນັ້ນ ເຮົາ​ຕ້ອງ­ການ​ຄວາມ​ສະ­ຫງົບ​ເປັນ​ຂອງ​ຕົນ​ເອງ ຈະ​ຟັງ ຫຼື ບໍ່​ຟັງ​ດົນ­ຕີ​ນັ້ນ​ແມ່ນ​ທາງ​ເລືອກ​ຂອງ​ເຮົາ​ເອງ… ບໍ່​ມີ​ໃຜ​ດອກ​ຕ້ອງ­ການ​ຖືກ​ບັງ­ຄັບ​ໃຫ້​ຟັງ​ດົນ­ຕີ” ອີກ​ຄົນ​ໜຶ່ງ​ຊື່ ຊັນ​ລີ​ເຢ​ໂລ ບອກ​ວ່າ “ຢ່າ​ເລີຍ… ກາ​ຣູ​ດາ!… ເຮົາ​ຕ້ອງ­ການ​ຟັງ​ດົນ­ຕີ​ຜ່ານ​ເຄື່ອງ​ຟັງ​ຫູ… ແລ້ວ​ນອນ” ອີກ​ຄົນ​ໜຶ່ງ​ບອກ​ວ່າ “ຄວນ​ບໍ­ລິ­ການ​ເຄື່ອງ​ຟັງ​ຫູ ແລະ ເພີ່ມ​ການ​ສາຍ­ຮູບ­ເງົາ​ຍັງ​ຈະ​ດີ​ກວ່າ​ເອົາ​ນັກ​ດົນ­ຕີ​ໝວດ​ຊຸມ​ຊຸຍ​ຂຶ້ນ​ຍົນ​ມາ​ສະ­ແດງ…” ນອກ­ຈາກ​ນັ້ນ ກໍ​ຍັງ​ມີ​ຂໍ້­ຄວາມ​ຢອກ​ລໍ້​ອໍ້​ແອ້​ຕ່າງໆ​ນາໆ​ກ່ຽວ​ກັບ​ຫົວ­ຄິດ​ປະ­ດິດ​ສ້າງ​ຂອງ​ສາຍ​ການ­ບິນ ກາ​ຣູ​ດາ ຄັ້ງ​ນີ້.

ທີ່ ສປ ຈີນ: ມາດ​ຕະ­ການ​ຄວາມ​ປອດ​ໄພ​ຂອງ​ການ­ບິນ​ພົນ​ລະ​ເຮືອນ​ຈີນ ມີ​ຄວາມ​ເຄັ່ງ​ຄັດ​ຮັດ­ກຸມ​ທີ່​ສຸດ ໂດຍ​ເນັ້ນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸ­ບັດ­ເຫດ​ໃນ​ການ​ຂົນ­ສົ່ງ​ທາງ​ອາ­ກາດ ຈາກ​ຄວາມ​ປະ­ໝາດ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່ ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ກໍ່​ການ​ຮ້າຍ ແລະ ວາງ​ລະ­ເບີດ​ເຮືອ­ບິນ ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸ­ບັດ­ເຫດ​ທາງ­ບົກ ແລະ ການ​ສ້ອມ­ແປງ​ເຮືອ­ບິນ​ຄັ້ງ​ໃຫຍ່ ເນື້ອ​ໃນ​ນີ້​ສະ­ຫຼຸບ​ມາ​ຈາກ​ກອງ​ປະ­ຊຸມ​ການ­ບິນ​ພົນ​ລະ​ເຮືອນ​ແຫ່ງ​ຊາດ​ຈີນ ປະ­ຈຳ​ປີ 2020.

error: Content is protected !!