ຖ່າຍຊະຊາຍ ອັນຕະລາຍກວ່າທີ່ຄິດ

ວັນ​ທີ 19 ພະ­ຈິກ​ຂອງ​ທຸກໆ​ປີ ໄດ້​ຖືກ​ກຳ­ນົດ​ໃຫ້​ເປັນ​ວັນ “ຫ້ອງ​ນ້ຳ​ໂລກ” (World Toilet Day) ເວົ້າ​ໃຫ້​ລະ­ອຽດ​ໄປ​ກວ່າ​ນັ້ນ ກໍ​ຄື ເປັນ​ວັນ​ສາ­ກົນ​ທີ່​ສົ່ງ­ເສີມ​ໃຫ້​ທຸກໆ​ປະ­ເທດ​ເອົາ­ໃຈ­ໃສ່​ເລື່ອງ​ສຸ​ຂະ​ອະ­ນາ­ໄມ ໂດຍ​ການ​ໃຊ້​ຫ້ອງ​ນ້ຳ ຫ້າມ​ຖ່າຍ​ຊະ­ຊາຍ ເຊິ່ງ​ຈະ​ເປັນ​ບ່ອນ​ເພາະ​ພັນ​ເຊື້ອ​ພະ­ຍາດ​ນາໆ​ຊະ­ນິດ ໂດຍ​ສະ­ເພາະ ແມ່ນ​ພະ­ຍາດ​ຖອກ­ທ້ອງ ຈຳ​ໄດ້​ວ່າ ສິງ­ກະ­ໂປ ເປັນ​ປະ­ເທດ​ທີ່​ສະ­ເໜີ​ໃຫ້​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ປະ­ກາດ​ເອົາ​ວັນ​ທີ 19 ພະ­ຈິກ​ຂອງ​ແຕ່​ລະ​ປີ​ເປັນ​ວັນ​ຫ້ອງ​ນ້ຳ​ໂລກ ເມື່ອ​ເກືອບ 10 ປີ­ຜ່ານ­ມາ ໃນ​ແຕ່​ລະ​ປີ ພໍ​ຮອດ​ວັນ​ດັ່ງ­ກ່າວ ທົ່ວ​ໂລກ​ກໍ​ພາ­ກັນ​ທົບ​ທວນ​ຫວນ​ຄືນ​ກ່ຽວ​ກັບ​ບັນ­ຫາ​ວິດ­ຖ່າຍ ກໍ​ຄື ການ​ໃຊ້​ນ້ຳ​ສະ­ອາດ ໃນ​ບົດ​ນີ້ ຜູ້​ຂຽນ​ມີ​ເລື່ອງ​ເລົ່າ​ກ່ຽວ​ກັບ​ບັນ­ຫາ​ຖ່າຍ​ຊະ­ຊາຍ ກໍ​ຄື ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ໃຊ້​ຫ້ອງ​ນ້ຳ​ຢູ່​ບາງ​ປະ­ເທດ.

ທີ່ ເນ​ປານ: ວັນ​ທີ 19 ພະ­ຈິກ 2017 ເປັນ​ຄັ້ງ​ທຳ​ອິດ​ທີ່​ທາງ​ການ​ປະ­ເທດ​ເນ​ປານ​ໄດ້​ຈັດ​ພິ­ທີ​ລະ​ລຶກ​ວັນ​ຫ້ອງ​ນ້ຳ​ໂລກ ເພື່ອ​ສະ­ຫຼຸບ​ຜົນ­ສຳ­ເລັດ​ໃນ​ການ​ກຳ­ຈັດ​ບັນ­ຫາ​ການ​ຖ່າຍ​ຊະ­ຊາຍ ທີ່​ເປັນ​ນິ­ໄສ​ຊຳ​ເຮື້ອ​ມາ​ນັບ​ຫຼາຍ­ເຊັ່ນ­ຄົນ​ມາ​ແລ້ວ ປີ 2017 ເປັນ​ປີ​ທີ່​ປະ­ເທດ​ເນ​ປານ​ໄດ້​ປະ­ກາດ​ລຶ­ບລ້າງ​ການ​ຖ່າຍ​ຊະ­ນະ​ໃຫ້​ໄດ້ 100% ແຕ່​ມັນ​ກໍ​ເປັນ​ເລື່ອງ “ເວົ້າ​ງ່າຍ ແຕ່​ເຮັດ​ຍາກ” ເພາະ​ບັນ­ຫາ​ຂາດ​ຫ້ອງ​ນ້ຳ​ໄດ້​ເຮັດ​ໃຫ້​ຊາວ​ເນ​ປານ ຈຳ­ນວນ 2,6 ລ້ານ​ຄົນ (ເທົ່າ​ກັບ 9% ຂອງ​ພົນ­ລະ­ເມືອງ​ທົ່ວ​ປະ­ເທດ) ຍັງ​ຖ່າຍ​ຊະ­ຊາຍ​ທົ່ວ​ໄປ ສາ­ເຫດ​ທີ່​ບໍ່​ສາ­ມາດ​ບັນ­ລຸ​ເປົ້າ​ໝາຍ​ນັ້ນ ບໍ່​ພຽງ​ແຕ່​ແມ່ນ​ຍ້ອນ​ຂາດ​ຫ້ອງ​ນ້ຳ ແຕ່​ຍ້ອນ​ລະ­ບົບ​ສຸ​ຂະ​ອະ­ນາ­ໄມ​ລວມ​ຂອງ​ປະ­ເທດ​ຍັງ​ຫຼ້າ­ຫຼັງ.

ທີ່ ອິນ​ເດຍ: ສະ­ຖິ­ຕິ​ເມື່ອ 5 ປີ​ກ່ອນ​ໜ້າ​ນີ້ ໃຫ້​ຮູ້​ວ່າ ຄົນ​ອິນ​ເດຍ ທີ່​ຖ່າຍ​ຊະ­ຊາຍ​ນັ້ນ​ມີ​ສູງ​ເຖິງ 594 ລ້ານ​ຄົນ ຄື ປະ­ມານ​ເກືອບ​ເຄິ່ງ​ໜຶ່ງ​ຂອງ​ພົນ­ລະ­ເມືອງ​ຂອງ​ປະ­ເທດ​ນີ້ (The Nation 11/6/2015) ເຫດ­ຜົນ​ສ່ວນ​ໜຶ່ງ​ທີ່​ພາ­ໃຫ້​ຄົນ​ອິນ​ເດຍ​ບໍ່​ມັກ​ໃຊ້​ຫ້ອງ​ນ້ຳ ກໍ​ຍ້ອນ​ເຫັນ​ວ່າ ຫ້ອງ​ນ້ຳ​ນັ້ນ​ເປື້ອນ ແອ​ອັດ ບໍ່​ສະ­ດວກ ພວກ​ເຂົາ​ຖື​ວ່າ ການ​ຖ່າຍ​ຢູ່​ຕາມ​ທຳ​ມະ​ຊາດ​ນັ້ນ​ສະ­ອາດ​ກວ່າ ແລະ ຢູ່​ໄກ​ຈາກ​ເຮືອນ ແນວ­ໃດ​ກໍ​ດີ ໃນ​ປີ 2014 ລັດ­ຖະ­ບານ​ອິນ​ເດຍ ພາຍ​ໃຕ້​ການ​ນຳ​ຂອງ​ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ນາ​ເຣັນ​ດຼາ​ໂມ​ດີ ໄດ້​ປະ­ກາດ​ໂຄງ­ການ “ອິນ​ເດຍ ສະ­ອາດ” ດ້ວຍ​ການ​ຍົກ​ສູງ​ບັນ­ຫາ​ສຸ​ຂະ​ອະ­ນາ­ໄມ​ໃນ​ທົ່ວ​ສັງ­ຄົມ ໂດຍ​ຕອບ​ຮັບ​ນະ­ໂຍ­ບາຍ​ດັ່ງ­ກ່າວ ທາງ​ເມືອງ​ອັກ​ຄະ​ເມັດ​ດາ​ບັດ ກໍ​ໄດ້​ເຮັດ​ທົດ​ລອງ​ໂຄງ­ການ​ຊຸກ­ຍູ້​ໃຫ້​ຊາວ​ເມືອງ​ໃຊ້​ຫ້ອງ​ນ້ຳ​ໂດຍ​ການ​ໃຊ້​ເງິນ​ຈ້າງ ຄື​ຈ້າງ​ໃຫ້​ຄົນ​ໃຊ້​ຫ້ອງ​ນ້ຳ​ປະ­ມານ 1 ຣູ​ປີ ຕໍ່​ຄັ້ງ ໂຄງ­ການ​ຈ້າງ​ຄົນ​ໃຊ້​ຫ້ອງ​ນ້ຳ​ຢູ່​ເມືອງ​ໃນ​ລັດ​ອາ​ຈາ​ຣາດ ທາງ​ພາກ​ຕາ­ເວັນ­ຕົກ​ຂອງ​ອິນ​ເດຍ​ນີ້ ໄດ້​ເລີ່ມ​ທົດ​ລອງ​ຕາມ​ຫ້ອງ​ນ້ຳ​ສາ­ທາ­ລະ­ນະ 67 ແຫ່ງ​ກ່ອນ ແລະ ວ່າ​ຖ້າ​ເປັນ​ຜົນ­ສຳ­ເລັດ ກໍ​ຈະ​ຂະ­ຫຍາຍ​ໂຄງ­ການ​ນີ້​ໃຫ້​ກວມ​ເອົາ​ຫ້ອງ​ນ້ຳ​ສາ­ທາ­ລະ­ນະ​ທັງ​ໝົດ 300 ຫົວ­ໜ່ວຍ ພາຍ​ໃນ​ເມືອງ​ແຫ່ງ​ນີ້ ຂ່າວ​ບອກ​ວ່າ ບັນ­ຫາ​ການ​ຖ່າຍ​ຊະ­ຊາຍ​ໃນ​ອິນ​ເດຍ ໄດ້​ເປັນ​ຊະ​ນວນ​ກໍ່​ໃຫ້​ມີ​ກໍ­ລະ­ນີ​ເກີດ​ການ​ລະ­ບາດ​ຂອງ​ພະ­ຍາດ​ຕ່າງໆ ໂດຍ​ສະ­ເພາະ ແມ່ນ​ພະ­ຍາດ​ຖອກ­ທ້ອງ ຢູ່​ບ້ານ​ເຮົາ​ຖ້າ​ເຂົ້າ​ຫ້ອງ​ນ້ຳ​ສາ­ທາ­ລະ­ນະ​ຕ້ອງ​ໄດ້​ຈ່າຍ ແຕ່​ຢູ່​ເມືອງ​ອັກ​ຄະ​ເມັດ​ດາ​ບັດ​ຂອງ​ອິນ​ເດຍ ຄົນ​ໃຊ້​ຫ້ອງ​ນ້ຳ​ໄດ້​ທັງ​ປົດ​ທຸກ ໄດ້​ທັງ​ເງິນ ຢູ່​ປະ­ເທດ​ລາວ​ພວກ​ເຮົາ​ນັ້ນ​ຄົນ​ຖ່າຍ​ຊະ­ຊາຍ​ຍັງ​ມີ​ຫຼາຍ​ຢູ່ ແຕ່​ຄ່ອຍໆ​ຫຼຸດ​ລົງ ເລື່ອງ​ນີ້​ຕ້ອງ​ຊົມ­ເຊີຍ​ແຂວງ​ບໍ​ລິ​ຄຳ​ໄຊ ທີ່​ໄດ້​ປະ­ກາດ​ຢຸດ​ຖ່າຍ​ຊະ­ຊາຍ​ທົ່ວ​ແຂວງ ຫວ່າງ​ບໍ່​ດົນ​ມາ​ນີ້ ດ້ວຍ​ການ​ຊຸກ­ຍູ້​ໃຫ້​ທຸກ​ຄົວ​ເຮືອນ​ມີ​ວິດ­ຖ່າຍ ແລະ ສ້າງ​ໃຫ້​ຄົນ​ຕິດ​ນິ­ໄສ​ຖ່າຍ​ໃສ່​ວິດ.

error: Content is protected !!