ເພື່ອການປິ່ນປົວທີ່ມີຄຸນນະພາບ

ບົດ​ປະ­ຈຳ​ວັນ​ນີ້ ຂໍ​ເວົ້າ​ເລື່ອງ​ແພດ-ໝໍ ແລະ ການ​ປິ່ນ­ປົວ​ໃນ​ອາ­ຊີ-ອາ​ຊຽນ​ຂອງ​ພວກ​ເຮົາ ເບິ່ງ​ທັງ​ເບື້ອງ​ຜົນ­ສຳ­ເລັດ ກໍ​ຄື ບັນ­ຫາ​ທີ່​ເກີດ​ຂຶ້ນ​ໃນ​ວົງ​ການ​ແພດ ເຊັ່ນ:

ທີ່​ຫວຽດ­ນາມ: ໃນ​ປີ 2015 ທາງ​ການ​ຂອງ​ຫວຽດ­ນາມ ໄດ້​ລິ​ເລີ່ມ​ສ້າງ​ຮ່າງ​ດຳ­ລັດ​ວ່າ​ດ້ວຍ​ການ​ສັກ​ຢາ​ກັນ​ພະ­ຍາດ ເຊິ່ງ​ຕາມ​ແຜນ​ແລ້ວ​ແມ່ນ​ຕ້ອງ​ໄດ້​ຮັບ­ຮອງ​ເອົາ ແລະ ປະ­ກາດ​ໃຊ້​ໃນ ປີ 2016 (ວຽງ​ຈັນ​ທາມ 30/7/2015) ດຳ­ລັດ​ດັ່ງ­ກ່າວ ໄດ້​ກຳ­ນົດ​ການ​ຊົດ​ເຊີຍ​ໃຫ້​ຜູ້​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ດ້ານ​ສຸ­ຂະ­ພາບ​ຂັ້ນ​ຮ້າຍ​ແຮງ ຍ້ອນ​ການ​ສີດ​ຢາ​ກັນ​ພະ­ຍາດ​ແຫ່ງ​ຊາດ ເຊັ່ນ ຜົນ​ຂ້າງ­ຄຽງ ການ​ເຈັບ​ປ່ວຍ ແລະ ຮ້າຍ​ແຮງ​ຂັ້ນ​ເສຍ​ຊີ­ວິດ ເຈົ້າ​ການ​ທີ່​ຮ່າງ​ດຳ­ລັດ​ສະ­ບັບ​ນີ້ ແມ່ນ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຫວຽດ­ນາມ ກ່ຽວ​ກັບ​ລະ­ດັບ​ການ​ຊົດ​ເຊີຍ​ນັ້ນ ທ່ານ​ຮອງ​ສາ​ສະ​ດາ​ຈານ ເຈິນ​ດັກ​ຟູ (Tran Dac Phu) ຫົວ­ໜ້າ​ກົມ​ການ​ຢາ ເພື່ອ​ປ້ອງ​ກັນ​ຂອງ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ໃຫ້​ລາຍ​ລະ­ອຽດ​ວ່າ ບຸກ­ຄົນ​ທີ່​ຈະ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ນັ້ນ ລວມ​ມີ​ຜູ້​ທີ່​ຈຳ­ເປັນ​ຕ້ອງ​ໄດ້​ປິ່ນ­ປົວ​ຜົນ​ຂ້າງ­ຄຽງ​ທີ່​ຮ້າຍ​ແຮງ ຈາກ​ການ​ສີດ​ຢາ ກໍ​ຄື ຜູ້​ເສຍ​ຊີ­ວິດ​ຍ້ອນ​ສາ­ເຫດ​ດຽວ​ກັນ ສ່ວນ​ມູນ​ຄ່າ​ການ​ຊົດ​ເຊີຍ​ນັ້ນ ແມ່ນ​ຂຶ້ນ​ກັບ​ລະ­ດັບ​ຄວາມ​ໜັກ­ໜ່ວງ​ຂອງ​ຜົນ​ຂ້າງ­ຄຽງ ໂດຍ​ໄດ້​ກຳ­ນົດ​ໃນ​ອັດ­ຕາ​ແຕ່ 1,05 ລ້ານ-31,5 ລ້ານ​ດົງ (ລະ­ຫວ່າງ 48-1.400 ໂດ​ລາ​ສະ­ຫະ­ລັດ​ໃນ​ເວ­ລາ​ນັ້ນ).

ໃນ​ກໍ­ລະ­ນີ​ມີ​ການ​ເສຍ​ຊີ­ວິດ ຍ້ອນ​ການ​ສີດ​ຢາ ຄອບ­ຄົວ​ຜູ້​ເຄາະ​ຮ້າຍ​ຈະ​ໄດ້​ຮັບ​ເປັນ​ຈຳ­ນວນ 10,5 ລ້ານ​ດົງ (ປະ­ມານ 500 ໂດ​ລາ​ສະ­ຫະ­ລັດ) ເພື່ອ​ຈັດ​ງານ​ຊາ​ປະ​ນາ​ກິດ​ສົບ ອີກ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຫວຽດ­ນາມ ນັ້ນ​ກໍ​ຄື ຂ່າວ​ກ່ຽວ​ກັບ​ຜົນ​ສຳ​ຫຼວດ​ທີ່​ຊີ້​ອອກ​ວ່າ ການ​ບົ່ງ​ພະ­ຍາດ​ຂອງ​ບັນ­ດາ​ແພດ​ຂັ້ນ​ຕາ­ແສງ​ນັ້ນ ສ່ວນ​ໃຫຍ່​ແມ່ນ​ຍັງ​ບໍ່​ຖືກ­ຕ້ອງ (ໜັງ­ສື­ພິມ​ວຽງ​ຈັນ​ທາມ 15/12/2016 ອີງ​ຕາມ Vietnam News) ການ​ສຳ​ຫຼວດ​ໄດ້​ສຳ­ພາດ​ທ່ານ­ໝໍ ຈຳ­ນວນ 1.000 ຄົນ ທີ່​ເຮັດ​ວຽກ​ຢູ່​ໂຮງ­ໝໍ​ຂັ້ນ​ເມືອງ 78 ແຫ່ງ ແລະ ສຸກ­ສາ­ລາ​ຂັ້ນ​ຕາ­ແສງ 240 ແຫ່ງ ພາຍ​ໃນ 6 ຕົວ​ເມືອງ​ໃຫຍ່​ໃນ​ບັນ­ດາ​ແຂວງ​ຈາກ​ເຂດ​ຕ່າງໆ ຈຸດ­ປະ­ສົງ​ຂອງ​ການ​ສຳ​ຫຼວດ​ທີ່​ແກ່­ຍາວ​ເປັນ​ເວ­ລາ 1 ປີ​ນີ້ ແມ່ນ​ເພື່ອ​ຕີ​ລາ­ຄາ​ຄຸນ​ນະ​ພາບ​ຂອງ​ພະ­ນັກ­ງານ​ແພດ​ຂັ້ນ​ທ້ອງ­ຖິ່ນ ຜົນ​ການ​ສຳ​ຫຼວດ​ມີ​ດັ່ງ­ນີ້ ມີ​ພຽງ 3% ຂອງ​ທ່ານ­ໝໍ​ທີ່​ສາ­ມາດ​ບົ່ງ 5 ພະ­ຍາດ​ໄດ້​ຢ່າງ​ຖືກ­ຕ້ອງ ເຊັ່ນ ພະ­ຍາດ​ຖອກ­ທ້ອງ​ຂອງ​ເດັກ ພະ­ຍາດ​ປອດ​ອັກ­ເສບ ວັນ­ນະ­ໂລກ ເບົາ­ຫວານ ປະ­ເພດ 2 ແລະ ຄວາມ­ດັນ ສ່ວນ​ຈຳ­ນວນ​ທ່ານ­ໝໍ​ທີ່​ສາ­ມາດ​ບົ່ງ​ພະ­ຍາດ​ໄດ້​ໃນ​ຈຳ­ນວນ 3-4 ຊະ­ນິດ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຢູ່​ລະ­ຫວ່າງ 36 ແລະ 48% ສ່ວນ​ຈຳ­ນວນ​ທີ່​ບົ່ງ​ຖືກ­ຕ້ອງ​ພຽງ 2 ຊະ­ນິດ​ພະ­ຍາດ​ນັ້ນ ມີ 11% ແລະ 2% ສາ­ມາດ​ບົ່ງ​ພະ­ຍາດ​ຖືກ­ຕ້ອງ​ແຕ່​ພຽງ​ຊະ­ນິດ​ດຽວ­ນີ້​ເປັນ​ການ​ສຳ​ຫຼວດ​ເມື່ອ 5 ປີ­ຜ່ານ­ມາ​ແລ້ວ ໃນ​ປັດ­ຈຸ­ບັນ ການ​ແພດ​ຂອງ​ຫວຽດ­ນາມ ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ວ່ອງ­ໄວ​ໄປ​ທັນ​ຍຸກ ເຖິງ​ຂັ້ນ​ວ່າ​ທາງ​ການ​ຫວຽດ­ນາມ ໄດ້​ຕັ້ງ​ເປົ້າ​ໝາຍ​ສ້າງ​ຫວຽດ­ນາມ ໃຫ້​ເປັນ​ສູນ​ກາງ​ການ­ທ່ອງ­ທ່ຽວ ເພື່ອ​ສຸ­ຂະ­ພາບ​ລະ­ດັບ​ພາກ​ພື້ນ ແລະ ໂລກ.

ທີ່ ສ ເກົາ­ຫຼີ ຂ່າວ​ຈາກ ສ ເກົາ­ຫຼີ ໃນ​ທ້າຍ​ປີ 2017 (ວຽງ​ຈັນ​ທາມ 13/12/2017) ໃຫ້​ຮູ້​ວ່າ ທາງ​ການ​ເກົາ­ຫຼີ ໄດ້​ລິ​ເລີ່ມ​ໂຄງ​ການ­ບົ່ງ­ມະ­ຕິ​ພະ­ຍາດ​ດ້ວຍ​ລະ­ບົບ​ດີ​ຈີ​ຕອນ ນີ້​ຄື​ຫົວ­ຄິດ​ລິ​ເລີ່ມ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ​ການ​ແພດ ນະ­ຄອນ­ຫຼວງ​ເຊ​ອູນ ແລະ ສູນ​ການ​ແພດ​ຂອງ​ບໍ­ລິ­ສັດ​ຊຳ​ຊຸງ ທັງ​ສອງ​ພາກ­ສ່ວນ​ໄດ້​ເຊັນ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ຮ່ວມ​ກັນ ໃນ​ເດືອນ​ທັນ­ວາ ປີ 2017 ນີ້​ເອງ ໂຄງ­ການ​ທີ່​ວ່າ​ມີ​ເປົ້າ​ໝາຍ​ສ້າງ​ຄວາມ​ສະ­ດວກ​ສະ­ບາຍ​ໃຫ້​ແກ່​ຄົນ​ເຈັບ ຄື ສາ­ມາດ​ຮັບ​ການ­ບົ່ງ­ມະ­ຕິ​ໂດຍ​ຜ່ານ​ໜ້າ​ຈໍ​ໂທລະ­ສັບ​ມື​ຖື ບໍ່​ຈຳ­ເປັນ​ໄປ​ພົບ​ທ່ານ­ໝໍ​ຢູ່​ຄຼີ​ນິກ ຫຼື ສູນ​ປິ່ນ­ປົວ​ໃຫ້​ທ່ານ­ໝໍ​ບົ່ງ­ມະ­ຕິ​ພະ­ຍາດ ບົ່ງ​ຢາ​ປິ່ນ­ປົວ ເຊິ່ງ​ເປັນ​ການ​ເສຍ​ເວ­ລາ ແລະ ສິ້ນ​ເປືອງ ໂດຍ​ບໍ່​ມີ​ຄວາມ​ຈຳ­ເປັນ.

error: Content is protected !!