46 ປະເພດກີລາ ຖືກຮັບຮອງຈາກກະຊວງ ສສກ

ກົມ​ກີ­ລາ​ລະ­ດັບ​ສູງ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ໄດ້​ສັງ​ລວມ​ຂໍ້​ມູນ​ບັນ­ດາ​ສະ­ຫະ­ພັນ​ກີ­ລາ​ທີ່​ຂຶ້ນ​ທະ­ບຽນ ແລະ ຮັບ­ຮອງ​ຈາກ​ກະ­ຊວງ ສສກ ມີ​ທັງ​ໝົດ 46 ປະ­ເພດ​ກີ­ລາ ໂດຍ​ໄດ້​ແບ່ງ​ອອກ​ເປັນ 43 ສະ­ຫະ­ພັນ​ກີ­ລາ​ແຫ່ງ​ຊາດ ແລະ 3 ສະ­ໂມ­ສອນ​ກີ­ລາ​ແຫ່ງ​ຊາດ ປະ­ກອບ​ມີ ສະ­ໂມ­ສອນ​ກີ­ລາ​ຟັນ­ດາບ ສະ­ໂມ­ສອນ​ກີ­ລາ​ເຄື່ອງ​ບິນ​ເບົາ ແລະ ສະ­ໂມ­ສອນ​ກີ­ລາ​ໄອ​ກິ​ໂດ.

ການ​ແຂ່ງ­ຂັນ​ງານ​ກີ­ລາ​ອະ­ນຸ​ພາກ​ພື້ນ ພາກ​ພື້ນ ແລະ ສາ­ກົນ ໂດຍ​ສະ­ເພາະ ງານ​ມະ­ຫາ​ກຳ​ກີ­ລາ​ຊີ­ເກມ ກໍ​ມີ​ການ​ບັນ­ຈຸ​ກີ­ລາ​ຫຼາຍ​ປະ­ເພດ​ເຂົ້າ​ໃນ​ການ​ແຂ່ງ­ຂັນ​ຢ່າງ​ຕ່ຳ 40 ກວ່າ​ປະ­ເພດ​ກີ­ລາ ໃນ​ນັ້ນ ສປປ ລາວ ກໍ​ໄດ້​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ຕາມ​ເງື່ອນ­ໄຂ​ສູງ​ສຸດ​ເຖິງ 30 ກວ່າ​ປະ­ເພດ​ກີ­ລາ.

ສຳ­ລັບ​ສະ­ຫະ­ພັນ​ກີ­ລາ​ແຫ່ງ​ຊາດ ຈຳ­ນວນ 43 ປະ­ເພດ ກໍ​ມີ ສະ­ຫະ­ພັນ​ກີ­ລາ​ແລ່ນ-ລານ​ແຫ່ງ​ຊາດ ມວຍ​ສາ­ກົນ​ແຫ່ງ​ຊາດ ລອຍ­ນ້ຳ​ແຫ່ງ​ຊາດ ຢູ​ໂດ​ແຫ່ງ​ຊາດ ເທ​ຄວັນ​ໂດ​ແຫ່ງ​ຊາດ ກາ​ຣາ​ເຕ​ໂດ​ແຫ່ງ​ຊາດ ປິ່ງ​ປ່ອງ​ແຫ່ງ​ຊາດ ເທັນ​ນິດ​ແຫ່ງ​ຊາດ ດອກ​ປິກ​ໄກ່​ແຫ່ງ​ຊາດ ກ໊ອຟ​ແຫ່ງ​ຊາດ ວູ​ຊູ​ແຫ່ງ​ຊາດ ບານ­ບ້ວງ​ແຫ່ງ​ຊາດ ບານ­ເຕະ​ແຫ່ງ​ຊາດ ບານ­ສົ່ງ​ແຫ່ງ​ຊາດ ເປ​ຕັງ​ແຫ່ງ​ຊາດ ກະ­ຕໍ້-ຊິນ​ລອນ​ແຫ່ງ​ຊາດ ມວຍ​ລາວ​ແຫ່ງ​ຊາດ ຣັກ​ບີ້​ແຫ່ງ​ຊາດ ຍິງ​ປຶນ​ແຫ່ງ​ຊາດ ປັນ​ຈັກ​ສິ​ລັດ-ແຄມ​ໂປ​ແຫ່ງ​ຊາດ ຍິງ​ທະ­ນູ​ແຫ່ງ​ຊາດ ໂວ​ວີ​ນາມ​ແຫ່ງ​ຊາດ ລົດ­ຖີບ​ແຫ່ງ​ຊາດ ມວຍ​ປ້ຳ​ແຫ່ງ​ຊາດ ຍົກ​ນ້ຳ­ໜັກ​ແຫ່ງ​ຊາດ ໜ້າ​ເກັກ​ແຫ່ງ​ຊາດ ໝາກ​ຂ່າງ​ແຫ່ງ​ຊາດ ໝາກ​ແລ້​ແຫ່ງ​ຊາດ ເຮືອ​ຊ່ວງ​ແຫ່ງ​ຊາດ ໝາກ­ເສິກ​ແຫ່ງ​ຊາດ ດຶງ­ເຊືອກ​ແຫ່ງ​ຊາດ ເບສ​ບອນ​ແຫ່ງ​ຊາດ ເພາະ​ກາຍ​ແຫ່ງ​ຊາດ ຊັອຟ​ເທັນ​ນິດ​ແຫ່ງ​ຊາດ ສະ­ນຸກ​ເກີ​ແຫ່ງ​ຊາດ ໂບ​ລີ້ງ​ແຫ່ງ​ຊາດ ລົດ­ຈັກ-ລົດ​ໃຫຍ່​ແຫ່ງ​ຊາດ ຄິກ​ບ໋ອກ​ຊິງ​ແຫ່ງ​ຊາດ ອີ​ສະ­ປອດ​ແຫ່ງ​ຊາດ ຮ໋ອກ​ກີ້​ແຫ່ງ​ຊາດ ບານ​ມື​ແຫ່ງ​ຊາດ ໂວ​ໂກ​ຈຽນ​ແຫ່ງ​ຊາດ ແລະ ສະ­ຫະ­ພັນ​ກີ­ລາ​ສິ່ງ​ກີດ­ຂວາງ​ແຫ່ງ​ຊາດ.

ສ່ວນ 3 ສະ­ໂມ­ສອນ​ກີ­ລາ​ແຫ່ງ​ຊາດ ປະ­ກອບ​ມີ ສະ­ໂມ­ສອນ​ກີ­ລາ​ຟັນ­ດາບ​ແຫ່ງ​ຊາດ ສະ­ໂມ­ສອນ​ກີ­ລາ​ເຄື່ອງ​ບິນ​ເບົາ​ແຫ່ງ​ຊາດ ແລະ ສະ­ໂມ­ສອນ​ກີ­ລາ​ໄອ​ກິ​ໂດ​ແຫ່ງ​ຊາດ.

error: Content is protected !!