ເບິ່ງບົດຮຽນການປົກປ້ອງຜູ້ບໍລິໂພກ

ໃນ​ບົດ​ນີ້ ຜູ້​ຂຽນ​ຂໍ​ນຳ​ສະ­ເໜີ​ກ່ຽວ​ກັບ​ມາດ​ຕະ­ການ​ຂອງ​ທາງ​ການ​ເກາະ​ໄຕ້​ຫວັນ ແລະ ອົດ​ສະ​ຕຣາ​ລີ ເພື່ອ​ປົກ​ປ້ອງ​ຜູ້​ບໍ­ລິ­ໂພກ​ຈາກ​ຜົນ​ກະ­ທົບ​ຂອງ​ອາ­ຫານ​ທີ່​ປົນ​ເປື້ອນ ຫຼື ອາ­ຫານ​ເສຍ​ຄຸນ​ບໍ່​ໄດ້​ມາດ­ຕະ­ຖານ.

ທີ່​ເກາະ​ໄຕ້​ຫວັນ: ຜູ້​ລັກ­ລອບ​ຈຳ­ໜ່າຍ​ອາ­ຫານ​ປົນ​ເປື້ອນ ອາ­ຫານ​ທີ່​ຖືກ​ຫ້າມ​ຢູ່​ເກາະ​ໄຕ້​ຫວັນ​ນັ້ນ ຈະ​ໄດ້​ຮັບ​ໂທດ​ຢ່າງ​ໜັກ­ໜ່ວງ ຄື: ອາດ​ຕິດ​ຄຸກ​ສູງ​ສຸດ 7 ປີ ຫຼື ຖືກ​ປັບ​ໃໝ​ເປັນ​ເງິນ​ສູງ​ເຖິງ 200 ລ້ານ​ໂດ​ລາ​ໄຕ້​ຫວັນ (1 ໂດ​ລາ​ໄຕ້​ຫວັນ ແລກ​ເງິນ​ກີບ​ໄດ້​ເກືອບ 300 ກີບ) ຫຼື ທັງ​ໄດ້​ຮັບ​ໂທດ​ຈຳ​ຄຸກ ແລະ ໂທດ​ປັບ​ໃໝ ສ່ວນ​ຜູ້​ເຮັດ​ໜ້າ­ທີ່​ເປັນ​ຫູ​ເປັນ­ຕາ​ໃຫ້​ທາງ​ການ​ກ່ຽວ​ກັບ​ການ­ຈຳ­ໜ່າຍ​ອາ­ຫານ​ປົນ​ເປື້ອນ-ອາ­ຫານ​ເສຍ​ຄຸນ​ນັ້ນ ກໍ​ຈະ​ໄດ້​ຮັບ​ລາ­ງວັນ​ເປັນ​ເງິນ 2,2 ລ້ານ​ໂດ​ລາ​ໄຕ້​ຫວັນ ເຫດ​ທີ່​ຕ້ອງ​ໄດ້​ມີ​ການ​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ຜູ້​ບໍ­ລິ­ໂພກ ໂດຍ​ໄດ້​ກຳ­ນົດ​ໂທດ​ຕໍ່​ຜູ້​ລະ­ເມີດ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ​ນັ້ນ ແມ່ນ​ຍ້ອນ​ມີ​ປາ­ກົດ­ການ​ລັກ­ລອບ​ຈຳ­ໜ່າຍ​ອາ­ຫານ​ປົນ​ເປື້ອນ​ຫຼາຍ​ຂຶ້ນ ຕົວ­ຢ່າງ ທີ່​ເປັນ​ກໍ­ລະ­ນີ​ດັງ ກໍ​ຄື ກໍ­ລະ­ນີ​ໂຮງ­ງານ​ຊາງ​ກວນ (Chang Guann) ທີ່​ຜະ­ລິດ ແລະ ຈຳ­ໜ່າຍ​ນ້ຳ­ມັນ​ສຳ­ລັບ​ປຸງ​ແຕ່ງ­ອາ­ຫານ ໄດ້​ລັກ­ລອບ​ນຳ​ເອົາ​ນ້ຳ­ມັນ​ທີ່​ໃຊ້​ຄົວ​ອາ­ຫານ​ແລ້ວ​ມາ​ໃຊ້​ຄືນ­ໃໝ່ ໂດຍ​ໄດ້​ເອົາ​ນ້ຳ­ມັນ​ໝູ​ປົນ​ໃສ່ ແລ້ວ­ໄປ​ຕົວະ​ຂາຍ​ໃຫ້​ບັນ­ດາ​ຮ້ານ​ອາ­ຫານ​ທັງ​ຢູ່​ໃນ ແລະ ນອກ​ເກາະ​ໄຕ້​ຫວັນ​ຫຼາຍ​ກວ່າ 1.000 ແຫ່ງ ສຸດ​ທ້າຍ ເຈົ້າ​ຂອງ​ໂຮງ­ງານ​ດັ່ງ­ກ່າວ ກໍ​ຖືກ​ຈັບ​ກຸມ​ໃນ​ເດືອນ​ຕົ້ນ​ເດືອນ​ກັນ­ຍາ 2014 ແລະ ຖືກ​ປັບ​ໃໝ​ໃນ​ເບື້ອງ​ຕົ້ນ​ເປັນ​ເງິນ 50 ລ້ານ​ໂດ​ລາ​ໄຕ້​ຫວັນ ຄະ­ດີ​ດັ່ງ­ກ່າວ ໄດ້​ນຳ­ໄປ​ສູ່​ແຜນ​ປັບ​ຂຶ້ນ​ໂທດ​ຕໍ່​ຜູ້​ລະ­ເມີດ​ພາຍ​ໃນ​ເດືອນ​ກັນ­ຍາ​ປີ​ນັ້ນ​ເອງ.

ທີ່​ອົດ​ສະ​ຕຣາ​ລີ: ຄວາມ​ປອດ​ໄພ​ດ້ານ​ອາ­ຫານ​ໃນ​ປະ­ເທດ​ອົດ​ສະ​ຕຣາ​ລີ​ນັ້ນ ເປັນ​ສິ່ງ​ທີ່​ສັງ­ຄົມ​ຂອງ​ປະ­ເທດ​ນີ້​ຮຽກ­ຮ້ອງ​ສູງ​ທີ່​ສຸດ ດັ່ງ​ຂ່າວ​ວຽງ​ຈັນ​ທາມ ສະ­ບັບ​ວັນ​ທີ 19 ຕຸ­ລາ 2015 ໄດ້​ສະ­ເໜີ​ໃຫ້​ຮູ້​ວ່າ ຄຳ​ຮຽກ­ຮ້ອງ​ທີ່​ມີ​ລາຍ​ເຊັນ 46.000 ລາຍ​ເຊັນ ໄດ້​ສົ່ງ​ເຖິງ​ສະ­ພາ​ສູງ​ຂອງ​ອົດ​ສະ​ຕຣາ​ລີ ເພື່ອ​ໃຫ້​ພິ­ຈາ­ລະ­ນາ​ກຳ­ນົດ​ໃຫ້​ຕິດ​ປ້າຍ​ບອກ​ທີ່​ມາ​ຂອງ​ອາ­ຫານ​ທະ­ເລ​ທີ່​ຈຳ­ໜ່າຍ ແລະ ບໍ­ລິ­ໂພກ​ຢູ່​ພາຍ​ໃນ​ປະ­ເທດ ອາ­ຫານ​ທະ­ເລ​ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ນັ້ນ ໄດ້​ກວມ​ເອົາ​ສ່ວນ​ແບ່ງ​ໃນ​ຕະ­ຫຼາດ​ອົດ​ສະ​ຕຣາ​ລີ​ສູງ​ເຖິງ 70 ຍ້ອນ​ແນວ​ນີ້​ເອງ ສັງ­ຄົມ​ຈຶ່ງ​ເຫັນ​ວ່າ ຄວນ​ມີ​ກົດ­ໝາຍ​ບັງ­ຄັບ​ໃຫ້​ຕິດ​ປ້າຍ​ບອກ​ທີ່​ມາ​ຂອງ​ອາ­ຫານ​ທະ­ເລ​ເຫຼົ່າ­ນັ້ນ ທັງ​ນີ້​ກໍ​ເພື່ອ​ສ້າງ​ຄວາມ​ໝັ້ນ​ໃຈ​ແກ່​ຜູ້​ບໍ­ລິ­ໂພກ​ກ່ຽວ​ກັບ​ຄຸນ​ນະ​ພາບ​ຂອງ​ອາ­ຫານ ຈຸດ­ປະ­ສົງ​ຂອງ​ກົດ­ໝາຍ​ບັງ­ຄັບ​ໃຫ້​ຕິດ​ປ້າຍ​ບອກ​ທີ່​ມາ​ຂອງ​ອາ­ຫານ​ທະ­ເລ ໃນ​ຮ້ານ​ອາ­ຫານ​ນີ້ ແມ່ນ​ເພື່ອ​ປ້ອງ​ກັນ​ການ​ບອກ​ທີ່​ມາ​ທີ່​ບໍ່​ມີ​ມູນ​ຄວາມ​ຈິງ ແລະ ພ້ອມ​ດຽວ​ກັນ​ກໍ​ເພື່ອ​ໃຫ້​ຜູ້​ບໍ­ລິ­ໂພກ​ໃນ​ຮ້ານ​ອາ­ຫານ​ຮູ້​ລົດ​ຊາດ ແລະ ຄຸນ​ນະ​ພາບ​ທີ່​ດີ ອາ­ຫານ​ທະ­ເລ​ທີ່​ຜະ­ລິດ​ຢູ່​ພາຍ​ໃນ​ປະ­ເທດ​ເອງ ເຊິ່ງ​ຈະ​ເປັນ​ການ​ສ້າງ​ກະ­ແສ​ນິ­ຍົມ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ເນື້ອ​ໃນ​ຂອງ​ປ້າຍ​ບອກ​ທີ່​ມາ​ຂອງ​ອາ­ຫານ​ທະ­ເລ​ນີ້ ຈະ​ຕ້ອງ​ບອກ​ຊື່​ປະ­ເທດ ແລະ ຕໍ່​ໄປ​ກໍ​ອາດ​ຕື່ມ​ລາຍ​ລະ­ອຽດ​ກ່ຽວ​ກັບ​ວິ­ທີ​ການ​ຈັບ​ປາ ແລະ ສັດ­ທະ​ເລ​ອື່ນໆ​ທີ່​ສັ່ງ​ນຳ​ເຂົ້າ.

ຢູ່​ລາວ​ພວກ​ເຮົາ​ຜູ້​ຂຽນ​ເຫັນ​ວ່າ ຄວນ​ເອົາ­ໃຈ­ໃສ່​ກ່ຽວ​ກັບ​ອາ­ຫານ ໝາກ​ໄມ້ ກໍ​ຄື ຜັກ ທີ່​ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ວ່າ ປ້າຍ​ບອກ​ທີ່​ມາ​ທີ່​ຕິດ​ຢູ່​ໝາກ​ໄມ້-ອາ­ຫານ​ນັ້ນ​ຈິງ​ແທ້​ບໍ ຫຼື ເປັນ​ປ້າຍ​ຂີ້​ຕົວະ ເພື່ອ​ຫຼອກ​ຂາຍ​ລ້າໆ.

error: Content is protected !!