ໂຮງຮຽນນະພາ ຫຼຸດຄ່າຮຽນ 50% ຊ່ວຍເຫຼືອຜູ້ປົກຄອງທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19

ໂຮງ­ຮຽນ​ລ້ຽງ​ເດັກ ອະ­ນຸ­ບານ ແລະ ປະ­ຖົມ​ນະ­ພາ ຈະ​ບໍ່​ເກັບ​ຄ່າ​ຮຽນ​ໃນ​ໄລ­ຍະ​ພັກ​ການ​ຮຽນ​ການ​ສອນ ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ພ້ອມ​ທັງ​ຫັນ​ມາ​ສອນ​ທາງ​ອອນ​ລາຍ ເພື່ອ​ໃຫ້​ນັກ­ຮຽນ​ໄດ້​ຮຽນ​ໜັງ­ສື​ຢ່າງ​ຕໍ່​ເນື່ອງ ຂະ­ນະ​ທີ່​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ລະ­ບຸ​ວ່າ ເພື່ອ​ເປັນ​ການ​ສົ່ງ­ເສີມ​ເດັກ­ນ້ອຍ​ຜູ້​ທຸກ​ຍາກ​ຂາດ­ເຂີນ ໄດ້​ມີ​ໂອ­ກາດ​ເຂົ້າ​ເຖິງ​ການ​ສຶກ​ສາ​ຫຼາຍ​ຂຶ້ນ ທາງ​ໂຮງ­ຮຽນ​ມີ​ນະ­ໂຍ­ບາຍ​ຮັບ​ນັກ­ຮຽນ​ທຸກ​ຍາກ​ປີ​ລະ 5 ຄົນ. ທ່ານ​ນາງ ເພັນ​ນະ­ພາ…

ປກສ ເມືອງນາຊາຍທອງ ມ້າງລາຍຄະດີໄດ້ 1 ພັນກວ່າເລື່ອງ

ໂດຍ​ປະ­ຕິ­ບັດ​ຕາມ​ແນວ­ທາງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບ ທົ່ວ​ປວງ​ຊົນ​ຮອບ­ດ້ານ​ຂອງ​ພັກ ຄະ­ນະ​ພັກ-ຄະ­ນະ​ບັນ­ຊາ​ກອງ​ບັນ­ຊາ​ການ ປກສ ເມືອງ​ນາ​ຊາຍ​ທອງ ໄດ້​ເອົາ­ໃຈ­ໃສ່​ນຳ­ພາ​ກຳ­ລັງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ເມືອງ​ສຸມ​ໃສ່​ວຽກ​ງານ​ການ­ເມືອງ-ແນວ​ຄິດ​ໃຫ້​ສະ­ມາ­ຊິກ​ພັກ ພະ­ນັກ­ງານ ນັກ­ຮົບ​ພາຍ​ໃນ​ກົມ​ກອງ​ມີ​ແນວ​ຄິດ​ຫຼັກ​ໝັ້ນ ອຸ່ນ​ອ່ຽງ ທຸ່ນ​ທ່ຽງ ເຊື່ອ​ໝັ້ນ​ຕໍ່​ການ​ນຳ­ພາ​ຂອງ​ພັກ-ລັດ ຄົ້ນ­ຄວ້າ​ເຊື່ອມ​ຊຶມ​ມະ­ຕິ​ຄຳ​ສັ່ງ ຄຳ​ແນະ­ນຳ​ຂອງ​ພັກ ກົດ­ໝາຍ​ຂອງ​ລັດ ຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ໃຫ້​ນາຍ…

6 ອາຫານຕ້ານການອັກເສບ ສາເຫດເລີ່ມຕົ້ນຂອງມະເຮັງ

ຮູ້​ຫຼື​ບໍ່​ວ່າ​ອາ ການ​ເບື້ອງ​ຕົ້ນ​ຂອງ​ຜູ້​ຕິດ­ເຊື້ອ​ມະ​ເຮັງ ສ່ວນ​ຫຼາຍ​ເກີດ​ຈາກ​ອາ­ການ​ອັກ­ເສບ ແລະ ເປັນ​ການ​ອັກ­ເສບ​ທີ່​ຕໍ່​ເນື່ອງ​ຍາວ​ນານ ຈົນ​ເຮັດ​ໃຫ້​ເຊລ​ບໍ­ລິ­ເວນ​ນັ້ນ​ກາຍ­ເປັນ​ເຊລ​ມະ​ເຮັງ​ໃນ​ທີ່​ສຸດ ແລະ ອາ­ການ​ອັກ­ເສບ​ຍັງ​ເປັນ​ອາ­ການ​ເບື້ອງ​ຕົ້ນ​ຂອງ​ພະ­ຍາດ​ອັນ­ຕະ­ລາຍ​ອື່ນໆ​ອີກ​ຫຼວງ­ຫຼາຍ ເຊັ່ນ ພະ­ຍາດ­ຫົວ­ໃຈ ພະ­ຍາດ​ເບົາ­ຫວານ ພະ­ຍາດ​ປວດ​ຂໍ້ ລວມ​ໄປ​ເຖິງ​ພະ­ຍາດ​ຊຶມ​ເສົ້າ ແລະ ພະ­ຍາດ​ສະ­ໝອງ​ເສື່ອມ​ອີກ​ດ້ວຍ. ອາ­ການ​ອັກ­ເສບ…

ໄຖ່ບາບດ້ວຍການແຕ່ງດອງ

ຄຳ​ວ່າ ການ​ແຕ່ງ­ດອງ ເພື່ອ​ໄຖ່​ບາບ​ນີ້ ໄດ້­ແກ່​ແຕ່ງ­ດອງ​ເພື່ອ​ປົກ​ປິດ​ຄວາມ​ຜິດ​ຂອງ​ໃຜ​ຜູ້​ໜຶ່ງ ທີ່​ບໍ່​ຕ້ອງ­ການ​ຖືກ​ແຮ້ວ​ກົດ­ໝາຍ​ຍັກ​ຄໍ ດັ່ງ­ນັ້ນ ຫຼາຍ​ປະ­ເທດ​ຈຶ່ງ​ມີ​ມາດ​ຕະ­ການ​ຕົວ​ຈິງ ໃນ​ການ​ແກ້​ໄຂ​ການ​ແຕ່ງ­ດອງ​ລັກ­ສະ­ນະ​ນີ້. ທີ່ ລີ​ບັງ: (ພາ­ສາ​ອັງ­ກິດ ເອີ້ນ​ວ່າ ເລ​ບາ​ນອນ) ມີ​ຂ່າວ​ອອກ​ມາ​ໃນ​ເດືອນ​ສິງ­ຫາ ປີ 2017…

ການສຶກສາຊີ້ບອກ ແສງຕາເວັນ ຢຸດສະງັກ ກວ່າດາວອື່ນໆ ດີຕໍ່ຊີວິດເທິງໂລກ

ການ​ສຶກ​ສາ​ຊິ້ນ​ໃໝ່ ສະ­ແດງ​ໃຫ້​ເຫັນ​ວ່າ​ດວງ​ຕາ­ເວັນ​ຂອງ​ພວກ​ເຮົາ​ປາ­ກົດ​ວ່າ ມີ​ການ​ປ່ຽນ­ແປງ​ໜ້ອຍ​ໃນ​ຄວາມ​ສະ­ຫວ່າງ ແລະ ຄວາມ​ເຂັ້ມ​ຂອງ​ແສງ​ສະ­ຫວ່າງ​ຫຼາຍ​ກວ່າ​ດາວ​ອື່ນໆ ທີ່​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັນ. ນັກ​ຄົ້ນ­ຄວ້າ​ໄດ້​ລາຍ​ງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ ຈາກ​ການ​ສຳ​ຫຼວດ​ດາວ​ເຄາະ​ດວງ​ອື່ນໆ​ອີກ 369 ດວງ ເມື່ອ​ທຽບ­ໃສ່​ກັບ​ດວງ​ອາ­ທິດ​ກ່ຽວ​ກັບ​ອຸນ­ຫະ­ພູມ​ພື້ນ​ຜິວ ຂະ­ໜາດ ແລະ ການ​ໝູ­ນວຽນ​ອ້ອມ​ຕົວ​ເອງ ແລະ ພົບ​ວ່າ​ໂດຍ​ສະ­ເລ່ຍ​ແລ້ວ​ດາວ​ອື່ນໆ​ມີ​ຄວາມ​ປ່ຽນ­ແປງ​ຂອງ​ຄວາມ​ສະ­ຫວ່າງ…

ກອງປະຊຸມຢ່າເຮັດແນວກຸ້ມໃຈຄົນອື່ນ

ເວ­ລາ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ ບໍ່​ວ່າ​ຈະ​ນັ່ງ​ຢູ່​ບ່ອນ​ໃດ​ກໍ​ຕາມ ເຮົາ​ຕ້ອງ​ມີ​ສະ­ຕິ ຕັ້ງ­ໃຈ​ຈົດ­ຈໍ່​ຕໍ່​ເນື້ອ​ໃນ​ກອງ​ປະ­ຊຸມ ບໍ່​ຄວນ​ເຮັດ​ແນວ​ອື່ນ​ທີ່​ສວນ​ທາງ ເຊັ່ນ: ຍ້າຍ​ຕັ່ງ​ນັ່ງ​ໄປ​ມາ ຫຼື ຫຍັບ​ໄປ​ຢູ່​ໃກ້ໆ​ກັບ​ຜູ້​ທີ່​ເຮົາ​ລຶ້ງ ຢ່າ​ຖື​ໂອ­ກາດ​ໂສ​ກັນ​ສຽງ​ດັງ ຫຼື ກົ້ມ​ໜ້າ​ກົ້ມ​ຕາ​ໃສ່​ຈໍ​ມື​ຖື ແລະ ສຳ­ຄັນ​ທີ່​ສຸດ ຄື​ຢ່າ​ລັກ​ຫຼອຍ​ອອກ​ຫ້ອງ​ປະ­ຊຸມ​ກ່ອນ​ເວ­ລາ​ປິດ​ເດັດ­ຂາດ. ໂດຍ:…

AFC ກຽມຈັບສະຫຼາກບານເຕະຊີງແຊັມອາຊີ ຮຸ່ນ 19 ປີ ແລະ 16 ປີ

ສະ­ຫະ­ພັນ​ບານ­ເຕະ​ອາ­ຊີ Asian Football Confederation (AFC) ກຽມ​ຈັບ​ສະ­ຫຼາກ​ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຊີງ​ແຊັມ​ອາ­ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 19 ປີ ຈັດ​ຂຶ້ນ​ຢູ່​ປະ­ເທດ​ອຸ​ເບ​ກິສ​ຖານ ແລະ ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ ຊີງ​ແຊັມ​ອາ­ຊີ ຮຸ່ນ​ອາ­ຍຸ​ບໍ່​ເກີນ 16…

ຈຸດດີ ຈຸດອ່ອນ

ໃນ​ກອງ​ປະ­ຊຸມ​ວຽກ​ວັດ­ທະ­ນະ­ທຳ​ປະ­ຈຳ­ເມືອງ ທ່ານ​ປະ­ທານ​ກອງ​ປະ­ຊຸມ​ໄດ້​ອ່ານ​ບົດ​ສະ­ຫຼຸບ​ການ­ເຄື່ອນ­ໄຫວ ທີ່​ມີ​ຄວາມ​ຍາວ​ຫຼາຍ​ວາ ພໍ​ຮອດ​ບ່ອນ​ຈຸດ​ດີ ຈຸດ​ອ່ອນ ທ່ານ​ເວົ້າ​ວ່າ ຈຸດ​ດີ: ຄົນ​ບໍ່​ຫຼິ້ນ​ກິນ​ຟຸມ​ເຟືອຍ​ຄື­ເກົ່າ ການ​ຮ້ອງ­ເພງ​ຢູ່​ຕາມ​ຮ້ານ​ກໍ​ບໍ່​ໃຊ້​ສຽງ​ດັງ​ຄຶກ​ໂຄມ​ຄື­ເກົ່າ ເພາະ​ນັກ​ຮ້ອງ​ມີ­ໜ້າ​ກາກ​ອັດ​ປາກ​ອັດ​ດັງ​ໄວ້ ຜົວ​ເມຍ​ຄ່ອຍ​ເວົ້າ​ຄ່ອຍ​ວ່າ​ນຳ​ກັນ ແມ່ນ​ແຕ່​ດ່າ​ກໍ​ໄດ້​ຍິນ​ສຽງ​ຄ່ອຍໆ ບໍ່​ລົບ​ກວນ​ຄົນ​ເຮືອນ​ຂ້າງ ເພາະ​ມີ­ໜ້າ​ກາກ​ອັດ​ປາກ​ໄວ້ ການ​ຟ້ອນ-ລຳ​ຂອງ​ບ່າວໆ​ສາວໆ ກໍ​ບໍ່​ມີ​ຈັງ­ຫວະ​ສະ​ໂລ​ຄື­ເກົ່າ…

ສ້າງບໍ່ຖົມ

ມື້­ກ່ອນ​ນີ້ ໄດ້​ຍົກ​ເອົາ​ບັນ­ຫາ​ເລື່ອງ​ປ້ຳ​ໄມ້​ຄ້າງ​ປະ​ໄວ້ ແລ້ວ​ໄມ້​ລົ້ມ​ລົງ​ທັບ​ຄົນ ຫຼື ສັດ​ໄດ້​ຮັບ​ບາດ­ເຈັບ ຫຼື ເສຍ​ຊີ­ວິດ ເຈົ້າ​ຂອງ​ຜູ້​ປ້ຳ ຜູ້​ຟັນ ຜູ້​ບັກ​ໄມ້​ນັ້ນ​ໄວ້​ຕ້ອງ​ຮັບ­ຜິດ­ຊອບ​ຕໍ່​ຄວາມ​ເສຍ​ຫາຍ​ທີ່​ເກີດ​ຂຶ້ນ​ກັບ​ຄົນ ຫຼື ສັດ​ນັ້ນ ຍ້ອນ​ຂາດ​ຄວາມ​ຮອບ​ຄອບ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ ຊຶ່ງ​ກົດ­ໝາຍ​ໄດ້​ກຳ­ນົດ​ວ່າ ບຸກ­ຄົນ​ດັ່ງ­ກ່າວ​ຕ້ອງ​ຮັບ­ຜິດ­ຊອບ ມື້­ນີ້​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ…

error: Content is protected !!