6 ອາຫານຕ້ານການອັກເສບ ສາເຫດເລີ່ມຕົ້ນຂອງມະເຮັງ

ຮູ້​ຫຼື​ບໍ່​ວ່າ​ອາ ການ​ເບື້ອງ​ຕົ້ນ​ຂອງ​ຜູ້​ຕິດ­ເຊື້ອ​ມະ​ເຮັງ ສ່ວນ​ຫຼາຍ​ເກີດ​ຈາກ​ອາ­ການ​ອັກ­ເສບ ແລະ ເປັນ​ການ​ອັກ­ເສບ​ທີ່​ຕໍ່​ເນື່ອງ​ຍາວ​ນານ ຈົນ​ເຮັດ​ໃຫ້​ເຊລ​ບໍ­ລິ­ເວນ​ນັ້ນ​ກາຍ­ເປັນ​ເຊລ​ມະ​ເຮັງ​ໃນ​ທີ່​ສຸດ ແລະ ອາ­ການ​ອັກ­ເສບ​ຍັງ​ເປັນ​ອາ­ການ​ເບື້ອງ​ຕົ້ນ​ຂອງ​ພະ­ຍາດ​ອັນ­ຕະ­ລາຍ​ອື່ນໆ​ອີກ​ຫຼວງ­ຫຼາຍ ເຊັ່ນ ພະ­ຍາດ­ຫົວ­ໃຈ ພະ­ຍາດ​ເບົາ­ຫວານ ພະ­ຍາດ​ປວດ​ຂໍ້ ລວມ​ໄປ​ເຖິງ​ພະ­ຍາດ​ຊຶມ​ເສົ້າ ແລະ ພະ­ຍາດ​ສະ­ໝອງ​ເສື່ອມ​ອີກ​ດ້ວຍ.

ອາ­ການ​ອັກ­ເສບ ມີ​ສາ­ເຫດ​ທີ່​ເກີດ​ຂຶ້ນ​ຫຼວງ­ຫຼາຍ ທັງ​ຈາກ​ບາດ­ແຜ​ທີ່​ເກີດ​ຂຶ້ນ​ແລ້ວ​ບໍ່​ໄດ້​ຮັບ​ການ​ປິ່ນ­ປົວ​ໃຫ້​ຫາຍ​ຢ່າງ​ຖືກ​ວິ­ທີ ຫຼື ອາດ​ຈະ​ເປັນ​ການ​ເຮັດ​ວຽກ​ທີ່​ຜິດ​ປົກ­ກະ­ຕິ​ຂອງ​ເຊລ​ໃນ​ຮ່າງ­ກາຍ​ເອງ ທີ່­ຢູ່​ຊື່ໆ​ກໍ​ອັກ­ເສບ​ຂຶ້ນ​ມາ.

ນາຍ​ແພດ ແຟຣງ ອູ ອາ­ຈານ​ດ້ານ​ໂພ­ຊະ​ນາ​ການ ແລະ ວິ­ທະ­ຍາ​ການ​ລະ­ບາດ ພາກ​ວິ­ຊາ​ໂພ­ຊະ​ນາ​ການ​ໃນ​ສາ­ຂາ​ສາ­ທາ­ລະ­ນະ​ສຸກ ຄະ­ນະ​ແພດ­ສາດ ມະ­ຫາ­ວິ­ທະ­ຍາ­ໄລ​ຮາ​ວາດ ລະ­ບຸ​ວ່າ “ລາຍ​ງານ​ວິ­ໄຈ​ຫຼາຍ​ຊິ້ນ ພົບ​ວ່າ ສ່ວນ​ປະ­ກອບ​ຂອງ​ອາ­ຫານ ແລະ ເຄື່ອງ​ດື່ມ​ຫຼາຍ​ຊະ­ນິດ ອາດ​ສົ່ງ​ຜົນ​ຕໍ່​ການ​ຕໍ່­ຕ້ານ​ການ​ອັກ­ເສບ​ໃນ​ຮ່າງ­ກາຍ​ໄດ້” ດັ່ງ­ນັ້ນ ບໍ່​ວ່າ​ຈະ​ມີ​ສາ­ເຫດ​ຈາກ​ອັນ​ໃດ ເຮົາ​ສາ­ມາດ​ກິນ​ອາ­ຫານ​ເຫຼົ່າ​ນີ້ ເພື່ອ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ອາ­ການ​ອັກ­ເສບ ທີ່​ຈະ​ນຳ­ໄປ​ສູ່​ການ​ເກີດ​ເຊລ​ມະ​ເຮັງ​ໃນ​ອະ­ນາ­ຄົດ​ໄດ້ ລວມ​ໄປ​ເຖິງ​ຊ່ວຍ​ບັນ­ເທົາ​ອາ­ການ​ເຈັບ​ປວດ​ທີ່​ເກີດ​ຂຶ້ນ ເຊັ່ນ ເຫືອກ​ອັກ­ເສບ ແຜ​ອັກ­ເສບ ຯລຯ ໄດ້​ອີກ​ດ້ວຍ.

ອາ­ຫານ​ຕ້ານ​ການ​ອັກ­ເສບ

1. ໝາກ​ເລັ່ນ.
2. ໝາກ​ໄມ້​ຕະ­ກູນ​ເບີ​ຣີ່ ເຊັ່ນ: ສະ​ຕໍ​ເບີ​ຣີ່ ບລູ​ເບີ​ຣີ່ ເຊີ​ຣີ່ ແລະ ໝາກ­ກ້ຽງ.
3. ໝາກ­ຖົ່ວ.
4. ນ້ຳ­ມັນ​ໝາກ­ກອກ.
5. ຜັກ​ໃບ​ຂຽວ ເຊັ່ນ ຜັກ​ປວຍ​ເລ້ງ ຫອມ­ປ້ອມ ແລະ ອື່ນໆ.
6. ປາ­ທະ​ເລ ເຊັ່ນ: ແຊລ​ມອນ ແມກ​ເຄີ​ເຣວ ທູ​ນ່າ ແລະ ຊາຣ໌ດີນ.

ຢ່າງ­ໃດ​ກໍ​ຕາມ ເມື່ອ​ມີ​ອາ­ຫານ​ທີ່​ຊ່ວຍ​ຕໍ່­ຕ້ານ​ການ​ອັກ­ເສບ ທີ່​ເຮົາ​ຄວນ​ກິນ​ເພີ່ມ​ເຕີມ​ແລ້ວ ຍັງ​ມີ​ອາ­ຫານ​ທີ່​ເພີ່ມ​ຄວາມ​ສ່ຽງ​ອາ­ການ​ອັກ­ເສບ​ຫຼາຍ​ຂຶ້ນ​ດ້ວຍ ນາຍ​ແພດ ແຟຣງ ອູ ລະ­ບຸ​ເພິ່ມ​ເຕີມ​ວ່າ “ອາ­ຫານ​ບາງ​ຊະ­ນິດ​ມີ​ສ່ວນ​ປະ­ສົມ ຫຼື ສ່ວນ​ປະ­ກອບ​ທີ່​ສົ່ງ​ຜົນ​ໃຫ້​ເກີດ​ອາ­ການ​ອັກ­ເສບ​ຫຼາຍ​ຂຶ້ນ ຕາມ​ຈຳ­ນວນ​ພະ­ລັງ­ງານ​ຈາກ​ອາ­ຫານ​ເຫຼົ່າ​ນີ້ ທີ່​ສູງ​ຕາມ​ໄປ​ດ້ວຍ” ແລະ ອາ­ຫານ​ທີ່​ມີ​ພະ­ລັງ­ງານ​ສູງ ກໍ​ອາດ​ເປັນ​ສາ­ເຫດ​ຂອງ​ໂຣກ​ອ້ວນ ທີ່​ເປັນ​ອີກ​ໜຶ່ງ​ສາ­ເຫດ​ຂອງ​ອາ­ການ​ອັກ­ເສບ​ໃນ​ຮ່າງ­ກາຍ​ໄດ້​ເຊັ່ນ​ກັນ.

ອາ­ຫານ​ເພີ່ມ​ຄວາມ​ສ່ຽງ​ອາ­ການ​ອັກ­ເສບ

1. ອາ­ຫານ​ຈືນ.
2. ນ້ຳ​ອັດ​ລົມ.
3. ແປ້ງ​ຂັດ​ສີ.
4. ມັນ​ໝູ ເນີຍ​ທຽມ.
5. ຊີ້ນ​ແດງ ຊີ້ນ​ສັດ​ແປ​ຮູບ.

ເຄັດ​ລັບ​ເພື່ອ​ຫຼຸດ​ການ​ອັກ­ເສບ

ນອກ­ຈາກ​ຈະ​ກິນ​ອາ­ຫານ​ທີ່​ຊ່ວຍ​ຫຼຸດ​ການ​ອັກ­ເສບ ແລະ ຫຼີກ​ລ່ຽງ​ອາ­ຫານ​ທີ່​ເພີ່ມ​ຄວາມ​ສ່ຽງ​ຂອງ​ການ​ອັກ­ເສບ​ແລ້ວ ການ​ກິນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ​ຢູ່​ເປັນ​ປະ­ຈຳ ເຊັ່ນ: ກິນ​ອາ­ຫານ​ແບບ ເມ​ດິ​ເຕີ​ເຣ​ນຽນ ທີ່​ເນັ້ນ​ຜັກ ໝາກ​ໄມ້ ເນື້ອ​ຂາວ​ຢ່າງ​ປາ ແລະ ໄກ່ ໝາກ­ຖົ່ວ ແລະ ອາ­ຫານ​ໄຂ­ມັນ​ຕ່ຳ ກິນ​ອາ­ຫານ​ຈາກ​ທຳ​ມະ​ຊາດ​ຫຼາຍ​ກວ່າ​ອາ­ຫານ​ແປ​ຮູບ ອອກ­ກຳ­ລັງ​ກາຍ​ຢ່າງ​ສະ​ໝ່ຳ​ສະ­ເໝີ ແລະ ພັກ­ຜ່ອນ​ໃຫ້​ພຽງ­ພໍ ກໍ​ຊ່ວຍ​ຫຼຸດ​ການ​ອັກ­ເສບ​ຂອງ​ຮ່າງ­ກາຍ​ໄດ້​ດີ​ເຊັ່ນ​ກັນ ແຕ່​ຫາກ​ພົບ​ວ່າ​ມີ​ອາ­ການ​ອັກ­ເສບ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຮ່າງ­ກາຍ ຄວນ​ຮີບ​ປິ່ນ­ປົວ ແລະ ປຶກ­ສາ​ແພດ ກ່ອນ​ທີ່​ການ​ອັກ­ເສບ​ຈະ​ລາມ​ໃຫຍ່​ໂຕ ຈົນ​ປິ່ນ­ປົວ​ໄດ້​ຍາກ​ລຳ­ບາກ​ຫຼາຍ​ຍິ່ງ​ຂຶ້ນ.

+ ຊາວ­ບ້ານ-ນຳ​ສະ­ເໜີ

error: Content is protected !!