ການສຶກສາຊີ້ບອກ ແສງຕາເວັນ ຢຸດສະງັກ ກວ່າດາວອື່ນໆ ດີຕໍ່ຊີວິດເທິງໂລກ

ການ​ສຶກ​ສາ​ຊິ້ນ​ໃໝ່ ສະ­ແດງ​ໃຫ້​ເຫັນ​ວ່າ​ດວງ​ຕາ­ເວັນ​ຂອງ​ພວກ​ເຮົາ​ປາ­ກົດ​ວ່າ ມີ​ການ​ປ່ຽນ­ແປງ​ໜ້ອຍ​ໃນ​ຄວາມ​ສະ­ຫວ່າງ ແລະ ຄວາມ​ເຂັ້ມ​ຂອງ​ແສງ​ສະ­ຫວ່າງ​ຫຼາຍ​ກວ່າ​ດາວ​ອື່ນໆ ທີ່​ມີ​ລັກ­ສະ­ນະ​ຄ້າຍ­ຄື​ກັນ.

ນັກ​ຄົ້ນ­ຄວ້າ​ໄດ້​ລາຍ​ງານ​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ ຈາກ​ການ​ສຳ​ຫຼວດ​ດາວ​ເຄາະ​ດວງ​ອື່ນໆ​ອີກ 369 ດວງ ເມື່ອ​ທຽບ­ໃສ່​ກັບ​ດວງ​ອາ­ທິດ​ກ່ຽວ​ກັບ​ອຸນ­ຫະ­ພູມ​ພື້ນ​ຜິວ ຂະ­ໜາດ ແລະ ການ​ໝູ­ນວຽນ​ອ້ອມ​ຕົວ​ເອງ ແລະ ພົບ​ວ່າ​ໂດຍ​ສະ­ເລ່ຍ​ແລ້ວ​ດາວ​ອື່ນໆ​ມີ​ຄວາມ​ປ່ຽນ­ແປງ​ຂອງ​ຄວາມ​ສະ­ຫວ່າງ ແລະ ຄວາມ​ເຂັ້ມ​ຂອງ​ແສງ​ຫຼາຍ​ກວ່າ​ແສງ​ແດດ​ຂອງ​ພວກ​ເຮົາ​ເຖິງ 5 ເທົ່າ.

ທ່ານ Timo Reinhold ນັກ​ດາ­ລາ­ສາດ​ຢູ່​ສະ​ຖາ​ບັນ​ຄົ້ນ­ຄວ້າ​ລະ­ບົບ​ພະ­ລັງ­ງານ​ແສງ​ຕາ­ເວັນ Max Planck ໃນ​ປະ­ເທດ​ເຢຍ​ລະ​ມັນ ຫົວ­ໜ້າ​ການ​ຂຽນ​ບົດ​ລາຍ​ງານ​ສະ­ບັບ​ນີ້ ກ່າວ​ກັບ​ສຳ­ນັກ​ຂ່າວ Reuters ວ່າ ຄວາມ​ແຕກ​ຕ່າງ​ຂອງ​ຄວາມ​ສະ­ຫວ່າງ​ແມ່ນ​ຜົນ​ມາ​ຈາກ​ຈຸດ​ດ່າງ​ດຳ​ເທິງ​ພື້ນ​ດວງ​ດາວ ແລະ ວ່າ­ການ​ຄົ້ນ​ພົບ​ດວງ​ດາວ​ທີ່​ມີ​ຕົວ​ແປ​ຕ່າງໆ ຄ້າຍ­ຄື​ກັນ​ກັບ​ດວງ​ອາ­ທິດ​ຂອງ​ເຮົາ​ຫຼາຍ ແຕ່​ມີ​ການ​ປ່ຽນ­ແປງ​ຫຼາຍ​ກວ່າ​ເຖິງ 5 ເທົ່າ​ມັນ​ໜ້າ​ແປກ​ໃຈ.

ແສງ​ຕາ­ເວັນ​ຂອງ​ພວກ​ເຮົາ ສ່ວນ​ໃຫຍ່​ແມ່ນ​ປະ­ກອບ​ດ້ວຍ​ອາຍ​ແກັສ hydrogen ແລະ helium ເປັນ​ສ່ວນ​ໃຫຍ່ ແລະ ເປັນ​ດາວ​ຂະ­ໜາດ​ທຳ​ມະ​ດາ​ທີ່​ພົບ​ໄດ້​ທົ່ວ​ໄປ ເຊິ່ງ​ກໍ່​ຕົວ​ຂື້ນ​ເມື່ອ 4.500 ລ້ານ​ປີ​ກ່ອນ ດ້ວຍ​ເສັ້ນ​ຜ່າ​ສູນ​ກາງ​ປະ­ມານ 1 ລ້ານ 400.000 ກິ­ໂລ­ແມັດ ແລະ ອຸນ­ຫະ­ພູມ​ພື້ນ​ຜິວ​ຢູ່​ທີ່ 5.500 ອົງ­ສາ​ເຊ.

ນັກ​ຄົ້ນ­ຄວ້າ​ໄດ້​ປຽບ­ທຽບ​ຂໍ້​ມູນ​ທາງ​ວິ­ທະ­ຍາ­ສາດ​ຂອງ​ດາວ​ອື່ນໆ ດ້ວຍ​ບັນ­ທຶກ​ປະ­ຫວັດ­ສາດ​ກ່ຽວ​ກັບ​ພຶດ­ຕິ​ກຳ​ຂອງ​ດວງ​ອາ­ທິດ ໂດຍ​ການ​ເກັບ​ກຳ​ຂໍ້​ມູນ​ການ​ສັງ­ເກດ​ການ​ຈຸດ​ດຳ​ເທິງ​ດວງ​ອາ­ທິດ​ປະ­ມານ 400 ປີ ລວມ​ທັງ​ຂໍ້​ມູນ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ຂອງ​ສ່ວນ​ປະ­ກອບ​ທາງ​ເຄ​ມີ​ຂອງ​ຕົ້ນ­ໄມ້ ແລະ ການ​ສະ​ສົມ​ຂອງ​ກ້ອນ​ທີ່​ເຊື່ອມ​ໂຍງ​ກັບ​ພຶດ­ຕິ​ກຳ​ຂອງ​ດວງ​ອາ­ທິດ ເປັນ​ເວ­ລາ​ປະ­ມານ 9.000 ປີ ບັນ­ທຶກ​ເຫຼົ່າ​ນີ້ ສະ­ແດງ​ໃຫ້​ເຫັນ​ວ່າ​ດວງ​ຕາ­ເວັນ​ບໍ່​ມີ​ການ​ປ່ຽນ­ແປງ​ໃດໆຫຼາຍ​ໄປ​ກວ່າ​ປັດ­ຈຸ­ບັນ​ນີ້​ເລີຍ.

ການ​ຄົ້ນ​ພົບ​ວ່າ​ດວງ​ອາ­ທິດ ບໍ່​ໄດ້​ມີ​ການ​ປ່ຽນ­ແປງ​ຫຼາຍ​ເທົ່າ​ກັບ​ດາວ​ອື່ນໆ​ທີ່​ຄ້າຍ­ຄື​ກັນ ອາດ​ຈະ​ເປັນ​ຂ່າວ​ດີ​ສຳ­ລັບ​ທຸກໆ​ຊີ­ວິດ​ໃນ​ໂລກ ເພາະ­ວ່າ​ດວງ​ອາ­ທິດ​ມີ​ພະ­ລັງ​ຫຼາຍ​ເກີນ​ໄປ ອາດ​ສົ່ງ​ຜົນ​ກະ­ທົບ​ທີ່​ສຳ­ຄັນ​ຕໍ່​ສະ­ພາບ​ພູມ​ສາດ ແລະ ພູມ​ອາ­ກາດ​ຂອງ​ໂລກ ແລະ ຈະ​ປ່ຽນ​ເງື່ອນ­ໄຂ​ສຳ­ລັບ​ສະ­ພາບ​ຊີ­ວິດ​ຢູ່​ເທິງ​ໂລກ​ໜ່ວຍ​ນີ້​ໄດ້ ນອກ­ຈາກ​ນັ້ນ ການ​ກະ​ຕຸ້ນ​ຄື້ນ​ຟອງ​ໄຟ­ຟ້າ​ຈາກ​ຈຸດ​ສີ­ດຳ​ທີ່​ເພີ່ມ​ເຕີມ​ໃນ​ດວງ​ອາ­ທິດ ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ໂລກ ແລະ ອາດ​ກໍ່­ໃຫ້­ເກີດ​ບັນ­ຫາ​ກັບ​ດາວ​ທຽມ ແລະ ອຸ­ປະ­ກອນ​ສື່­ສານ​ອື່ນໆ​ໃນ​ໂລກ​ໄດ້.

ເຖິງ​ຢ່າງ­ໃດ​ກໍ​ຕາມ ຕອນ​ນີ້​ແດດ​ອາດ​ຈະ​ຢູ່​ໃນ​ເວ­ລາ​ທີ່​ງຽບ​ສະ­ຫງົບ ແລະ ອາດ​ຈະ​ມີ​ຄວາມ​ປັ່ນ​ປ່ວນ​ຫຼາຍ​ກວ່າ​ເດີມ​ໄດ້​ໃນ​ອະ­ນາ­ຄົດ ແຕ່​ນັກ​ຄົ້ນ­ຄວ້າ​ກ່າວ​ວ່າ ການ​ຄາດ​ຄະ­ເນ​ພຶດ­ຕິ​ກຳ​ຂອງ​ດວງ​ອາ­ທິດ​ໃນ​ໄລ­ຍະ 11 ປີ​ຂ້າງ​ໜ້າ ສະ­ແດງ​ໃຫ້​ເຫັນ​ວ່າ​ບໍ່​ມີ​ຫຍັງ​ຈະ​ປ່ຽນ­ແປງ​ໃນ​ອະ­ນາ­ຄົດ ອັນ​ໃກ້​ນີ້​ແນ່­ນອນ.

error: Content is protected !!